ຍສໝ - ເປັນປະທານກອງປະຊຸມກ່ຽວກັບການປ້ອງກັນ Covid-19 ໃນວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຖ້າພວກເຮົາຊັກຊ້າໂພດ, ພະຍາດຈະລົບລ້າງພວກເຮົາ; ຖ້າພວກເຮົາບໍ່ຮີບຮ້ອນ, ບໍ່ວ່ອງໄວ, ພະຍາດຈະລະບາດອອກໄປຢ່າງໄວວາ, ບໍ່ສາມາດຄວບຄຸມ.
ຍສໝ - ໃນໄລຍະຜ່ານມາ, ກອງທັບໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ຄື: ບໍ່ປະໃຫ້ໂລກພະຍາດແຜ່ລະບາດ, ບໍ່ປະໃຫ້ຖັນແຖວການແພດຖືກຕິດແປດ, ບໍ່ປະໃຫ້ມີຄົນເສຍຊີວິດ…
ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.
ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ຂຶ້ນວັນທີ 6 ມີນາ 2020 ຢູ່ສຳນັກງານນາຍົກລັດຖະມົນຕີໂດຍເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19.
ຍສໝ - ທ່ານ ຫງວຽນດຶກຈູງ, ກຳມະການສູນກາງພັກ, ຮອງເລຂາພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ, ຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ ແລະຕ້ານໂລກພະຍາດ Covid-19 ນະຄອນຮ່າໂນ້ຍ.
ຍສໝ - ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.
ຍສໝ - ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ໃນຊຸມມື້ຜ່ານມາໄດ້ສືບຕໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການ ເພື່ອໜູນຊ່ວຍ ແລະ ປົກປ້ອງພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ທ່ອງທ່ຽວຢູ່ຕ່າງປະເທດ.
ຍສໝ - ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ (DCDC), ກະຊວງສາທາລະນະສຸກລາວ ເນັ້ນໜັກວ່າ ກະຊວງສາທາລະນະສຸກ ແລະອົງການອະນາໄມໂລກ (WHO) ແມ່ນສອງແຫຼ່ງຂ່າວທາງການທີ່ອັບເດັດບັນດາຂໍ້ມູນຂ່າວສານກ່ຽວກັບເຊື້ອພະຍາດ COVID-19 ແລະບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຕ້ານເຊື້ອພະຍາດ.
ຍສໝ - ກອງປະຊຸມພິເສດສະພາປະສານງານອາຊຽນ ແລະກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ-ຈີນ ກ່ຽວກັບການຮ່ວມມືຮັບມືກັບເຊື້ອພະຍາດ Covid-19, ທີ່ຫາກໍ່ດໍາເນີນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເຫັນດີເປັນເອກະພາບຕໍ່ບັນດາວິທີການສໍາຄັນ ເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດໂດຍໄວ, ຮັກສາສຸຂະພາບຂອງປະຊາຊົນ.
ຍສໝ - ເພື່ອສະກັດກັ້ນ covid-19, ເຈົ້າຫນ້າທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ຈະເພີ່ນທະວີກວດກາສຸຂະພາບຢ່າງບັງຄັບສຳລັບຄົນອອກເເຮງງານຈີນຢູ່ລາວ.
ຍສໝ - ກ່ອນວັນທີ່ເປີດກອງປະຊຸມ ADMM ແຄບ ຈັດຕັ້ງຢູ່ ຮ່າໂນ້ຍ, ວັນທີ 22 ເດືອນ ກຸມພາ, ໃນກອງປະຊຸມກຸ່ມວຽກງານເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດສັ້ນສູງອາຊຽນ (ADSOMWG), ຫວຽດນາມໄດ້ກ່າວຄວາມຄິດເຫັນກ່ຽວກັບຖະແຫຼງການຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດຂອງບັນດາປະເທດອາຊຽນ ກ່ຽວກັບການຮ່ວມມືດ້ານປ້ອງກັນປະເທດ ໃນການຮັບມືກັບເຊື້ອພະຍາດ ແລະ ໄດ້ຮັບຄວາມເອກະສັນກັນຢ່າງສູງຂອງບັນດາຜູ້ແທນ.
ເມື່ອການລະບາດຂອງພະຍາດລະບົບຫາຍໃຈສາຍພັນໃໝ່ ຂອງໄວຣັດ Corona (COVID-19) ໄດ້ລະເບີດຂຶ້ນ, ບັນດາຜູ້ຊ່ຽວຊານ ໄດ້ຄາດຄະເນວ່າ ການຟື້ນຟູຂອງເສດຖະກິດໃນອາຊີ ຈະຖືກຈຳກັດ.
ຍສໝ - ໃນບົດບາດປະທານສະພາປະສານງານອາຊຽນ, ທ່ານຮອງນາຍົກລັດຖະມົນຕີເຊິ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມີງ ໄດ້ນຳສະເຫໝີຈັດຕັ້ງການປະຊຸມພິເສດຂອງສະພາ ແລະ ສົມທົບກັບຈີນຈັດຕັ້ງກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນເພື່ອສົນທະນາກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid-19.
ຍສໝ - ຂະແໜງທ່ອງທ່ຽວແຂວງແຄ໊ງຮ່ວາ ໄດ້ຜັນຂະຫຍາຍບັນດາມາດຕະການລ້າງສານພິດ, ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ພັກເຊົ່າ, ແຈກຢາຍຜ້າອັດປາກໃຫ້ນັກທ່ອງທ່ຽວ…
ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ພ້ອມທັງຫຼີກລ້ຽງບໍ່ໃຫ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ການດຶງດູດການທ່ອງທ່ຽວ.
ອົງການອະນາໄມໂລກ (WHO) ໄດ້ຮັບຮູ້ວ່າ ຫວຽດນາມ ສາມາດແກ້ໄຂບັນຫາເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ໂຄໂຣນາ (Covid – 19) ໄດ້ດີຫຼາຍ.
ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ.
ວັນທີ 11 ກຸມພານີ້, ອົງການອະນາໄມໂລກ(WHO) ນຳສະເໜີ 8 ມາດຕະການຂັ້ນພື້ນຖານ ເພື່ອປ້ອງກັນເຊື້ອພະຍາດໂຄໂຣນາ ສາຍພັນໃໝ່.
ໃນຫຼາຍມື້ທີ່ຜ່ານມາ ຫຼາຍຄົນກໍ່ອາດຈະໄດ້ຍິນຂ່າວລືກ່ຽວກັບກໍລະນີທີ່ມີຜູ້ເສຍຊີດວິດ ຍ້ອນພະຍາດອັກເສບ ປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ ໃນວັນທີ 9 ກຸມພາ 2020 ກະຊວງສາທາລະນະສຸກ ໄດ້ອອກມາຢືນຢັນວ່າຜົນການກວດເບື້ອງຕົ້ນ ແມ່ນບໍ່ພົບເຊື້ອພະຍາດໄວຣັສໂຄໂຣນາ ພ້ອມທັງຢືນຢັນວ່າ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອດັ່ງກ່າວ ທັງຈະສືບຕໍ່ປະຕິບັດມາດ ຕະການເຝົ້າລະວັງ ແລະ ການປ້ອງກັນການ ລະບາດຂອງພະຍາດໂຄໂຣນາໄວຣັສ.
ຍສໝ - ມາຮອດປະຈຸບັນ, ບັນດາຄະນະຕົວແທນການທູດ ຫວຽດນາມ ປະຈຳຈີນ ໄດ້ຮັບຄຳຮຽກຮ້ອງ 29 ຂໍ້ຈາກພົນລະເມືອງ ຫວຽດນາມ ໃນບໍລິເວນລະບາດພະຍາດໄວຣັດ nCoV ປາດຖະໜາຢາກກັບເມືອບ້ານ, ພິເສດແມ່ນແຂວງ Hubei. ກະຊວງການຕ່າງປະເທດກຳລັງເຮັດວຽກຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ເພື່ອນຳພົນລະເມືອງຫວຽດນາມກັບຄືນມາປະເທດ.