​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາ ​ສະຫະ​ລັ

11:35 | 07/03/2020

ຍສໝ - ​ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.

​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາ ​ສະຫະ​ລັ

ພາບປະກອບ

​ເຊື້ອ​ພະຍາດ​ໂຄ​ໂຣນາ ສາ​ຍພັນ​ໃໝ່ ຫລື ​ໂຄ​ວິດ-19 ອາດຈະ​ ເຮັດ​ໃຫ້​ ສາຍ​ການບິນ​ ທົ່ວ​ໂລກ​ ​ເສຍ​ຫາຍ ​ສູງ​ທີ່​ສຸດ ​ເຖິງ 63.000- 113.000 ລ້ານ​ໂດ​ລາສະຫະ​ລັດ ​ເທົ່າ​ກັບ​ ລາຍ​ໄດ້ ​ຈາກ​ຜູ້​ໂດຍ​ສາຍ ​ທົ່ວ​ໂລກ​ ຫລຸດ​ລົງ 11-19% ​ເຊິ່ງຂຶ້ນ​ຢູ່​ກັບ ​ເຊື້ອ​ພະຍາດ ​ຈະ​ແຜ່​ຂະຫຍາຍ ​ເປັນ​ວົງ​ກວ້າງ​ ຫລາຍ​ເທົ່າ​ໃດ ຫລັງ​ຈາກ ທ່ານ ​ໄບຣອັນ ​ເພຍ​ສ, ນັກ​ເສດຖະສາດ ​ຂອງ​ໄອ​ອາ​ຕ້າ ຖະ​ແຫລ​ງຂ່າວ ​ໃນ​ສິງກະ​ໂປ​ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ຄັ້ງສຸດ​ທ້າຍ​ທີ່​ ອຸດສາຫະກຳ​ ການບິນ ​ໄດ້​ຮັບ​ຜົນ​ກະທົບ ຢ່າງຮຸນ​ແຮງ​ຂະໜາດ​ນີ້​ ກໍຄື ​ໄລຍະ​ວິ​ກິດ​ ການ​ເງິນ​ໂລກ ​ໃນ​ປີ 2009 ດ້ວຍຕົວ​ເລກ​ເສຍ​ຫາຍ​ 63.000 ລ້ານ​ໂດ​ລາ ​ສະຫະລັດ. ຕອນຄ່ຳວັນທີ 02 ມີນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ ສ.ເກົາຫຼີ, Vietnam Airlines ໄດ້ໂຈະບັນດາຖ້ຽວບິນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ຊົ່ວຄາວນັບແຕ່ວັນທີ 05 ມີນາ. ບັນດາຖ້ຽວບິນໃນລະຫວ່າງວັນທີ 03 – 04 ມີນາ ແຕ່ Seoul, Busan ມາຫາ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ຈະໄປລົງຈອດຢູ່ສະໜາມບິນ ເວິນໂດນ (ແຂວງ ກວ໋າງນິງ), ເກິນເທິ, ຝູກ໊າດ (ແຂວງ ກຸຍເຍິນ) ຕາມຄຳຮຽກຮ້ອງຂອງເຈົ້າໜ້າທີ່. ຊາວຜູ້ອອກແຮງງານ, ຈຸບິນຂອງບັນດາຖ້ຽວບິນທັງໝົດ ຈະໄດ້ຮັບເຄື່ອງອຸປະກອນປ້ອງກັນເຊື້ອພະຍາດ ເພື່ອຮັບປະກັນສຸຂະພາບ. ເພື່ອຊອກຮູ້ຂໍ້ມູນຂ່າວສານຕື່ມອີກ ຫຼື ມີຄວາມຕ້ອງການຢາກໜູນຊ່ວຍ, ລູກຄ້າຂອງ Vietnam Airlines ສາມາດເຂົ້າເວັບໄຊ vietnamairlines.com ຫຼື ທາງ Facebook ດ້ວຍລະຫັດ facebook.com/VietnamAirlines.

ວັນທີ 04 ມີນາ, ກອງປະຊຸມບັນດາການນຳດ້ານການເງິນກຸ່ມບັນດາພື້ຶ້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ແລະ ພັດທະນາແຖວໜ້າໂລກ (G20) ໃຫ້ຮູ້ວ່າ: ຈະປ່ຽນແປງແຜນການຈັດກອງປະຊຸມຢູ່ ວໍຊິງຕັນ (ອາເມລິກາ) ໃນກາງເດືອນ ເມສາ ມາເປັນກອງປະຊຸມອອນລາຍ ຍ້ອນເຊື້ອພະຍາດອັກເສບປອດ Covid-19. ທະນາຄານໂລກ (WB) ແລະ ກອງທຶນເງິນຕາສາກົນ (IMF) ກໍ່ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ຕັດສິນໃຈດຳເນີນບັນດາກອງປະຊຸມລະດູບານໃໝ່ຂອງຕົນໂດຍຜ່ານການຖ່າຍທອດສົດ, ແທນທີ່ຈະພົບປະໂດຍກົງຢູ່ ວໍຊິງຕັນ ຄືທຸກໆປີ, ຍ້ອນຄວາມກັງວົນກ່ຽວກັບໄວຣັດທີ່ພວມແຜ່ລະບາດຢ່າງກ້ວາງຂວາງໃນໂລກ. ທ່ານ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) ກໍ່ກ່າວເຕືອນກ່ຽວກັບໂລກລະບາດ Covid-19 ວ່າມີ “ຄວາມສ່ຽງຢ່າງຮ້າຍແຮງ” ຈະເຮັດໃຫ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດທົ່ວໂລກໃນປີ 2020 ຫລຸດລົງຕ່ຳກ່ວາລະດັບ 2,9% ຂອງປີ 2019 ຢ່າງແຮງ.

ໄລ່ຮອດຕອນເຊົ້າວັນທີ 05 ມີນາ, ທົ່ວໂລກໄດ້ຮັບຮູ້ວ່າ ມີ 81 ປະເທດ ແລະ ເຂດແຄວ້ນກວດພົບມີຜູ້ຕິດ ແລະ ເສຍຊີວິດຍ້ອນໂລກລະບາດ Covid-19. ສໂລເວເນຍ ກາຍເປັນປະເທດໃໝ່ສຸດທີ່ກວດພົບກໍລະນີຕິດໄວຣັດ SARS-CoV-2. ວັນທີ 05 ມີນາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ (NHC) ໄດ້ປະກາດວ່າ ປະເທດນີ້ໄດ້ກວດພົບກໍລະນີຕິດເຊື້ອໃໝ່ຕື່ມອີກ 139 ກໍລະນີ ແລະ 31 ຄົນເສຍຊີວິດຍ້ອນໂລກລະບາດ Covid-19. ບັນດາກໍລະນີເສຍຊີວິດລ້ວນແຕ່ຢູ່ແຂວງ ຮູເປີ໋ຍ. ດັ່ງນັ້ນ, ໄລ່ມາຮອດປັດຈຸບັນ, ຈີນ ໄດ້ມີກ່ວາ 80.400 ກໍລະນີຕິດເຊື້ອ ແລະ ກ່ວາ 3000 ກໍລະນີເສຍຊີວິດຍ້ອນ Covid-19. ໃນວັນທີ 04 ມີນາ, ໂປໂລຍ ແລະ ອາກຊັງຕິນ ແມ່ນບັນດາປະເທດໃໝ່ທີ່ກວດພົບມີກໍລະນີຕິດເຊື້ອດັ່ງກ່າວ, ໃນຂະນະນັ້ນ ແອັດສະປາຍ ແລະ ອີຣັກ ກໍ່ປະກາດວ່າ ມີກໍລະນີເສຍຊີວິດຄົນທຳອິດ. ແລະກໍ່ໃນວັນດຽວກັນ, ເຈົ້າໜ້າທີ່ທ່ານໜຶ່ງຢູ່ອົງການປ້ອງກັນ ເອີຣົບ ກໍ່ຕິດເຊື້ອ ແລະ ກາຍເປັນກໍລະນີທຳອິດໃນອົງການບໍລິຫານຂອງສະຫະພາບ ເອີຣົບ (ອີຢູ). ສະພາບການໂລກລະບາດຢູ່ ສ.ເກົາຫຼີ ສືບຕໍ່ຜັນແປຢ່າງສັບສົນ ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອຢູ່ປະເທດນີ້ ໄດ້ຂຶ້ນເຖິງກ່ວາ 5.620 ກໍລະນີ ແລະ ມີ 33 ກໍລະນີເສຍຊີວິດ. ໃນຂະນະນັ້ນ, ຢູ່ ອີຕາລີ, ລັດຖະບານປະເທດນີ້ິ້ ໄດ້ຕົກລົງໃຫ້ນັກຮຽນ, ນັກສຶກສາໃນທົ່ວປະເທດພັກຮຽນ ໃນສະພາບທີ່ຈຳນວນກໍລະນີຕິດເຊື້ອຢູ່ປະເທດນີ້ໄດ້ລື່ນກາຍ 2500 ຄົນ ແລະ ກ່ວາ 100 ຄົນເສຍຊີວິດ. ຢູ່ ອີຣານ ມີ 2300 ຄົນຕິດເຊື້ອ ແລະ 77 ຄົນເສຍຊີວິດ.

ປັດຈຸບັນ, IMF ສະຫງວນປະມານ 50 ຕື້ USD ໂດຍຜ່ານບັນດາກົນໄກສະໜອງການເງິນດ່ວນ, ປ່ອຍເງິນໄວສຳລັບບັນດາປະເທດທີ່ມີລາຍຮັບຕ່ຳ ຫຼື ແມ່ນຕະຫລາດຫາກໍ່ພົ້ນເດັ່ນ, ໃນນັ້ນ ຈະສະຫງວນ 10 ຕື້ USD ເພື່ອໜູນຊ່ວຍໂດຍບໍ່ມີການຄິດໄລ່ດອກເບ້ຍໃຫ້ແກ່ບັນດາປະເທດທຸກຍາກກ່ວາໝູ່. ໃນຂະນະນັ້ນ, WB ປະກາດວ່າ: ຈະສະໜອງບ້ວງເງິນເບື້ອງຕົ້ນມີມູນຄ່າ 12 ຕື້ USD ເພື່ອ “ໜູນຊ່ວຍໃນທັນທີ” ໃຫ້ບັນດາປະເທດພວມຮັບມືກັບບັນດາການກະທົບກ່ຽວກັບເສດຖະກິດ ແລະ ສຸຂະພາບຍ້ອນໂລກລະບາດກໍ່ຂຶ້ນ. ຢູ່ພາກພື້ນ ເອີຣົບ, ບັນດາປະເທດໃຊ້ສະກຸນເງິນລວມ ເອີຣົບ (Eurozone) ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະນຳໃຊ້ທຸກເຄື່ອງມືນະໂຍບາຍທີ່ເໝາະສົມ ເພື່ອຮັບປະກັນໃຫ້ເສດຖະກິດພາກພື້ນເຕີບໂຕຢ່າງແຮງ ແລະ ຍືນຍົງ, ພິເສດແມ່ນເອົາໃຈໃສ່ເຖິງບັນດາມາດຕະການການເງິນໃນກໍລະນີຈຳເປັນ. ຢູ່ບັນດາປະເທດ ອິນໂດເນເຊຍ, ຍີ່ປຸ່ນ, ການາດາ, ອາຟຣີກາໃຕ້ ກໍ່ກຽມພ້ອມບັນດາມາດຕະການເພື່ອຮັບມືກັບໂລກລະບາດ Covid-19.

(ໄຊພອນ)

ເຫດການ
302 Found

Found

The document has moved here.