ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂຣກສາຍພັນໃໝ່ COVID-19

16:57 | 11/03/2020

ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.

ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດເຊື້ອຈຸລະໂຣກສາຍພັນໃໝ່ COVID-19

ພາບປະກອບ

ພາຍຫລັງເກີດການລະບາດ ຂອງພະຍາດນີ້ ເປັນວົງກວ້າງ ຢູ່ເມືອງອູຮັນ ແຂວງຫູເປີຍ ສປ ຈີນ ເມື່ອທ້າຍເດືອນທັນວາ 2019 ເປັນຕົ້ນມາ, ທາງການ ສປ ຈີນ ກໍໄດ້ມີມາດຕະການເຂັ້ມງວດ ເພື່ອປ້ອງກັນ ແລະ ຈໍາກັດການລະບາດຂອງພະຍາດ ບໍ່ໃຫ້ແຜ່ລາມໄປບ່ອນອື່ນ, ໂດຍສະເພາະ ແມ່ນການຫ້າມຄົນນອກເຂົ້າໄປເມືອງດັ່ງກ່າວ. ດ້ວຍເຫດນີ້, ຈຶ່ງມີນັກສຶກສາລາວ ທີ່ຍັງບໍ່ທັນໄດ້ກັບມາປະເທດ ໃນໄລຍະພັກປີໃໝ່ຈີນ ຄ້າງຢູ່ຫໍພັກ ທັງໝົດ 43 ຄົນ. ນອກນີ້, ຍັງມີນັກສຶກສາລາວ ທີ່ຍັງຄ້າງຢູ່ແຂວງອື່ນໆຂອງຈີນ ອີກປະມານ 80 ກວ່າຄົນ, ແຕ່ນັກສຶກສາເຫລົ່ານີ້ແມ່ນບໍ່ຖືກຈໍາກັດ ການໄປມາຄືກັບນັກສຶກສາ ຢູ່ເມືອງອູຫັນ. ແນວໃດກໍຕາມ, ຕໍ່ບັນຫາດັ່ງກ່າວ ລັດຖະບານລາວ ໄດ້ຊີ້ນໍາໃຫ້ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາປັກກິ່ງ, ສະຖານກົງສູນໃຫຍ່ ສປປ ລາວ ປະຈໍາຊາງຊາ ທີ່ຢູ່ໃກ້ເມືອງອູຮັນ ແລະ ກົງສູນໃຫຍ່ ຢູ່ບ່ອນອື່ນໆ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ແລະ ໄດ້ປະສານສົມທົບກັບປະເທດເຈົ້າພາບ ເພື່ອໃຫ້ການຊ່ວຍເຫລືອ ຕາມຄວາມເໝາະສົມ.

ລັດຖະບານ ສປປ ລາວ ກໍ​ຄື​ກະຊວງ​ສາທາລະນະ​ສຸກ ໄດ້​​ເຂັ້ມງວດ​ໃນ​ການ​ປ້ອງ​ກັນ​ພະຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ ຫຼື ໂຄ​ວິດ-19 ເຖິງ​ວ່າ ສປປ ລາວ ຍັງ​ບໍ່​ພົບ​ກໍລະນີ​ຕິດເຊື້ອ​ກໍ​ຕາມ ແຕ່​ພະຍາດ​ດັ່ງກ່າວ​ໄດ້​ແຜ່​ລະບາດ​ກວມ 79 ປະເທດ​ທົ່ວ​ໂລກ (ຂໍ້​ມູນ​ວັນ​ທີ 4 ມີນາ). ໃນ​ວັນ​ທີ 6 ມີນາ​ຜ່ານ​ມາ ທີ່​ສໍາ​ນັກ​ງານ​ນາຍົກລັດຖະມົນຕີ ໄດ້​ມີ​ກອງ​ປະຊຸມ ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ແຜ່​ລະບາດ ແລະ ມາດ​ຕະການ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມພະ​ຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​​ສາຍ​ພັນ​ໃໝ່ ຫຼື ໂ​ຄ​ວິດ-19 ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ດີ ດວງ​ດີຮອງ​ນາຍົກລັດຖະມົນຕີ ລັດ ຖະມົນຕີ​ກະຊວງ​ການ​ເງິນ, ຫົວໜ້າ​ສະເພາະ​ກິດ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ມີ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ຄະນະ​ສະເພາະ​ກິດ ໄດ້​ເປີດ​ສາຍ​ດ່ວນ​ໝາຍ​ເລກ 166 ແລະ IHR 020 5406 6777 ທີ່​ໃຫ້​ຄຳ​ປຶກສາ​ຕະຫຼອດ 24 ຊົ່ວໂມງ, ຕິດຕາມ​ຢ່າງ​ໃກ້ຊິດ​ກັບ​ທຸກ​ກໍລະນີ​ທີ່​ມີ​ປະຫວັດ​ສຳຜັດ​ກັບ​ຜູ້​ທີ່​ຢັ້ງຢືນ​ການ​ຕິດເຊື້ອ, ລວມ​ທັງ​ຜູ້​ທີ່​ເດີນທາງ​ມາ​ຈາກ​ປະເທດ​ທີ່​ມີ​ການ​ລະບາດ ແລະ ວຽກ​ງານ​ອື່ນໆ​ກໍ​ໄດ້​ເອົາ​ໃຈ​​ໃສ່​ຕິດຕາມ​ຢ່າງ​ໃກ້​ຊິດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.