ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການສະກັດກັ້ນຢ່າງດຸເດືອດກ່ຽວກັບແຫຼ່ງພະຍາດຕິດແປດ

06:50 | 14/03/2020

ຍສໝ - ເປັນປະທານກອງປະຊຸມກ່ຽວກັບການປ້ອງກັນ Covid-19 ໃນວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຖ້າພວກເຮົາຊັກຊ້າໂພດ, ພະຍາດຈະລົບລ້າງພວກເຮົາ; ຖ້າພວກເຮົາບໍ່ຮີບຮ້ອນ, ບໍ່ວ່ອງໄວ, ພະຍາດຈະລະບາດອອກໄປຢ່າງໄວວາ, ບໍ່ສາມາດຄວບຄຸມ.

ທີ່ກອງປະຊຸມໃນຕອນເຊົ້າວັນທີ 13 ມີນາ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ມີການກະກຽມຢ່າງຮີບດ່ວນ ຕໍ່ສະພາບການຕ້ານພະຍາດ Covid-19 ລະບາດ, ຈຳເປັນຕ້ອງຕອບສະໜອງຢ່າງວ່ອງໄວ ແລະ ມີປະສິດທິຜົນ, ປະຕິບັດຢ່າງວ່ອງໄວ, ສະຫງົບ ແລະ ເໝາະສົມ. ໂດຍສະເພາະ, ບັນດາຂະແໜງການ ແລະ ປະຊາຊົນທັງໝົດ ບໍ່ໄດ້ປະໝາດ, ຢ່າໃຫ້ພະຍາດແຜ່ລາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາ, ລັດຖະບານໄດ້ຊີ້ນຳການສະກັດກັ້ນໂລກລະບາດ Covid – 19 ບັນລຸໄດ້ໝາກຜົນເປັນຢ່າງດີໃນຂອບເຂດທົ່ວປະເທດ, ໄດ້ຮັບການຕີລາຄາສູງຈາກປະຊາຊົນ ແລະ ສາກົນ, ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແຮງໃນທົ່ວສັງຄົມ. ດ້ວຍເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ທົ່ວລະບົບການເມືອງໄດ້ເຂົ້າຮ່ວມການສະກັດກັ້ນໂລກລະບາດ Covid -19.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ມີການສະກັດກັ້ນຢ່າງດຸເດືອດກ່ຽວກັບແຫຼ່ງພະຍາດຕິດແປດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນສະຫຼຸບກອງປະຊຸມກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid -19. (ພາບ: thanhnien.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງ ທຸກຄົນຕ້ອງການເຕັມໃຈຍົກສູງສະຖານະການສະເພາະທີ່ໄດ້ກະກຽມ ແລະ ໃກ້ຊິດກັບຄວາມເປັນຈິງ, ລວມທັງການຮັບປະກັນດ້ານສະບຽງອາຫານ, ອາຫານການກິນ ແລະ ຄວາມຈຳເປັນຕ່າງໆໃຫ້ແກ່ປະຊາຊົນໃນທຸກສະຖານະການ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງ ບັນດາອົງການສື່ມວນຊົນ, ການສື່ສານໄດ້ໃຫ້ຂ່າວຢ່າງມີຄວາມຮັບຜິດຊອບ, ຊັດເຈນ ແລະ ທັນການໃນນັ້ນມີບັນດາຊ່ອງສື່ສານຂອງວິທະຍຸກະຈາຍສຽງຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສຳນັກຂ່າວສານ ຫວຽດນາມ ແລະ ອົງການສື່ມວນຊົນຕ່າງໆ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ນຳໃຊ້ເຕັກໂນໂລຢີເຂົ້າໃນການປ້ອງກັນພະຍາດເຊັ່ນ: ການສິດສອນ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ ໃນການຊອກຫາແຫຼ່ງຕິດເຊື້ອພະຍາດເຂົ້າຫວຽດນາມ… ຫຼຸດຜ່ອນຄວາມສ່ຽງຕໍ່ການເສຍຊີວິດອາດຈະເກີດຂື້ນ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.