ອົງການ​ອະນາ​ໄມ​ໂລກ(WHO) ນຳ​ສະ​ເໜີ​ 8 ມາດ​ຕະການ​ຂັ້ນພື້ນຖານ ​ເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາຍ​ພັນ​ໃໝ່

06:17 | 13/02/2020

ວັນ​ທີ 11 ກຸມພາ​ນີ້, ອົງການ​ອະນາ​ໄມ​ໂລກ(WHO) ນຳ​ສະ​ເໜີ​ 8 ມາດ​ຕະການ​ຂັ້ນພື້ນຖານ ​ເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາຍ​ພັນ​ໃໝ່.

ອົງການ​ອະນາ​ໄມ​ໂລກ(WHO) ນຳ​ສະ​ເໜີ​ 8 ມາດ​ຕະການ​ຂັ້ນພື້ນຖານ ​ເພື່ອ​ປ້ອງ​ກັນ​ເຊື້ອ​ພະຍາດ​ໂຄ​ໂຣນາ ສາຍ​ພັນ​ໃໝ່

ພາບປະກອບ

ມາດ​ຕະການທີ1 ລ້າງ​ມື​ດ້ວຍ​ສະບູ ​ແລະ ນ້ຳສະອາດ ຫລື​ ໃຊ້ ​ເອລກໍ​ຮໍ(ທາດ​ເຫລົ້າ) ​ເພື່ອ​​ໃຫ້​ມື​ມີ​​ຄວາມ​ສະອາດ​ເປັນ​ປະຈຳ. ມາດ​ຕະການທີ 2, ​ໃຊ້ຜ້າປິດ​ຄຸມ​ປາກ ​ແລະ ​ດັງ ​ໃນ​ເວລາ​ເກີດ​ອາການ​ໄອ ຫລື ​ຈາມ ດ້ວຍ​ເຈ້​ຍອະນາ​ໄມ​ແລ້ວ​ຖິ້ມ​ລົງ ​ຖັງ​ຂີ້​ເຫຍື້ອ ​ມີ​ຝາ​ປິດ ​ແລະ ​ເຮັດ​ຄວາມ​ສະອາດ​ມື​ ເປັນ​ຢ່າງ​ດີ. ມາດ​ຕະການທີ3 ຮັກສາ​ໄລຍະ​ຫ່າງ​ຈາກຕົນ​ເອງ ​ແລະ ຜູ້​ອື່ນ​ຢ່າງ​ໜ້ອຍ 1 ​ແມັດ ​ໂດຍ​ສະ​ເພາະ ​ຜູ້​ທີ່​ມີ​ອາການ​ໄອ, ຈາມ ​ແລະ ມີ​ໄຂ້. ມາດ​ຕະການທີ4 ຫລີກ​ລ້ຽງ​ການ​ໃຊ້​ມື​ສຳ​ພັດ​ດວງ​ຕາ, ດັງ ​ແລະ ປາກ ​ເນື່ອງ​ຈາກ ຈະ​ເປັນ​ການ​ສົ່ງຜ່ານ​ເຊື້ອ​ພະຍາດ ຈາກ​ພື້ນ​ຜີວ​ເຂົ້າສູ່​ຮ່າງກາຍ ຫາກ​ມື​ປົນ​ເປື້ອນ​ເຊື້ອ​ພະຍາດ​ຕ່າງ​ໆ.ມາດ​ຕະການທີ 5 ​​ແຈ້ງ​ໜ່ວຍ​ງານ​ສາທາລະນະ​ສຸກ ຫາກ​ເຄີຍ​ເດີນທາງ​ໄປ​ຍັງ​ພື້ນ​ທີ່ ມີ​ການ​ລາຍ​ງານ​ການລະບາດ​ຂອງ​ເຊື້ອ​ພະຍາດ ​ໃນ​ຈີນ ຫລື ຫາກ​ຕິດ​ຕໍ່​ໃກ້ຊິດ​ກັບ​ບຸກຄົນ ທີ່​ເດີນທາງ​ມາ​ຈາກ​ຈີນ ​ແລະ ມີ​ອາການ​ຂອງ​ພະຍາດ​ ລະບົບ​ທາງ​ ເດີ​ນຫາຍ​ໃຈ. ມາດ​ຕະການທີ 6 ຫາກ​ມີ​ອາການ​ຂອງ​ພະຍາດ​​ ດັ່ງກ່າວ ​ໃນ​ລະດັບ​ບໍ່​ຮຸນ​ແຮງ ​ແລະ ບໍ່​ມີ​ປະຫວັດ ​ເດີນທາງ​ໄປ​ຈີນ ຫລື​ ພັກ​ອາ​ໄສ​ຢູ່​ຈີນ ຕ້ອງ​ຮັກສາ​ສຸຂະ​ອະນາ​ໄມ​ ລະບົບ​ທາງ​ເດີນ​ຫາຍ​ໃຈ ​ແລະ ຕ້ອງ​​ພັກ​ຜ່ອນ ​ຢູ່​ໃນ​ທີ່​ພັກ​ອາ​ໄສ ຈົນ​ກວ່າ ​ຈະ​ມີອາການ​ດີ​ຂຶ້ນ​ປົກກະຕິ ຫາກ​ເປັນ​ໄປ​ໄດ້. ມາດ​ຕະການທີ 7 ຕ້ອງຮັກສາ​ສຸຂະ​ອະນາ​ໄມ​ຂັ້ນພື້ນຖານ ຫາກ​ເດີນທາງ​ໄປ​ຕະຫລາດ​ຂາຍ​ສັດ ທີ່​ຍັງ​ມີ​ຊີວິດ, ຕະຫລາດ​ສົດ ຫລື ຕະຫລາດ ຂາຍ​ຜະລິດ​ຕະພັນ​ສັດ ​ແລະ ມາດ​ຕະການທີ 8 ​ແມ່ນຫ​ລີກລ້ຽງ ​ການ​ບໍລິ​ໂພ​ກ ຜະລິດ​ຕະພັນ​ສັດ ທີ່​ຍັງ​ດິບ ຫລື ບໍ່​ໄດ້​ປຸງ​ແຕ່ງ​ ໃຫ້​ສຸກ​ພຽງພໍ ຈັດການ​ຊີ້ນ​ສັດ, ນົມ ຫລື ​ເຄື່ອງ​ໃນ​ສັດ ​ທີ່​ຍັງ​ດິບ ດ້ວຍ​ຄວາມ​ລະມັດລະວັງ ​ເພື່ອ​ຫລີກ​ລ້ຽງ​ ການ​ປົນ​ເປື້ອນ ຂ້າມ​ອາຫານ​ ທີ່​ຍັງ​ບໍ່​ປຸງ​ແຕ່ງ​ສຸກ ​ແລະ ປຸງ​ແຕ່ງອາຫານ ​ດ້ວຍ​ຄວາມ​ປອດ​ໄພ.

ປັດຈຸບັນ ສປປ ລາວ ​ກໍ​ຄືກະຊວງ​ສາທາລະນະ​ສຸກ ພວມຄຸມ​ເຂັ້ມ​ເຝົ້າ​ລະວັງ ​ໄວຣັດ​ໂຄ​ໂຣນາ ​ໂດຍ​ສະ​ເພາະ ​ຢູ່​​ຈຸດ​ຜ່ານ​ແດນຕ່າງໆ ​ໂດຍ​​ໄດ້​ກັ່ນ​ກອງ ​ແລະ ຕິດຕາມ​ຢ່າງ​ໃກ້ຊິດ ຕໍ່ບັນ ດາກຸ່ມຄົນທີ່ເດີນທາງໄປເຂດລະບາດ ແລະ ບັນດາກຸ່ມຄົນ ທີ່ເຂົ້າມາເຮັດວຽກຕາມສະຖານ ທີ່ຕ່າງໆ​ ໃນ ສປປ ລາວ. ພ້ອມ​ດຽວກັນ​ນັ້ນ, ໃນກໍລະ​ນີມີນັກ​ທ່ອງ​ທ່ຽວ ທີ່​ເຂົ້າ​ມາ​ທ່ຽວລາວ ພາຍຫລັງກັບປະ​ເທດຈີນ ​(ພົບວ່າ​ບຸກຄົນ​ດັ່ງກ່າວ ​ຕິດ​ເຊື້ອ) ກະຊວງ​ສາທາລະນະ​ສຸກ ກໍໄດ້ມີການຕິດຕາມ ຢ່າງໃກ້ຊິດ ທັງບຸກຄົນທີ່ເຮັດວຽກ ໃນການບໍລິການທ່ອງທ່ຽວ, ພະນັກງານຂັບລົດ, ຜູ້ບໍລິການໃນໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ​ແລະ ທຸກຄົນທີ່ມີການສຳຜັດ ຢູ່ແຂວງຫລວງພະບາງ, ຫລວງນໍ້າທາ ແລະ ແຂວງອຸດົມໄຊ ແມ່ນໄດ້ມີການຕິດຕາມຢ່າງໃກ້ຊິດ ແລະ ເຫັນວ່າທັງໝົດຍັງມີສຸຂະພາບແຂງແຮງດີ.

ເຖິງຢ່າງໃດກໍຕາມ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ເອົາໃຈໃສ່ເຝົ້າລະວັງພະຍາດນີ້ຢ່າງເຄັ່ງຄັດ ໂດຍການຫລີກລຽງການເດີນທາງ ໄປເຂດທີ່ມີການລະບາດ ຫລື ຊຸມຊົນແອອັດ, ຖ້າຈຳ ເປັນຈະໄປຕ້ອງຫລີກລຽງ ການສຳຜັດໃກ້ຊິດກັບຄົນ ທີ່ມີອາການຄ້າຍຄື ໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ແລະ ຫາຍໃຈຍາກ, ພ້ອມກັນນັ້ນ, ຫາກທ່ານມີອາການຄ້າຍຄື ໄຂ້ຫວັດ ເຊັ່ນ: ໄຂ້, ໄອ, ເຈັບຄໍ ຫລື ຫາຍໃຈຍາກ ບວກກັບໄດ້ເດີນທາງໄປໃນເຂດ ທີ່ມີການລະບາດພາຍໃນ 14 ວັນກ່ອນເລີ່ມຕົ້ນເຈັບ ຫລື ສໍາຜັດໃກ້ຊິດກັບ ກໍລະນີທີ່ຖືກຢັ້ງຢືນ ຕິດເຊື້ອໄວຣັດ ກະລຸນາໄປພົບແພດໝໍ ທີ່ໃກ້ບ້ານທ່ານ ແລະ ແຈ້ງປະຫວັດການເດີນທາງຂອງທ່ານ ຖ້າໄດ້ໄປເຂດທີ່ມີ ການລະບາດພະຍາດດັ່ງ ກ່າວ ໃນໄລຍະ 14 ວັນກ່ອນມີອາການ ແລະ ຫລີກລ່ຽງການສຳຜັດສັດເປັນ ຫລື ຕາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.