ລາວຍັງບໍ່ພົບຜູ້ຕິດເຊື້ອພະຍາດໄວຣັສໂຄໂຣນາ

16:30 | 11/02/2020

ໃນ​ຫຼາຍ​ມື້​ທີ່​ຜ່ານ​ມາ ຫຼາຍ​ຄົນ​ກໍ່​ອາດ​ຈະ​ໄດ້​ຍິນ​ຂ່າວ​ລື​ກ່ຽວ​ກັບ​ກໍ­ລະ­ນີ​ທີ່​ມີ​ຜູ້​ເສຍ​ຊີດ​ວິດ ຍ້ອນ​ພະ­ຍາດ​ອັກ­ເສບ ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສ​ໂຄ​ໂຣ​ນາ ໃນ​ວັນ​ທີ 9 ກຸມ­ພາ 2020 ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ອອກ​ມາ​ຢືນ­ຢັນ​ວ່າ​ຜົນ​ການ​ກວດ​ເບື້ອງ​ຕົ້ນ ແມ່ນ​ບໍ່​ພົບ​ເຊື້ອ​ພະ­ຍາດ​ໄວ​ຣັສ​ໂຄ​ໂຣ​ນາ ພ້ອມ​ທັງ​ຢືນ­ຢັນ​ວ່າ ສປປ ລາວ ຍັງ​ບໍ່​ພົບ​ກໍ­ລະ­ນີ​ຜູ້​ຕິດ­ເຊື້ອ​ດັ່ງ­ກ່າວ ທັງ​ຈະ​ສືບ­ຕໍ່​ປະ­ຕິ­ບັດ​ມາດ ຕະ­ການ​ເຝົ້າ​ລະ­ວັງ ແລະ ການ​ປ້ອງ​ກັນ​ການ ລະ­ບາດ​ຂອງ​ພະ­ຍາດ​ໂຄ​ໂຣ​ນາ​ໄວ​ຣັສ.

ລາວຍັງບໍ່ພົບຜູ້ຕິດເຊື້ອພະຍາດໄວຣັສໂຄໂຣນາ

ລາວຍັງບໍ່ພົບຜູ້ຕິດເຊື້ອພະຍາດໄວຣັສໂຄໂຣນາ.(ພາບ: vientianemai.net)

ມາ​ເຖິງ​ປັດ­ຈຸ­ບັນ ສປປ ລາວ ມີ​ກໍ­ລະ­ນີ​ສົງ​ໃສ​ທັງ​ໝົດ 19 ກໍ­ລະ­ນີ ຜ່ານ​ການ​ເກັບ​ຕົວ­ຢ່າງ ກວດ​ໃນ ຫ້ອງ​ວິ­ເຄາະ​ແມ່ນ​ບໍ່​ພົບ​ເຊື້ອ ແລະ ເພື່ອ​ປ້ອງ​ກັນ ເຝົ້າ​ລະ­ວັງ​ພະ­ຍາດ​ນີ້​ແມ່ນ​ຈະ​ສືບ­ຕໍ່​ຕິດ­ຕາມ​ກໍ­ລະ­ນີ ຜູ້​ທີ່­ຢູ່​ໃກ້­ຊິດ ຄົນ​ເຈັບ​ທີ່​ຖືກ​ຢັ້ງ­ຢືນ​ວ່າ​ຕິດ­ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ ທີ່​ເຂົ້າ​ມາ​ທ່ຽວ​ລາວ ເມື່ອ​ກັບ ສປ ຈີນ ແລ້ວ​ກວດ​ພົບ​ວ່າ​ຕິດ­ເຊື້ອ ເຊິ່ງ ທີມ​ງານ​ສາ­ທາ­ລະ­ນະ​ສຸກ​ສືບ­ຕໍ່​ຕິດ­ຕາມ​ຢ່າງ​ໃກ້­ຊິດ ທັງ​ບຸກ­ຄົນ​ທີ່​ເຮັດ​ວຽກ​ໃນ​ການ​ບໍ​ລິ​ການ­ທ່ອງ­ທ່ຽວ ພະ­ນັກງານ​ຂັບ​ລົດ ຜູ້​ບໍ­ລິ­ການ​ໃນ​ໂຮງ­ແຮມ ຮ້ານ​ອາ­ຫານ ສະ­ຖານ­ທີ່​ທ່ອງ​ທ່ຽວທຸກ​ຄົນ​ທີ່​ມີ​ການ​ສຳ​ພັດ​ຢູ່​ແຂວງ​ຫຼວງ​ພະ​ບາງ ຈຳ­ນວນ 86 ຄົນ ແຂວງ​ຫຼວງ​ນ້ຳ​ທາ ແລະ ອຸ­ດົມ​ໄຊ​ໄດ້​ມີ​ການ​ຕິດ­ຕາມ​ຢ່າງ​ໃກ້­ຊິດ​ປັດ­ຈຸ­ບັນ ກຸ່ມ​ຄົນ​ດັ່ງ­ກ່າວ ແມ່ນ​ຍັງ​ມີ​ສຸ­ຂະ­ພາບ​ທີ່​ແຂງ­ແຮງ​ດີ ນອກ­ຈາກ​ນັ້ນ ແມ່ນ​ໄດ້​ສືບ­ຕໍ່​ຕິດ­ຕາມ​ແຮງ​ງານ​ຈີນ ແລະ ນັກ​ສຶກ​ສາ​ຈີນ ທີ່​ມາ​ເຮັດ​ວຽກ ແລະ ຮຽນ​ຢູ່ ສປປ ລາວ ໄດ້​ມີ​ການ​ວາງ​ແຜນ​ລົງ​ໄປ​ໃຫ້​ຂໍ້​ມູນ​ຂ່າວ­ສານ​ໂດຍ​ສະ­ເພາະ​ກັບ​ເຈົ້າ ຂອງ​ກິດ­ຈະ­ການ ນອກ­ຈາກ​ນັ້ນ​ຖ້າ​ມີ​ຜູ້​ທີ​ສົງ​ໃສ ຫຼື ມີ​ອາ­ການ​ເຂົ້າ​ກັບ​ນິ​ຍາມ​ແມ່ນ​ໄດ້​ມີ​ການ​ກະ­ກຽມ​ເພື່ອ​ກຳ ຈັດ​ບໍ­ລິ­ເວນ​ເປັນ​ເວ­ລາ 14 ວັນ​ເພື່ອ​ຕິດ­ຕາມ​ຢ່າງ​ໃກ້­ຊິດ ພ້ອມ​ນັ້ນ​ປັດ­ຈຸ­ບັນ​ຢູ່​ທົ່ວ​ປະ­ເທດ​ມີ​ເຄື່ອງ​ກວດ ວິ­ເຄາະ​ເຊື້ອ​ດັ່ງ­ກ່າວ​ທີ່​ທັນ​ສະ­ໄໝ​ໄດ້​ຮັບ​ການ​ຮັບ­ຮອງ​ຈາກ​ອົງ­ການ​ອະ­ນາ­ໄມ​ໂລກ ແລະ ສາ­ກົນ​ຈຳ­ນວນ 11 ເຄື່ອງ ສາ­ມາດ​ກວດ​ຫາ​ເຊື້ອ​ໄດ້ 2 ພັນ ຫາ 3 ພັນ​ຕົວ­ຢ່າງ​ຕໍ່​ມື້ ແລະ ເພື່ອ​ສ້າງ​ຄວາມ​ພ້ອມ ໃນ​ການ­ບົ່ງ­ມະ­ຕິ ແລະ ການ​ກວດ​ຫາ​ເຊື້ອ​ຢ່າງ​ວ່ອງ­ໄວ​ແມ່ນ​ໄດ້​ຈັດ​ເຝິກ­ອົບ­ຮົມ ແລະ ຈັດ​ສົ່ງ​ເຄື່ອງ​ກວ​ດວ​ວິ­ເຄາະ ເຄື່ອນ​ທີ່​ໃຫ້​ແຂວງ ຫຼວງ​ພະ​ບາງ ແລະ ແຂວງ​ຫຼວງ​ນ້ຳ​ທາ.

ຄະ­ນະ​ບໍ­ລິ­ຫານ ຄູ-ອາ­ຈານ ໂຮງ­ຮຽນ ມສ ລຽວ​ໂຕ ແລະ ກຸ່ມ​ໂຮງ­ຮຽນ​ສອນ ແລະ ຮຽນ​ພາ­ສາ​ຈີນ ຮ່ວມ​ໃຈ​ກັນ​ລະ­ດົມ​ທຶນ ເພື່ອ​ປະ­ກອບ­ສ່ວນ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຮຸນ​ແຮງ ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ ໄວ​ຣັສ ໂຄ​ໂຣ​ນາ (NCOV) ຢູ່ ສປ ຈີນ ພາຍ­ຫຼັງ​ໄດ້​ມີ​ການ​ລະ­ບາດ​ຢູ່​ເມືອງ​ອູ​ຮັ່ນ ແຂວງ​ຫູ​ເປີຍ ສປ ຈີນ ແຕ່​ທ້າຍ​ປີ 2019 ເປັນ­ຕົ້ນ​ມາ ແລະ ແຜ່​ລາມ​ໄປ​ຫຼາຍ​ແຂວງ​ຂອງ ສປ ຈີນ ແລະ ຫຼາຍ​ປະ­ເທດ​ໃນ​ໂລກ ໃນ​ປັດ­ຈຸ­ບັນ. ການ​ລະ­ດົມ​ທຶນ​ຄັ້ງ​ນີ້ ຈັດ​ຂຶ້ນ​ວັນ​ທີ 8 ກຸມ­ພາ 2020 ຢູ່​ໂຮງ­ຮຽນ​ດັ່ງ­ກ່າວ ໂດຍ​ມີ​ທ່ານ ສົມ​ປະ­ສົງ ຈັນ­ທະ​ວົງ ປະ­ທານ​ໂຮງ­ຮຽນ ມສ ລຽວ​ໂຕ ປະ­ທານ​ກຸ່ມ​ໂຮງ­ຮຽນ​ສອນ ແລະ ຮຽນ​ພາ­ສາ​ຈີນ ທ່ານ ໄຊ​ປະເສີດ ຕັງ​ຊະ­ນະ ຮອງ​ປະ­ທານ​ໂຮງ­ຮຽນ ມສ ລຽວ​ໂຕ ຮອງ​ປະ­ທານ​ກຸ່ມ​ໂຮງ­ຮຽນ​ສອນ ແລະ ຮຽນ​ພາ­ສາ​ຈີນ ທ່ານ ບຸນ​ສົງ ສະ­ຫວັນ​ວາ­ລີ ຮອງ​ປະ­ທານ​ໂຮງ­ຮຽນ ມສ ລຽວ​ໂຕ ເລ­ຂາ­ທິ­ການ​ກຸ່ມ​ໂຮງ­ຮຽນ​ສອນ ແລະ ຮຽນ​ພາ­ສາ​ຈີນ ພ້ອມ​ດ້ວຍ​ຄູ-ອາ­ຈານ ເຂົ້າ​ຮ່ວມ. ຜ່ານ​ການ​ລະ­ດົມ​ທຶນ ສາ­ມາດ​ຮວບ​ຮວມ​ເງິນ​ໄດ້​ທັງ​ໝົດ 100 ລ້ານ​ກີບ ເຊິ່ງ​ເງິນ​ຈຳ­ນວນ​ນີ້ ຈະ​ນຳ­ໄປ​ມອບ​ໃຫ້​ລັດ­ຖະ­ບານ ສປປ ລາວ ນຳ­ໄປ​ມອບ​ຕໍ່­ໃຫ້​ລັດ­ຖະ­ບານ ສປ ຈີນ ນຳ​ໃຊ້​ເຂົ້າ​ໃນ​ການ​ປ້ອງ​ກັນ​ການ​ລະ­ບາດ ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຮຸນ​ແຮງ ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ (NCOV) ຢູ່ ສປ ຈີນ.

ລາວຍັງບໍ່ພົບຜູ້ຕິດເຊື້ອພະຍາດໄວຣັສໂຄໂຣນາ

ພິ­ທີ​ມອບ-ຮັບ​ອຸ­ປະ­ກອນ​ການ​ແພດ.(ພາບ: vientianemai.net)

ພິ­ທີ​ມອບ-ຮັບ​ອຸ­ປະ­ກອນ​ການ​ແພດ ໄດ້​ຈັດ​ຂຶ້ນ​ວັນ​ທີ 10 ກຸມ­ພາ 2020 ທີ່​ກະ­ຊວງ​ການ​ເງິນ ຕາງ­ໜ້າ​ມອບ ໂດຍ​ທ່ານ ປີ​ຊາ​ໄຊ ແກ້ວ​ໄຊ​ຍະ​ຈັກ ປະ­ທານ ບໍ­ລິ­ສັດ ທີ່​ປຶກ­ສາ​ດ້ານ​ການ​ລົງ­ທຶນ ແລະ ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ ຈຳ­ກັດ​ຜູ້​ດຽວ ຕາງ­ໜ້າ​ຮັບ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ​ຄວບ​ຄຸມ ແລະ ແກ້​ໄຂ​ພະ­ຍາດ​ອັກ­ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ມີ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ພ້ອມ​ດ້ວຍ​ຄະ­ນະ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ປີ​ຊາ​ໄຊ ແກ້ວ​ໄຊ​ຍະ​ຈັກ ກ່າວ​ວ່າ: ບໍ­ລິ­ສັດ​ຂອງ​ພວກ​ເຮົາ​ໄດ້​ເຫັນ​ຄວາມ​ສຳ­ຄັນ​ໃນ​ການ​ໂຕ້​ຕອບ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ດັ່ງ­ກ່າວ ເພາະ​ເຫັນ​ວ່າ ສປປ ລາວ ເປັນ​ປະ­ເທດ​ໜຶ່ງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ ສປ ຈີນ ຍາວ​ສົມ­ຄວນ ເຊິ່ງ​ກໍ່­ໃຫ້­ເກີດ​ມີ​ຄວາມ​ສ່ຽງ​ໃນ​ການ​ຕິດ­ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ເພື່ອ​ເປັນ​ການ​ກະ­ກຽມ​ຄວາມ​ພ້ອມ ແລະ ໂຕ້​ຕອບ​ຕໍ່​ພະ­ຍາດ​ດັ່ງ­ກ່າວ​ນີ້ ດັ່ງ­ນັ້ນ ທາງ​ບໍ­ລິ­ສັດ​ຂອງ​ພວກ​ເຮົາ​ຈຶ່ງ​ໄດ້​ນຳ​ເອົາ​ອຸ­ປະ­ກອນ​ການ​ແພດ​ທີ່​ສາ­ມາດ​ໂຕ້​ຕອບ ປ້ອງ​ກັນ ແລະ ຕ້ານ​ກັບ​ພະ­ຍາດ​ໄວ​ຣັສ​ໂຄ​ໂຣ​ນາ ປະ­ກອບ​ມີ: ເຄື່ອງ​ກວດ​ວິ­ເຄາະ​ຫາ​ເຊື້ອ​ພະ­ຍາດ ໂຄ​ໂຣ​ນາ ຈຳ­ນວນ 2 ເຄື່ອງ ນ້ຳ​ຢາ​ກວດ​ຫາ​ເຊື້ອ​ພະ­ຍາດ ຈຳ­ນວນ 2.500 ຫຼອດ ຖົງ­ມື​ຈຳ­ນວນ 100.000 ຄູ່ ຊຸດ​ປ້ອງ​ກັນ​ພະ­ຍາດ ຈຳ­ນວນ 1.200 ຊຸດ ລວມ​ມູນ​ຄ່າ​ທັງ​ໝົດ 205.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1,8 ຕື້​ກວ່າ​ກີບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.