ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ: ຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດບໍ່ໃຫ້ສົ່ງຜົນສະທ້ອນເຖິງການຜະລິດ, ດຳເນີນທຸລະກິດ, ການດຶງດູດການທ່ອງທ່ຽວ

16:30 | 17/02/2020

ຍສໝ - ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດ Covid-19, ພ້ອມທັງຫຼີກລ້ຽງບໍ່ໃຫ້ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ແລະ ການດຶງດູດການທ່ອງທ່ຽວ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ: ຮັບປະກັນການປ້ອງກັນ, ຕ້ານເຊື້ອພະຍາດບໍ່ໃຫ້ສົ່ງຜົນສະທ້ອນເຖິງການຜະລິດ, ດຳເນີນທຸລະກິດ, ການດຶງດູດການທ່ອງທ່ຽວ

ພາບປະກອບ

ຕາມແຈ້ງການໂດຍກະຊວງສາທາລະນະສຸກ ໄດ້ຖະແຫຼງໃນວັນທີ 15 ກຸມພາ, ອົງການ WHO ຢັ້ງຢືນວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນກໍາລັງຄວາມສາມາດໃນການແກ້ໄຂບັນດາບັນຫາການແພດສາທາລະນະສຸກເສີນ, ນັບທັງການເກີດໂລກລະບາດຕິດຕໍ່ສາຍພັນໃໝ່. ໝາກຜົນດັ່ງກ່າວແມ່ນບັນລຸໄດ້ພາຍຫຼັງມີການລົງທຶນ, ເພີ່ມທະວີກໍາລັງຄວາມສາມາດມາເປັນເວລາຫຼາຍປີ ຕາມຄວາມຮຽກຮ້ອງຂອງກົດລະບຽບສາທາລະນະສຸກສາກົນ (2005). ອົງການ WHO ໄດ້ເອີ້ນວ່າ ນີ້ແມ່ນກໍາລັງແຫ່ງຊາດ ໃນການກຽມພ້ອມຮັບມື ແລະ ຄວຍຄຸມບັນດາບັນຫາສາທາລະນະສຸກສຸກເສີນ.

ຖະແຫຼງການປະທານ ກ່ຽວກັບເລື່ອງ ອາຊຽນ ຮ່ວມກັນຮັບມືກັບເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກ Covid - 19 ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ປະກາດໃຊ້ພາຍຫຼັງປຶກສາຫາລືກັບບັນດາປະເທດສະມາຊິກ ອາຊຽນ, ໃນສະພາບການທີ່ເຊື້ອພະຍາດດັ່ງກ່າວມີການຜັນແປຢ່າງສັບສົນ. ຖະແຫຼງການດັ່ງກ່າວ ໄດ້ສະແດງຄວາມວິຕົກກັງວົນຂອງການນໍາບັນດາປະເທດ ອາຊຽນ ຕໍ່ການຜັນແປຂອງເຊື້ອພະຍາດດັ່ງກ່າວ ພ້ອມທັງເນັ້ນໜັກເຖິງຄວາມສາມັກຄີຂອງ ອາຊຽນ ໃນການຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດດັ່ງກ່າວ, ຮັບປະກັນໃຫ້ປະຊາຊົນມີຊີວິດທີ່ສະຫງົບສຸກ. ນອກຈາກນັ້ນ, ຖະແຫຼງການສະບັບດັ່ງກ່າວ ກໍໄດ້ເນັ້ນໜັກວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮັກສານະໂຍບາຍເປີດປະຕູ; ເຫັນດີເປັນເອກະພາບຕໍ່ການສົມທົບໃນວຽກງານກວດກາສາທາລະນະສຸກຢູ່ດ່ານຊາຍແດນແຫ່ງຕ່າງໆຂອງບັນດາປະເທດສະມາຊິກ; ຮຽກຮ້ອງໃຫ້ບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດ ສະມາຊິກອາຊຽນ ປະຈໍາຢູ່ປະເທດທີ 3 ໜູນຊ່ວຍດ້ານກົງສູນໃຫ້ພົນລະເມືອງ ອາຊຽນ ໃນກໍລະນີຈໍາເປັນ ກໍຄື ຮ່ວມມືກັນຢ່າງມີປະສິດທິຜົນສະກັດກັ້ນການເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ມີມູນຄວາມຈິງກ່ຽວກັບເຊື້ອພະຍາດ Covid – 19.

ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສືບຕໍ່ປະຕິບັດບັນດາຄຳສັ່ງ, ໂທລະເລກທາງການ ແລະ ເອກະສານຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ Covid-19 ຢ່າງເຂັ້ມງວດ, ປະຕິບັດການແຍກຕົວຕາມການແນະນຳຂອງກະຊວງສາທາລະນະສຸກ ເພືຶ່ອແນໃສ່ຄວບຄຸມສະພາບການຕິດແປດເຊື້ອພະຍາດ Covid-19 ໃຫ້ເປັນຢ່າງດີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.