ເຊື້ອພະຍາດ Covid-19: ກອງທັບ ຫວຽດນາມ ໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ

11:30 | 12/03/2020

ຍສໝ - ໃນໄລຍະຜ່ານມາ, ກອງທັບໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ຄື: ບໍ່ປະໃຫ້ໂລກພະຍາດແຜ່ລະບາດ, ບໍ່ປະໃຫ້ຖັນແຖວການແພດຖືກຕິດແປດ, ບໍ່ປະໃຫ້ມີຄົນເສຍຊີວິດ…

ວັນທີ 10 ເດືອນມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈີນເດີນ ກຳມະການສູນກາງພັກ, ກຳມະການປະຈຳຄະນະພັກກອງທັບສູງກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການສະກັດກັ້ນ, ຕ້ານໂລກລະບາດ Covid-19 ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳກ່ຽວກັບວຽກງານສະກັດກັ້ນ, ຕ້ານໂລກລະບາດໃນກອງທັບ.

ເປັນຫ່ວງໃຫ້ປະຊາຊົນ

ກ່າວຄຳປາໄສໃນກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ໄດ້ຕີລາຄາວ່າ: ໃນໄລຍະຜ່ານມາ, ກອງທັບໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ຄື: ບໍ່ປະໃຫ້ໂລກພະຍາດແຜ່ລະບາດ, ບໍ່ປະໃຫ້ຖັນແຖວການແພດຖືກຕິດແປດ, ບໍ່ປະໃຫ້ມີຄົນເສຍຊີວິດ…

ເຊື້ອພະຍາດ Covid-19: ກອງທັບ ຫວຽດນາມ ໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ

ທີມ ກອງທັບເຄມີ ໄດ້ຜັນຂະຫຍາຍສີດຂ້າແມ່ພະຍາດ ໃນນະຄອນຫຼວງຮ່າໂນ້ຍ. (ພາບ: vanhoaonline.vn)

5 ລະດັບຕ້ອງການບຸກບືນປະຕິບັດ ຄື: ບໍ່ໃຫ້ລະບາດຢ່າງກວ້າງຂວາງ, ບໍ່ໃຫ້ຖັນແຖວພະນັກງານການແພດຕິດເຊື້ອພະຍາດ, ບໍ່ໃຫ້ມີຜູ້ເສຍຊີວິດ, ບໍ່ກໍ່ຈິດຕະວິທະຍາຫວາດຫວັ່ນເສຍຂວັນ ແລະ ບໍ່ໃຫ້ສົ່ງຜົນກະທົບທີ່ບໍ່ດີຕໍ່ເສດຖະກິດ - ສັງຄົມ, ການຮ່ວມມືສອງຝ່າຍກໍ່ຄືຫຼາຍຝ່າຍ.

ທ່ານພົນໂທ ເຈິ່ນເດີນໄດ້ຕີລາຄາວ່າ: ປະຈຸບັນ ເຊື້ອພະຍາດລະບາດອັນກວ້າງຂວາງໃນທົວໂລກ ມີຫຼາຍກວ່າ 100.000 ຜູ້ຕິດ ແລະ ຫຼາຍຜູ້ເສຍຊີວິດ. ເຊື້ອພະຍາດລະບາດແຮງຢູ່ຈີນ, ເກົ່າຫຼີ, ເອີຣົບ, ອີຣ່ານ ແລະ ອື່ນໆ. ຫວຽດນາມກຳລັງຢູ່ໄລຍະຕົ້ນໃນການປ້ອງກັນເຊື້ອພະຍາດ, ຕ້ອງການມີແຜນການເພື່ອຮັບມືກັບຄວາມສາມາດເຊື້ອພິຍາດລະບາດແຮງ.

ທ່ານພົນໂທ ເຈິ່ນເດີນ ຮຽກຮ້ອງກຳລັງທະຫານປ້ອງກັນຊາຍແດນປະຕິບັດໃຫ້ດີການກວດກາດ່ານຊາຍແດນ. ເຫຼົ່າຮົບເຄມີຕ້ອງກ່ຽມພ້ອມຮັບໜ້າທີ່ພົ່ນຂ້າເຊື້ອໂລກ. ຄ້າງຄຽງນັ້ນ, ກອງບັນຊາການ ທີ 86 ຕ້ອງສ້າງຕັ້ງຊອດແວຄຸ້ມຄອງເຊື້ອພະຍາດ, ຄົ້ນຄ້ວາຄຸ້ມຄອງຂໍ້ມູນໃນອີນເຕີເນັດ, ປະກອບຄຳເຫັນເພື່ອແກ້ໄຂກໍລະນີທີ່ຈຳເປັນ. ທ່ານພົນໂທ ເຈີນເດີນ ກໍ່ຮຽກຮ້ອງກົມແພດທະຫານຕ້ອງຄົ້ນຄ້ວາ, ຈັດຕັ້ງການເຝິກອົບຮົມ, ປະກອບຄຳເຫັນໃຫ້ບັນດາໂຮງໝໍເພື່ອຍົກສູງຄວາມສາມາດໃນການປ້ອງກັນເຊື້ອພະຍາດ ແລະ ກຽມພ້ອມປີ່ນປົວ.

ເຊື້ອພະຍາດ Covid-19: ກອງທັບ ຫວຽດນາມ ໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ

ພົນໂທ ເຈີນເດີນ ໄດ້ກ່າວຄຳປາໄສໃນກອງປະຊຸມ. (ພາບ: vanhoaonline.vn)

ທ່ານພົນໂທ ເຈິ່ນເດີນ ກໍ່ເອກະສັນກັນກັບຂໍ້ສະເໜີສ້າງແຜນການການປ້ອງກັນເຊື້ອພະຍາດຕາມທິດທາງອັບເດດສະພາບເຊື້ອພະຍາດ, ຮັບປະກັນຕາມນໍ້າໃຈ " ຕ້ານເຊື້ອພະຍາດຄືຕ້ານສັດຕູ".

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.