ຕອນເຊົ້າວັນທີ 19 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.
ຍສມ - ການໂຄສະນາ ແຫ່ງທ່ອງທ່ຽວ 3 ແຫ່ງ ເຊິ່ງເປັນມໍລະດົກໂລກ ບົນເວທີດຽວກັນ ,ໄດ້ນຳຜົນປະໂຫຍດມາສູ່ ການເສີມຂະຫຍາຍ ຄວາມຫຼາກຫຼາຍດ້ານ ສິນຄ້າທ່ອງທ່ຽວ ດ້ວຍ ເອກກະລັກ ວັດທະນະທຳ ຂອງແຕ່ລະຊົນເຜົ່າ ປະກອບສ່ວນສ້າງໃຫ້ເກີດມີທົວທ່ອງທ່ຽວອັນດຶງດູດ.
ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫລວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ,ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານ ຫລາຍກວ່າ 500 ທ່ານ.
ຍສໝ - ກອງປະຊຸມສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ ແຂວງພາກເໜືອຂອງຫວຽດນາມ ແລະ ບັນດາແຂວງພາກເໜືອຂອງລາວ ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ໂຮງແຮມລີສອດສັນຕິຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ວູ່ດ່າງແມ໋ງ ຫົວໜ້າກົງສູນໃຫຍ່ ສສ.ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະ ທ່ານ ນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ ມີບັນດາຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 07 ແຂວງພາກເໜືອຂອງລາວ, 05 ແຂວງພາກເໜືອຂອງຫວຽດນາມ ພ້ອມດ້ວຍຕາງໜ້າພະແນກການນັກທຸລະກິດຢູ່ພາຍໃນແຂວງ ຫຼວງພະບາງ.
ໃນຕົ້ນອາທິດທີ່ຜ່ານມາ, ຄະນະກຳມະການພັກແຂວງ, ຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວໄດ້ນຳພາຄະນະ ເດີນທາງມາພົບປະ ແລະ ເຮັດວຽກຢູ່ ແຂວງຫຼວງພະບາງ. ຄະນະທີ່ເດີນທາງມາແຕ່ ສສ.ຫວຽດນາມປະກອບມາຈາກ 5 ແຂວງພາກເໜືອ ເປັນຕົ້ສກໍ່ແມ່ນແຂວງ ດຽນບຽນ, ໄລເຈົ້າ, ນາກາຍ, ຟູເທາະ ແລະ ແຂວງເຊີນລາ; ເຊິ່ງນຳໂດຍ ທ່ານ ຟາມຫວຽດຢຸ້ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດຽນບຽນ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ່ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ.
ກາງເດືອນພະຈິກ 2018 ນີ້, ຄະນະຜູ້ແທນ 4 ແຂວງພາກເໜືອຕາເວັນຕົກ ສສ ຫວຽດນາມ ເຊິ່ງປະກອບມີ ແຂວງດຽນບຽນ, ລາຍເຈົາ, ລາວກາຍ ແລະ ແຂວງຟູເທາະ ນຳໂດຍທ່ານ ຟາມຫວຽດ ຊຸ໋ງ ກຳມະການພັກແຂວງຫົວໜ້າ ພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງດຽນບຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທາງດ້ານການທ່ອງທ່ຽວ ຢູ່ແຂວງພາກເໜືອຂອງລາວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນກວມ ມິດເມືອງໄຊ ຮອງຫົວໜ້າພະແນກ ຖວທ ແຂວງອຸດົມໄຊ.
ຍສໝ - ໃນຂອບເຂດ “ ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ2018 ຕອນເຊົ້າຂອງວັນທີ 6 ພະຈິກ , ຢູ່ທີ່ ຫໍວັດທະນະທຳ ແຂວງຫົວພັນ ( ແຫ່ງ ສປປ ລາວ) ໄດ້ດຳເນີນ ການເປີດຮ້ານວາງສະແດງ ແລະ ຂາຍສິນຄ້າ ວັດທະນະທຳ, ທ່ອງທ່ຽວ, ແນະນຳວັດທະນະທຳ ອາຫານ ປະມານ 15 ຮ້ານ ( ແຂວງເຊີນລາ ມີ 5 ຮ້ານ ແລະ 10 ຮ້ານ ເປັນຂອງຫົວພັນ), ວາງສະແດງສິນຄ້າຈາກທຳມະຊາດ, ສິນຄ້າປະຈຳທ້ອງຖິ່ນ; ສິນຄ້າວັດທະນະທຳ; ໂຄສະນາການທ່ອງທ່ຽວ...
ພິທີເປີດ “ສັບປະດາວັດທະນະທຳ-ທ່ອງທ່ຽວ ເຊີນລາ ແລະ ຫົວພັນ” ປີ 2018
ທີ່ງານບຸນ, ມີການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ດູດດື່ມໄດ້ຮັບການຈັດຕັ້ງຄື: ງານວາງສະແດງພາບປຸກລະດົມຂະໜາດໃຫຍ່ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນປະຫວັດສາດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ
ແຂວງຫົວພັນ ສປປ ລາວ ແລະແຂວງເຊິນລາ ສສ ຫວຽດນາມ ຮ່ວມກັນຈັດສັບປະດາວັດທະນະທຳ ແລະ ທ່ອງທ່ຽວປະຈຳປີ 2018 ຢູ່ເທດສະບານແຂວງຫົວພັນ ແຕ່ວັນທີ 9-12 ພະຈິກ ທີ່ຈະມາເຖິງ, ມາຮອດປັດຈຸບັນ ສອງແຂວງກຳລັງຂຸ້ນຂ້ຽວກະກຽມຄວາມພ້ອມທາງດ້ານເນື້ອໃນ ແລະກິດຈະກຳຕ່າງໆທີ່ຮ່ວມກັນເຊັ່ນ: ວຽກງານສິລະປະວັນນະຄະດີ, ກິລາ, ຮູບພາບ, ຄຳຂວັນ, ຕົບແຕ່ງສະຖານທີ່ ແລະແບ່ງຄວາມຮັບຜິດຊອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງແຂວງ.
ຍສໝ - Ecohost ຜູ້ປະກອບການໃໝ່ຂະແໜງທ່ອງທ່ຽວ ຂອງຫວຽດນາມ ເອົາຊະນະຜູ້ແຂ່ງຂັນ ກວ່າ 110 ຫົວໜ່ວຍ ຍາດໄດ້ລາງວັນທີ 2 ຂອງການແຂ່ງຂັນຫົວຄິດປະດິດສ້າງ ຊ່ວຍຍູ້ໜູນ ຜູ້ປະກອບການທ່ອງທ່ຽວໃໝ່ ເຂດແມ່ນຳ້(MIST) ຂອງ ປີ 2018.
ອາທິດທີ່ຜ່ານມາ, ຄະນະຮັບຜິດຊອບຈັດງານສັບປະດາວັດທະນະທຳ-ທ່ອງທ່ຽວເຊີນລາ ປີ 2018 ຢູ່ ແຂວງຫົວພັນ ໄດ້ຈັດກອງປະຊຸມ ປຶກສາຫາລື ເພື່ອເປັນເອກະພາບດ້ວຍເນື້ອໃນ ແລະ ພິທີການ ແຂວງຫົວພັນນຳໂດຍທ່ານ ພູໂຊນ ທຳມະວິໄຊ ຮອງເຈົ້າແຂວງໆຫົວພັນ ແລະ ແຂວງເຊິນລາ ນຳໂດຍທ່ານ ຫວຽນວັນທຸ້ຍ ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ພ້ອມດ້ວຍຄະນະ.
ວັນທີ 25 ກັນຍາ 2018 ນີ້, ເມືອງສາລະວັນ ແຂວງສະລະວັນ ໄດ້ຈັດງານສະເຫລີມສະ ຫລອງປີທ່ອງທ່ຽວລາວ 2018 ຕິດພັນກັບການບຸນຊ່ວງເຮືອປະເພນີ ຢ່າງຄຶກຄື່ນ, ມ່ວນຊື່ນ.
ຍສໝ - ທ່ານ ເຈີ່ນດຶກ ຫ໋າຍ ຫົວໜ້າພະແນກ ທ່ອງທ່ຽວ ຮ່າໂນ້ຍໃຫ້ຮູ້ວ່າ: CNN ກຳລັງໂຄສະນາພາບລັກຂອງການທ່ອງທ່ຽວຮ່າໂນ້ຍ, ໃນນັ້ນປະກອບມີການດັດແກ້ເພີ່ມເຕີມຂໍ້ມູນໂຄສະນາຄັດເລືອກເອົາ ຮ່າໂນ້ຍເປັນສະຖານທີ່ທ່ອງທ່ຽວອັນດັບຕົ້ນໆຂອງໂລກ.
ການສ້າງຂີດຄວາມສາມາດ ຂອງຊຸມຊົນໃນເຂດຊົນນະບົດ ສຳລັບການ ພັດທະນາ ການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນ ທາງທຳມະຊາດໃຫ້ມີຄວາມຍືນຍົງ ໂດຍອີງໃສ່ທ່າແຮງ ຂອງເຂດ ອະນຸລັກສັດປ່າໂອ່ງ-ມັ່ງ ຫລື ແຫ່ງອື່ນໆ ທີ່ໃກ້ກັບນະ ຄອນໄກສອນ ພົມວິຫານ.
ຍສໝ - ວັນທີ 16 ກັນຍາ ຢູ່ນະຄອນ ດ້ຽນບຽນຟູ້ ພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງດ້ຽນບຽນ ໄດ້ຈັດກອງປະຊຸຸມປຶກສາຫາລື ກັບ ຄະນະຮັບຜິດຊອບຂອງ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ກ່ຽວກັບການເພີ່ມທະວີການຮ່ວມມື ພັດທະນາ ຂົງເຂດວັດທະນະທຳ ແລະ ທ່ອງທ່ຽວ.
ຍສໝ - ເກາະທີ່ງາມຄືກັນກັບ ສະຫວັນຊັ້ນຟ້າສຳລັບການພັກຜ່ອນ ເປັນເຂດທີ່ມີພູມມິອາກາດ ອົບອຸ່ນ ແລະ ຊາຍຫາດປົກຫຸ້ມດ້ວຍຮົ່ມຕົ້ນໝາກພ້າວອັນຮົ່ມເຢັນ.
ຍສໝ - ສອງວັນທີ່ຜ່ານມາ, ທີ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ; ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ຫງວ໋ຽນງັອກ ທຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ ທ່ານລັດຖະມົນຕີ ຖວທ ເດີນທາງໄປຢ້ຽມຢາມ ສສ.ຫວຽດນາມ ເພື່ອຮັດແໜ້ນສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນການ ຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ນັບມື້ເລິກເຊິ່ງ ແລະ ມີປະສິດທິຜົນສູງຂຶ້ນໄປເລື້ອຍໆ.
ຍສໝ - ເປັນປະຈຳທຸກປີ ພໍຮອດມື້ແຮມ 15 ຄໍ່າເດືອນ 9 ຊາວນະຄອນຫຼວງພະບາງ ເມືອງມໍລະດົກໂລກ ກໍ່ຈະຈັດການແຂ່ງຂັນຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ, ເຊີ່ງປີນີ້ກົງກັບວັນອາທິດ ວັນທີ່ 9 ກັນຍາ. ພິເສດປີນີ້ ແມ່ນໄດ້ຈັດຂື້ນເປັນຫນຶ່ງໃນກິດຈະກຳຫຼັກຂອງການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຢູ່ແຂວງຫຼວງພະບາງ.
ສະພາບການພັດທະນາການທ່ອງທ່ຽວຂອງ ຮ່າໂນ້ຍ ໃນໄລຍະຜ່ານມາ ພ້ອມທັງແບ່ງປັນກ່ຽວກັບແຜນການພັດທະນາການທ່ອງທ່ຽວ ກາຍເປັນຂະແໜງເສດຖະກິດປາຍແຫຼມຂອງ ຮ່າໂນ້ຍ.