ແຜນຍຸດທະສາດ ພັດທະນາການທ່ອງທ່ຽວ ຮອດປີ 2025

10:28 | 15/07/2019

ຂະແໜງທ່ອງທ່ຽວແມ່ນຂະແໜງອຸດສາຫະກຳ ບໍ່ມີຄວັນທີ່ໃນແຕ່ລະປີສ້າງລາຍຮັບເຂົ້າງົບປະມານ ແຫ່ງ ສປປ ລາວ ເວົ້າລວມ, ແຂວງສະຫວັນນະເຂດເວົ້າສະເພາະ ເປັນຈຳນວນເງິນຫຼາຍຮ້ອຍຕື້ກີບ. ເຫັນໄດ້ຄວາມໝາຍສຳຄັນດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວາງແຜນຍຸດທະສາດ ພັດທະນາການທ່ອງທ່ຽວເຖິງ 2025.

ແຜນຍຸດທະສາດ ພັດທະນາການທ່ອງທ່ຽວ ຮອດປີ 2025

ບັນດາອົງການທີ່ກ່ຽວຂ້ອງໃນການພັດທະນາການທ່ອງທ່ຽວ.


ບັນດາທ່ານ ທີ່ເປັນຕົວ ແທນມາຈາກ 14 ເມືອງ ແລະ 1 ນະຄອນ ຂອງແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງ ປະຊຸມຜ່ານຮ່າງປັບປຸງແຜນຍຸດທະສາດພັດທະນາການທ່ອງທ່ຽວ ແລະສົ່ງເສີມການ ທ່ອງທ່ຽວປີ 2019-2025 ໄລ ຍະທີ 3 ຂອງ ແຂວງສະຫວັນ ນະເຂດ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນທີ່ສະໂມສອນຂອງເມືອງພະ ລານໄຊ ໃນວັນທີ 11 ມິຖຸນາ 2019.

ໃຫ້ກຽດເຂົ້າຮ່ວມເປັນປະທານ ໃນກອງປະຊຸມຄັ້ງນີ້ ໂດຍ ມີ ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກ ແຜນການ ແລະການລົງທຶນແຂວງ, ທ່ານ ສີຫາ ພັນນະວົງ ຮອງຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວແຂວງ, ທ່ານ ບຸນເລດ ຈັນທອງທິບ ຮອງຫົວໜ້າພະແນກ ກະສິກຳ-ປ່າໄມ້ແຂວງກໍ່ໄດ້ເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການປຶກສາຫາລື ຜົນຂອງການລົງສຳຫຼວດແຫຼ່ງທ່ອງທ່ຽວ 5 ເມືອງເປົ້າໝາຍຂອງໂຄງການປ່າໂຄກ ເຊິ່ງລວມມີ 5 ເມືອງຄື: ຊົນນະບູລີ, ສອງຄອນ, ທ່າປາງທອງ, ພີນ ແລະເມືອງພະລານໄຊ. ໃນນີ້, ແຕ່ລະພາກສ່ວນໃຫ້ຄຳເຫັນໃນດ້ານມູມມອງໃນການວາງແຜນພັດທະນາ ແລະສົ່ງເສີມການທ່ອງທ່ຽວຂອງແຕ່ລະເມືອງ, ປະເມີນຈຸດດີ-ຈຸດອ່ອນ, ໂອກາດ ແລະສິ່ງທ້າທາຍຕ່າງໆໃນການລົງສຳຫຼວດຢູ່ໃນ 5 ເມືອງເປົ້າໝາຍ ເຊິ່ງລວມເອົາດ້ານວັດທະນະທຳ-ສັງຄົມ, ດ້ານສິ່ງແວດລ້ອມ ແລະດ້ານເສດຖະກິດ.

ພ້ອມນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນວາງວິໄທທັດ,ຈຸດປະສົງ ແລະຄາດໝາຍສູ້ຊົນ ໂດຍຖືເອົາການພັດທະນາແຫຼ່ງທ່ອງທ່ຽວດ້ານທຳມະຊາດ, ປະຫວັດສາດ ແລະວັດທະນະທຳຕິດພັນກັບການພັດທະນາພື້ນຖານໂຄງລ່າງດ້ານສິ່ງອຳນວຍຄວາມສະດວກຂອງ 5 ເມືອງເປົ້າໝາຍພາຍໃນແຂວງສະຫວັນນະເຂດ. ຈຸດປະສົງຫຼັກຂອການຈັດກອງປະຊຸມໃນຄັ້ງນີ້ກໍ່ເພື່ອສຳຫຼວດ, ຈັດສັນ ແລະພັດທະນາແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ທຳມະຊາດ ແລະວັດທະນະທຳໃຫ້ມີຄວາມຫຼາກຫຼາຍທາງດ້ານກິດຈະກຳການທ່ອງທ່ຽວ ແລະຍືນຍົງ ເຊິ່ງແຕ່ລະເມືອງກໍ່ໄດ້ສະເໜີວິໄສທັດຂອງຕົນເອງ ເພື່ອພັດທະນາແຫຼ່ງທ່ອງທ່ຽວທີ່ສຳຄັນພາຍໃນເມືອງຂອງຕົນໃຫ້ມີຈຸດເດັ່ນຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.