ຊຸກຍູ້ການຮ່ວມມືລະຫວ່າງຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ

22:38 | 30/07/2019

ຕອນເຊົ້າວັນທີ 29 ກໍລະກົດ, ທ່ານ ເລແຄ໊ງຫາຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ.

ຊຸກຍູ້ການຮ່ວມມືລະຫວ່າງຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ

ບັນຍາກາດທີ່ການຕ້ອນຮັບ. (ພາບ: toquoc.vn)

ແບ່ງປັນແຜນການຂອງຄະນະໃນການມາເຮັດວຽກຄັ້ງນີ້, ທ່ານ ບົວໄລ ພານຸວົງ ໃຫ້ຮູ້ວ່າ, ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ຈະເຮັດວຽກກັບຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່ຽວກັບບັນດາບັນຫາ, ຄື: ຫັນລະບອບການລາຍງານໃຫ້ງ່າຍດາຍກວ່າ, ຫຼຸດຜ່ອນລະບຽບການບໍລິຫານລົງ... ພ້ອມກັນນັ້ນທ່ານກໍ່ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ຝ່າຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະໜູນຊ່ວຍການກໍ່ສ້າງ, ຝຶກອົບຮົມສອນພາສາຫວຽດນາມ ໄລຍະສັ້ນໃຫ້ແກ່ພະນັກງານຂະແໜງຖະແຫຼງຂ່າວ, ວັດທະນະທໍາ ແລະການທ່ອງທ່ຽວຂອງລາວ.

ຊຸກຍູ້ການຮ່ວມມືລະຫວ່າງຫ້ອງການກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ

ສອງຝ່າຍຖ່າຍຮູບເປັນທີ່ລະນຶກ. (ພາບ: toquoc.vn)

ເພື່ອເສີມຂະຫຍາຍບັນດາອາລົມຈິດນັ້ນ, ພິເສດແມ່ນໃນຂົງເຂດເຊິ່ງສອງກະຊວງພວມຄຸ້ມຄອງ, ທ່ານ ເລແຄ໊ງຫາຍ ສະເໜີໃຫ້ຫ້ອງການຂອງສອງກະຊວງຄວນມີແຜນການສົມທົບກັນຢ່າງແໜ້ນແຟ້ນ, ເປັນປະຈໍາກວ່າອີກໃນໄລຍະຈະມາເຖິງ. ປະຈຸບັນ, ຂົງເຂດວັດທະນະທໍາ, ການທ່ອງທ່ຽວແມ່ນບັນດາຂົງເຂດທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ພ້ອມກັນນັ້ນທ່ານກໍ່ຖືວ່າທັງສອງຝ່າຍຄວນແລກປ່ຽນຂໍ້ມູນຂ່າວສານເປັນປະຈໍາ, ຄົບຖ້ວນ ແລະທັນການ ເພື່ອໜູນຊ່ວຍເຊິ່ງກັນ ແລະກັນໃຫ້ໄດ້ຫຼາຍກວ່າອີກ. ກ່ຽວກັບຂໍ້ສະເໜີຂອງຜູ້ຕາງໜ້າຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ, ທ່ານ ເລແຄ໊ງຫາຍ ໄດ້ສະເໜີໃຫ້ກົມຮ່ວມມືສາກົນຄົ້ນຄວ້າ, ສ້າງແຜນການຢ່າງລະອຽດເພື່ອໜູນຊ່ວຍພະນັກງານປະເທດເພື່ອນມິດລາວ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.