ສືບຕໍ່ປະຕິບັດເປົ້າຫມາຍ 5 ປະເທດ 1 ຈຸດຫມາຍເສັ້ນທາງ

18:36 | 17/06/2019

ໃນວັນ ທີ 14 ມິຖຸນາ 2019, ທີີ່ ແຂວງຊຽງລາຍ, ຣາຊະອານະຈັກໄທ ໄດ້ຈັດມີກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ACMECS ຄັ້ງທີ 4 ແລະ ກອງປະຊຸມ ລັດຖະມົນຕີ ທ່ອງທ່ຽວ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 5.

ເຂົ້າຮ່ວມຂອງກອງປະຊຸມ ດັ່ງກ່າວ ມີບັນດາ ປະເທດສະມາຊິກ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານ ເລ ກ່ວາງ ຕູງ ຮອງລັດຖະມົນຕີ ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ເປັນຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ.

ສືບຕໍ່ປະຕິບັດເປົ້າຫມາຍ 5 ປະເທດ 1 ຈຸດຫມາຍເສັ້ນທາງ

ຄະນະຜູ້ແທນ 5 ປະເທດ ກໍາປູເຈຍ, ລາວ, ມຽນມາ, ຫວຽດນາມ ແລະ ໄທ ເຂົ້າຮ່ວມກອງປະຊຸມ ACMECS ຄັ້ງທີ 4.

ກອງປະຊຸມຄັ້ງນີ້, ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດ ໃນການຈັດຕັ້ງປະຕິບັດ ແຜນງານຮ່ວມມືດ້ານການທ່ອງທ່ຽວໃນປີຜ່ານມາ, ເປັນຕົົ້ນ ວຽກງານການອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ, ການສ້າງຜະລິດຕະພັນ ການທ່ອງທ່ຽວ, ການບໍລິການ, ການພັດທະນາບຸກຄະລາກອນ, ການໂຄສະນາສົ່ງເສີມການຕະຫລາດ, ການທ່ອງທ່ຽວ ສົ່ງເສີມການປຸງແຕ່ງອາຫານ. ໃນປີ 2018 ມີນັກທ່ອງທ່ຽວສາກົນ ມາທ່ຽວໃນຂົງເຂດ ACMECS ທັງໝົດ 67,71 ລ້ານເທື່ອຄົນ ເພີີ່ມຂຶ້ນ 10,67% ທຽບໃສ່ປີ 2017 ໃນນັ້ນການເດີນທາງ ທ່ອງທ່ຽວ ພາຍໃນ ປະເທດສະມາຊິກ ຂົງເຂດ ACMECS ນີ້ ບັນລຸເຖິງ 9,55 ລ້ານຄົນ ເພີີ່ມຂຶ້ນ 14,1% ສ້າງລາຍຮັບໄດ້ 96 ຕື້ໂດລາສະຫະລັດ.

ໃນຂອບເຂດການຮ່ວມມື ດ້ານທ່ອງທ່ຽວ ຂອງ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ກໍມີທ່າອ່ຽງຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ເຊິ່ງໃນປີ 2018 ມີນັກທ່ອງທ່ຽວສາກົນ ມາທ່ຽວໃນຂົງເຂດ CLMV ທັງໝົດ 29,433.308 ເທື່ອຄົນ ເພີີ່ມຂຶ້ນ 13,96% ທຽບໃສ່ປີ 2017. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ຮ່ວມກັນກໍານົດ ແຜນດໍາເນີນງານດ້ານການທ່ອງທ່ຽວ 5 ປີ 2019- 2023 ໃນຂົງເຂດ ແລະ ແຜນດໍາເນີນງານ ດ້ານການທ່ອງທ່ຽວ 2019-2021 ໃນຂົງເຂດ CLMV ແລະ ສືບຕໍ່ຮ່ວມມື ກັນຢ່າງແໜ້ນແຟ້ນ ສຸມໃສ່ສ້າງ ຜະລິດຕະພັນ ໃຫ້ຫລາກຫລາຍ, ການແລກປ່ຽນຂໍ້ມູນຂ່າວສານ, ການທ່ອງທ່ຽວ ຮັບປະກັນ ຄວາມປອດໄພ, ຊຸກຍູ້ ໃຫ້ມີເສັ້ນທາງ ເຊຶອມຕໍ່ ທາງບົກ ແລະ ສາຍການບິນໂດຍກົງ ໄປຫາເມືອງ ທ່ອງທ່ຽວ ທີີ່ສໍາຄັນ ສົ່ງເສີມການເດີນທາງ ທ່ອງທ່ຽວ ໄປມາຫາສູ່ກັນ ພາຍໃນປະເທດ ສະມາຊິກ ໃຫ້ຫລາຍຂຶ້ນ, ເພີີ່ມທະວີ ການຮ່ວມມືພາກລັດ, ພາກເອກະຊົນ ແລະ ພາກສ່ວນທີີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ເກີດຜົນປະໂຫຍດສູງສຸດ ແລະ ພັດທະນາແບບຍືນຍົງ.

ສືບຕໍ່ປະຕິບັດເປົ້າຫມາຍ 5 ປະເທດ 1 ຈຸດຫມາຍເສັ້ນທາງ

ກອງປະຊຸມ ACMECS ຄັ້ງທີ 4 ໄດ້ຈັດຕັ້ງທີີ່ ຣາຊະອານະຈັກໄທ ໄທ.

ຄະນະຜູ້ແທນລາວ ໄດ້ແຈ້ງໃຫ້ຮູ້ວ່າ: ຊຸມປີຜ່ານມາ ກໍ່ໄດ້ເອົາໃຈໃສ່ເຂົ້າຮ່ວມການຈັດຕັ້ງປະຕິບັດ ຮ່ວມກັບປະເທດສະມາຊິກ ໃນຂອບການຮ່ວມມືດັ່ງກ່າວຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ສຳເລັດ ການຈັດຕັ້ງປີທ່ອງທ່ຽວລາວ 2018, ສ້າງກິດຈະກໍາການທ່ອງທ່ຽວ, ເທດສະການ ວັດທະນະທໍາຕ່າງໆຢ່າງຫລາກຫລາຍ. ໃນໄລຍະດັ່ງກ່າວ, ລັດຖະບານລາວ ຍັງໄດ້ພັດທະນາ ໂຄງລ່າງພື້ນຖານ, ສ້າງເສັ້ນທາງໄປຫາແຫລ່ງທ່ອງທ່ຽວ, ສ້າງສິ່ງອໍານວຍຄວາມສະດວກຕ່າງໆ, ຍົກເວັ້ນ ວິຊາໃຫ້ບັນດາປະເທດເພີ່ມຂື້ນເປັນຕົ້ນ: ປະເທດເດນມາກ, ນອກແວ, ແຟງລັງ ແລະ ຊູແອດ. ໃນປີ 2018 ຈໍານວນ ນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວລາວ 4,2 ລ້ານເທື່ອຄົນ ເພີີ່ມຂຶ້ນ 25% ທຽບໃສ່ປີ 2017, ສ້າງລາຍຮັບໄດ້ເຖິງ 811,010,661 ໂດລາສະຫະລັດ ເພີີ່ມຂຶ້ນ 25% ທຽບໃສ່ປີ 2017.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.