ວິສາຫະກິດຫວຽດນາມຊອກຫາມາດຕະການແກ້ໄຂເພື່ອພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ

11:26 | 29/07/2019

ຫວຽດນາມ ມີຊັບພະຍາກອນທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ - ມະນຸດສາດແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍແບບທີ່ສຸດ.

ວິສາຫະກິດຫວຽດນາມຊອກຫາມາດຕະການແກ້ໄຂເພື່ອພັດທະນາຂະແໜງທ່ອງທ່ຽວແບບຍືນຍົງ

ພາບປະກອບ.

ຕາມການຕີລາຄາຂອງກົມໃຫຍ່ທ່ອງທ່ຽວຫວຽດນາມ ທີ່ພິທີເຊີດຊູ ແລະ ມອບລາງວັນທ່ອງທ່ຽວຫວຽດນາມ ປີ 2019, ເຊິ່ງຫາກໍ່ດຳເນີນຢູ່ຮ່າໂນ້ຍ ໃນອາທິດຜ່ານມາ ນັ້ນ, ຂະແໜງທ່ອງທ່ຽວຫວຽດນາມ ໃນ 2 ທົດສະວັດເຕີບໂຕຢ່າງແຮງ, ດ້ວຍກວ່າ 12%/ປີ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕທາງດ້ານເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ເຖິງຢ່າງໃດກໍ່ຕາມ, ການພັດທະນາດ້ານການທ່ອງທ່ຽວໃນປະຈຸບັນຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນກຳລັງແກ່ງແຍ້ງຂອງຈຸດນັດພົບ ແລະ ລັກສະນະຍືນຍົງ.

ຕາມບັນດານັກຊ່ຽວຊານແລ້ວ, ຫວຽດນາມ ມີຊັບພະຍາກອນທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ - ມະນຸດສາດແມ່ນອຸດົມສົມບູນ, ຫຼາຍຮູບຫຼາຍແບບທີ່ສຸດ. ນັ້ນແມ່ນເງື່ອນໄຂໃຫ້ແກ່ການພັດທະນາການທ່ອງທ່ຽວຂຽວ. ທ່ານ ຫງວຽນຫືວອີອຽນ, ຫົວໜ້າບໍລິສັດທ່ອງທ່ຽວ Saigontourist, ຢືນຢັນວ່າ.

“ຖ້າຫາກພວກເຮົາພັດທະນາທ່ອງທ່ຽວບໍ່ຍືນຍົງ, ບໍ່ມີເປົ້າໝາຍ ແລະ ບໍ່ປົກປັກຮັກສາສິ່ງແວດລ້ອມ ແນ່ນອນວ່າ ເຖິງວ່າຈະມີລະດັບການເຕີບໂຕທີ່ຊັກຊ້າກໍ່ຕາມ, ແຕ່ຈະສົ່ງຜົນກະທົບເຖິງສິ່ງແວດລ້ອມ. ປະຈຸບັນ, ພວກຂ້າພະເຈົ້າພວມຄົ້ນຄວ້າບັນດານະໂຍບາຍທ່ອງທ່ຽວແບບຍືນຍົງຂອງເອີລົບ ແລະ ນຳໃຊ້ເຂົ້າໃນບໍສັດຂອງຕົນເອງ, ຈະເລືອກເຟັ້ນບັນດານັກສະໜອງການບໍລິການໃຫ້ແກ່ຕົນທີ່ຮັບປະກັນ ແລະ ເໝາະສົມກັບມາດຕະຖານໃນການປົກປັກຮັກສາສິ່ງແວດລ້ອມ”.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.