ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

10:14 | 06/08/2019

ປະເທດລາວ ມີຄວາມເປັນມາດ້ານວັດທະນະທຳ ແລະ ຮີດຄອງປະເພນີອັນ​ດີງາມ ຈົນໄດ້ມາສຳຜັດດ້ວຍຕົວເອງ ຈຶ່ງສາມາດເວົ້າໄດ້ວ່າປະເທດລາວ ກໍ​ມີ​​ແຫ​ລ່ງ​ທ່ອງ​ທ່ຽວ ​ຫລາຍ​ແຫ່ງ​ທີ່​ໜ້າ​ທ່ຽວ​ຊົມ, ສິ່ງທີ່ປະທັບໃຈໃນລາວ ອັນດັບທຳອິດແມ່ນສະພາບແວດລ້ອມ ທຳມະຊາດມີຄວາມສວຍງາມ ແລະ ສະຫງົບລຽບງ່າຍ.

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ຖ້ຳ​ນາງ​ແອ່ນ.(ພາບ: ຂປລ)

ຖ້ຳ​ນາງ​ແອ່ນ ຕັ້ງ​ຢູ່​ເຂດ​ບ້ານ​ພິນ ເມືອງ​ທ່າແຂກ ແຂວງ​ຄຳ​ມ່ວນ ໄປ​ຕາມ​ເສັ້ນ​ທາງ​ເລກ 12 ປະ​ມານ 19 ກິ​ໂລ​ແມັດ ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມສົນ­ໃຈ​ຫລາຍ​ສົມ­ຄວນ ​ເນື່ອງ​ຈາກວ່າ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ນີ້ ​ມີຄວາມ​ງາມ​ທີ່​ເປັນ​ເອ­ກະ­ລັກ​ແບບທຳ​ມະ​ຊາດ ໂດຍ​ສະ­ເພາະ​ກໍ່​ແມ່ນຫີນ​ງອກ​ທີ່​ປົ່ງ​ຊ້ອນ​ຂຶ້ນ​ພາຍ​ໃນຖ້ຳ ນອກ​ຈາກ​ນັ້ນ ​ຍັງ​ມີ​ການ​ຂີ້​ເຮືອ​ລອດ​ຖ້ຳ ສຳ​ພັດ​ກັບ​ບັນ​ຍາ​ກາດ​ຄວາມ​​ງົດ​ງາມ, ຄວາມເຢັນທີ່ມີ​ຄວາມ​​ຄ້າຍ­ຄື​ກັບ ຖ້ຳ​ກອງ​ລໍນາ​ຕານ, ເຊິ່ງ​ເປັນ​ຖ້ຳທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ຄຳ​ມ່ວນ.

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ຖ້ຳ​ນາງ​ແອ່ນ.(ພາບ: ຂປລ)

ພ້ອມ​ກັນ​ນັ້ນ ຖ້ຳ​ນາງ​ແອ່ນ​ຍັງເປັນ​ສະ­ຖານ­ທີ່­ພັກ­ຜ່ອນ ​ທີ່​ໄດ້​ຮັບຄວາມ​ນິ­ຍົມ​ຂອງ​ບັນ­ດາ​ປະ­ຊາຊົນ​ທ້ອງ­ຖິ່ນ ເຊິ່ງ​ຈະ​ເຫັນ​ໃນ​ງານເທດ­ສະ­ການ​ທີ່​ສຳ­ຄັນ​ຕ່າງໆ ເປັນ­ຕົ້ນ ​ແມ່ນ​ບຸນ­ປີ­ໃໝ່​ສາກົນ, ປີ​ໃໝ່​ລາວ ແລະ ອື່ນໆ, ໂດຍ​ສ່ວນ​ໃຫຍ່​ແລ້ວ​ຜູ້​ຄົນ​ຈະ​ນິ­ຍົມກັນ​ໄປ​ກິນ​ເຂົ້າ​ປ່າ ​ເນື່ອງ​ຈາ​ກວ່າ ທຳ​ມະ​ຊາດ​ອ້ອມ​ຂ້າງ​ບໍ­ລິ­ເວນ ຖ້ຳດັ່ງ­ກ່າວ ​ລ້ວນ​ແຕ່​ມີ​ປ່າ­ໄມ້​ທີ່​ອຸດົມ​ສົມ­ບູນ​ໃຫ້​ຄວາມ​ສົດ­ຊື່ນ. ນອກຈາກ​ນີ້​, ພາຍ​ໃນ​ຖ້ຳ​ດັ່ງ­ກ່າວ​ ກໍ່ມີ​ມົນ​ສະ­ເໜ່​ດຶງ​ດູດ​ໃຈ​ອັນ​ບໍ່ພຽງ​ແຕ່​ມີ​ຫີນ​ງອກ​ທີ່​ງົດ​ງາມແລ້ວ ຍັງ​ມີ​ທັດ​ສະ​ນິ​ຍະ​ພາບ​ອັນໜ້າ​ປະ​ທັບ​ໃຈ ​ບໍ່​ວ່າ​ຈະ​ເປັນ​ຂະໜາດ​ຄວາມ​ກວ້າງ ໂດຍ​ສະ­ເລ່ຍແລ້ວ​ ຖໍ້າ​ນາງ​ແອ່ນ​ມີ​ຄວາມ​ຍາວເຖິງ 1,5 ກິ­ໂລ­ແມັດ ສຳ­ລັບ​ຄວາມສູງ​ຈາກ​ອຸບ​ໂມງ​ຫາ​ພື້ນ​ຖ້ຳ​ ແມ່ນມີ​ຂະ­ໜາດ​ບໍ່​​ສະ­ເໝີກັນ ໂດຍ​ສະ ເລ່ຍ​ຈະ​ຢູ່​ ລະ​ຫວ່າງ ລວງ​ສູງ​ປະ­ມານ 30 ແມັດ.

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ຖໍ້າ​ກອງ​ລໍ. (ພາບ: ຂປລ)

ຖໍ້າ​ກອງ​ລໍ ສະ​ຖານ​ທີ່​ທ່ອງທ່ຽວ ອີກ​ແຫ່ງ​ໜຶ່ງ​ທີ່​ສວຍ​ງາມ​ ແລະ ໜ້າ​ທ່ຽວ​ຊົມ​ຂອງແຂວງ​ຄຳ​ມ່ວນ ເໝາະ​ສຳ​ລັບ​ຜູ້​ທີ່​ມັກ​ທ່ຽວ​ແບບ​​ປະ​ຈົນ​ໄພ, ຂີ່​ເຮືອ​​ລອດ​ຖ້ຳ​​ຊົມຄວາມ​ງົດ​ງາມ​ຂອງ​ຫີນງອກ​, ຫີນ​ຍ້ອຍ ຄວາມ​ເຢັນ​ຂອງ​ສາຍ​ນ້ຳ, ເຊິ່ງ​ເປັນ​ປະ​ກົດ​ການທີ່​​ທຳ​ມະ​ຊາດ​ສ້າງ​ຂຶ້ນ​ ແລະ ເປັນ​ທີ່​ຕື່ນ​ຕ​າ​ຕື່ນ​ໃຈ​ຂອງນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ ທີ່ມາ​ທ່ຽວ​.

ປະທັບໃຈ ກັບ ສະຖານທີ່ນັກທ່ອງທ່ຽວຂອງລາວ

ຖໍ້າ​ກອງ​ລໍ. (ພາບ: ຂປລ)

ຖ້ຳ​ກອງ​ລໍ​ເປັນ​ຖ້ຳ​ທີ່​ເກີດ​ຈາກ​ນ້ຳ​ຫີນ​ບູນ ​ໄຫລ​ຊອດ​ອອກ​ມາ​ຕາມ​ສາຍ​ພູ ​ທີ່​ຂັ້ນ​ກັນ​ລະ​ຫວ່າງ​ບ້ານກອງ​ລໍ​ (ເມືອງ​ຄູນ​ຄຳ) ແລະ ບ້ານ​ນາ​ຕານ (ເມືອງ​ນາ​ກາຍ), ມີ​ຄວາມ​ຍາວ​ປະ​ມານ 7,5 ກິ​ໂລ​ແມັດ, ຖ້າ​ວັດ​ແທກ​ ​ຂ້າງ​ໃນ​ຂອງ​ຖ້ຳ​ແລ້ວ​ຈະ​ຍາວ​ເຖິງ 12 ກິ​ໂລ​ແມັດ, ທາງ​ໃນ​ຂອງ​ຖ້ຳ​ມີ​ຫີນງອກ, ຫີນ​ຍ້ອຍ, ແກ້ງ​ຫີນ, ຫາດ​ຊາຍ​ມີ​ອາ​ກາດ​ເຢັນ ແລະ ມຶດ​ສະ​ນິດ, ການ​ເຂົ້າ​ຊົມ​ຖ້ຳ​ຕ້ອງ​ໄດ້​ໃຊ້​ເຮືອ​ຈັກ​ຫາງ​ຍາວ​ ຂອງ​ຊາວ​ບ້ານ (ສະ​ມາ​ຄົມ​ເຮືອ​ບໍ​ລິ​ການ), ປາກ​ຖ້ຳ​ເບື້ອງ​ບ້ານ​ກອງ​ລໍ​ ມີ​ວັງ​ນ້ຳ​ໃຫຍ່​ໃສ່​ສີ​ຟ້າ​ ມີ​ປາ​ຫລາຍ​ຊະ​ນິດ, ສ່ວນຖ້ຳ​ແມ່ນ​ຕັ້ງຢູ່​ເມືອງ​ຄຸນ​ຄຳ.

ທ່ານ YEAP THIAM HOONG ຈາກ​ປະ​ເທດ​ມາ​ເລ​ເຊຍ ​ໄດ້ໃຫ້​ຮູ້​ວ່າ: ປະເທດລາວກໍ​ເປັນປະເທດໜຶ່ງ ​ທີ່ມີປະຫວັດຄວາມເປັນມາ, ວັດທະນະທຳຮີດຄອງ ປະເພນີອັນ​ດີງາມ​ ແລະ ທໍາ​ມະ​ຊາດ​ທີ່​ສວຍ​ງາມ ​ທີ່​ເປັນ​ສິ່ງ​ດຶງ​ດູດຈິດ​ໃຈໜ້າຕື່ນເຕັ້ນ ​ເມື່ອ​ຜູ້​ທີ່ໄດ້​ມາ​ພົບ​ເຫັນເປັນ​ຕົ້ນ​ ມໍລະດົກ​ດ້ານ​ວັດທະນະ​ທໍາ​ວັດ​ເກົ່າ​ແກ່ລື​ຊື່​ ທີ່​ມີ​ເອກະລັກ​ສວຍ​ງາມ ຖືກ​ສ້າງ​ຂຶ້ນ​ໄດ້​ຫລາຍ​ທົດ​ສະ​ວັດ ນອກ​ນັ້ນແຫລ່ງທ່ອງທ່ຽວ ທາງທໍາມະຊາດຖໍ້າ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີ ສາຍນໍ້າຫີນບູນໄຫລ ຜ່ານອຸໂມງຂອງພູຫີນບູນເຂົ້າໄປ ແລ້ວປ່ອງໃສ່ ແມ່ນໍ້າຂອງ ​ເຊິ່ງມີສະເໜ່ດຶງດູດທີ່ສຸດ ເພາະທາງໃນຖໍ້າມີແກ້ງ, ຫີນຍ້ອຍ, ຫາດຊາຍ ທີ່ສວຍງາມຈຳນວນ 20 ກວ່າຈຸດເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ.ບັນດານັກທ່ອງທ່ຽວ ສາມາດຂີ່ເຮືອລອດຜ່ານເຂົ້າໄປ ໃນຖ້ຳໄດ້ຕະຫລອດ​ເປັນ​ສິ່ງ​ປະ​ທັບ​ໃຈ ແລະ ໜ້າ​ຕື່ນ​ເຕັ້ນ​ຫລາຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.