4 ແຂວງພາກໃຕ້ ຫາລືການສ້າງຮ່າງແຜນພັດທະນາການທ່ອງທ່ຽວຮ່ວມກັນ

09:55 | 28/07/2019

ໃນວັນທີ 25 ກໍລະກົດ 2019 ນີ້ ຢູ່ທີ່ແຂວງສາລະວັນ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ຈັດກອງປະຊຸມວິຊາການປຶກສາຫາລືການສ້າງຮ່າງແຜນພັດທະນາການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມ, ໂດຍການເຂົ້າຮ່ວມຂອງ ທ່ານ ຄົມ ດວງຈັນທາ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງ ຖວທ, ມີ ທ່ານ ນາງ ພອນມະລີ ອິນທະພົມ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ຖວທ, ມີບັນດາຄະນະພະແນກຈາກ 4 ແຂວງພາກໃຕ້ຄື: ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະອັດຕະປື, ກົມເສດຖະກິດ, ກະຊວງການຕ່າງປະເທດ ແລະຫົວໜ່ວຍທຸລະກິດທ່ອງທ່ຽວ 4 ແຂວງພາກໃຕ້ເຂົ້າຮ່ວມ.


4 ແຂວງພາກໃຕ້ ຫາລືການສ້າງຮ່າງແຜນພັດທະນາການທ່ອງທ່ຽວຮ່ວມກັນ

ບັນຍາກາດກອງປະຊຸມ.

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ກຳນົດບັນດາຄວາມຕ້ອງການດ້ານເນື້ອໃນ ແລະກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວຽກງານພັດທະນາການທ່ອງທ່ຽວຂອງ 4 ແຂວງພາກໃຕ້ ແນໃສ່ຮັບປະກັນການພັດທະນາການທ່ອງທ່ຽວແບບຍືນຍົງ ໃນການພັດທະນາການທ່ອງທ່ຽວເຂດສາມຫຼ່ຽມພັດທະນາກຳປູເຈຍ, ລາວ, ຫວຽດນາມທີ່ມີເງື່ອນໄຂທ່າແຮງບົ່ມຊ້ອນຫຼາຍດ້ານ ແລະຍັງພົບກັບບັນຫາສິ່ງທ້າທາຍຕໍ່ກັບການພັດທະນາການທ່ອງທ່ຽວເປັນຕົ້ນ: ພື້ນຖານໂຄງລ່າງ, ຂາດແຫຼ່ງທຶນ ແລະບຸກຄະລາກອນທີ່ມີຄຸນນະພາບ.

(ແຫຼ່ງ​ຂໍ້​ມູນ​: ໜັງສືພິມ“ສາລະວັນ“)

ເຫດການ
302 Found

Found

The document has moved here.