ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

09:53 | 05/06/2019

ຍສໝ - ຖ້າຫາກວ່າກາຍໄປເສັ້ນທາງດັ່ງກ່າວນີ ້ ແຕ່ເຊົ້າຮອດຄ່ຳ ເຮົາຈະພົບເຫັນນັກທ່ອງທ່ຽວຊາວຕາເວັນຕົກເປັນຈຳນວນຫຼວງຫຼາຍທີ່ມາຢ້ຽມຊົມ, ຖ່າຍຮູບ ຫຼື ນັ່ງກິນອາຫານແຊບ ຢູ່ ນະຄອນຫຼວງຮ່າໂນ້ຍ.

ເຂດຖະໜົນ ຍ່າເທີ່

ເຂດຢ່າເທີ່ ມີ ເສັ້ນທາງຫຼັກ 3 ເສັ້ນ ປະກອບມີ : ຖະໜົນ ຍ່າເທີ່, ເອົາຈ້ຽວ, ຫຼີ໋ກ໋ວກຊື ເປັນເສັ້ນທາງທີ່ຮ້ານອາຫານຄົບ ແລະ ບ່ອນທີ່ພົ້ນເດັ່ນສະແດງເຖິງນະຄອນຮ່າໂນ້ຍ ອາລິຍະທຳ ພັນປີ ມີທັງສະຖາປັດຕິຍະກຳອັນເກົ່າແກ່ເປັນສິ່ງທີ່ແຂກ, ນັກທ່ອງທ່ຽວຊາວຕາເວັນຕົກມັກມາຢ້ຽມຢາມ.

ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

ໂບດ ເໝາະສຳລັດໃຜທີ່ຢາກຄົ້ນຫາຄວາມງາມຂອງ ຮ່າໂນ້ຍ. (ພາບ: BeautyVietnam)

ອາດຈະເວົ້າໄດ້ວ່າສິ່ງທີ່ດຶງດູດຂອງເຂດນີ້ແມ່ນ ຮູບພາບຂອງ ໂບດ ໃຫຍ່ເຊິ່ງມີການອອກແບບສະຖາປັດຕິຍະກຳ ແບບ Gothic ສະໄໝກາງຕັ້ງພະຫງາດ ຢູ່ກາງຖະໜົນ ບໍ່ວ່າໃຜເມື່ອໄດ້ມາຮອດທີ່ນີ້ລ້ວນແລ້ວແຕ່ຕ້ອງໄດ້ຢຸດເພື່ອທີ່ຈະຖ່າຍພາບເປັນທີ່ລະນຶກ.

ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

ສົ້ມໝູປີ້ງ, ນ້ຳຊາໝາກນາວ ແຄມທາງ ໄກ້ກັບ ໂບດ. (ພາບ: Ctqctq)

ນອກຈາກຮ້ານກາເຟ ທີ່ຫຼູ໋ຫຼ໋າສະຕາຍ ເອີຣົບ ແຕ່ກໍ່ຍັງມີຮ້ານຊາໝາກນາວເຢັນຂ້າງທາງ ແລະ ບັກດາອາຫານກິນຫຼິ້ນທີ່ດຶງດູດ ເປັນຕົ້ນແມ່ນ : ສົ້ມໝູປີ້ງ, ທອດມັນຝຣັ່ງ,...ເປັນບ່ອນລວມຕົວກັນຂອງໄວໜຸ່ມນະຄອນຫຼວງ.

“ສີ່ແຍກສາກົນ” ຕະຮ່ຽນ

ເປັນຖະໜົນສັ້ນໆຍາວປະມານ ສອງສາມຮ້ອຍແມັດ ແຕ່ຍາມໃດກໍ່ເຕັມໄປດ້ວຍນັກທ່ອງທ່ຽວມາຢ້ຽມຢາມ ຍ້ອນຄວາມງາມແບບເກົ່າ ເຖິງວ່າຈະຜ່ານການເວລາກໍ່ຄືການປ່ຽນແປງຫຼາຍໆຢ່າງ, ພາຍຫຼັງໄດ້ຮັບການສ້ອມແປງໃຫ້ເຂົ້າກັບຍຸກສະໄໝ. ຍັງບໍ່ທັນເວົ້າເຖິງວ່າຖະໜົນເສັ້ນນີ້ມີວັດທະນະທຳອັນເກົ່າແກ່ສືບທອດມາເປັນເວລາຫຼາຍພັນປີ ຂອງອະລິຍະທຳ.

ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

ບັນຍາກາດ "ສີ່ແຍກສາກົນ" ຕະຮ່ຽນ ຍາມຄ່ຳຄືນ. (ພາບ: ຮັ່ງ ມູນ)

ກ່ອນໜ້ານີ້ແຂກຕ່າງປະເທດມາທ່ຽວ ຮ່າໂນ້ຍ ສ່ວນໃຫຍ່ແມ່ນພາກັນໄປເສັ້ນ ເກົ່າໂກ໋ ແຕ່ພາຍຫຼັງ ຫ້າງຮ້ານໄດ້ຮັບການພັດທະນາຫຼາຍຂື້ນ ເຮັດໃຫ້ວິຖີຊີວິດໃນຍາມຄ່ຳຄືນເລີ່ມຟົດຟື້ນຂື້ນ ເຮັດໃຫ້ “ ສີ່ແຍກສາກົນ” ຕະຮ່ຽນ ການເປັນສູນລວມພິເສດດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.

ຢູ່ທີ່ນີ້ມີຮ້ານອາຫານຫຼາຍຮ້ານ ແລະ ມີອາຫານແຊບເປັນເອກກະລັກຂອງ ຮ່າໂນ້ຍ, ພິເສດແມ່ນການນັ່ງຂ້າງທາງເປັນບັນຍາກາດທີ່ນັກທ່ອງທ່ຽວຕ່າງປະເທດມັກຫຼາຍ.

ເຂດໂຮ່ໄຕ

ເປັນເຂດຕໍ່ມາ ທີ່ແຂກທ່ອງທ່ຽວຊາວຕາເວັນຕົກມັກມາ. ຊຳ້ບໍ່ໜຳ ມີຄົນຕ່າງຊາດຫຼາຍຄົນຍັງເລຶອກມາໃຊ້ຊີວິດ ແລະ ເຮັດວຽກ ຢູ່ ໂຮ່ໄຕ ນີ້ເລີຍ ຍ້ອນບັນຍາກາດອັນຮົ່ມເຢັນ, ທີວທັດງາມຕາມ ແລະ ຍັງເປັນທີ່ຕັ້ງພູມສັນຖານທີ່ດີນຳອີກ.

ສະຖານທີ່ທ່ອງທ່ຽວ 3 ແຫ່ງ-ທີ່ມີຊື່ສຽງ ແລະ ດຶງດູດນັກທ່ອງທ່ຽວຕາເວັນຕົກ ຂອງ ຮ່າໂນ້ຍ

ບັນຍາກາດຢູ່ແຄມ ໜອງ ໂຮໄຕ ຕອນຕາເວັນຕົກດິນ. (ພາບ: ຮັ່ງ ມູນ)

ຖ້າມາຮອດ ໄຕໂຮ່ ນັກທ່ອງທ່ຽວສາມາດຍ່າງເລາະໄປຕາມເສັ້ນທາງແຄມໜອງ, ນັ່ງກິນອາຫານຕາມຮ້ານອາຫານ, ໂຮງແຮມອັນຫຼູຫຼ໋າ ເຊິ່ງມີທັງອາຫານແຊບໆຂອງຕ່າງປະເທດ, ເຂດນີ້ເປັນສູນລວມຂອງຮ້ານອາຫານຊັ້ນສູງ ທີ່ເປັນການປຸງແຕ່ງອາຫານຂອງພໍ່ຄົວຄົນຕ່າງປະເທດ. ຮ້ານອາຫານ ຫຼືພັດຕະຄານດັງທີ່ສຸດເຂດນີ້ຕ້ອງຍົກໃຫ້ ພັດຕະຄານ Don's ຕັ້ງຢູ່ຖະໜົນ ກວ້າງອານ, ລ້ຽວມາຈາກຖະໜົນ ຊົນຢ້ຽວ ລົງມາ. ພັດຕະຄານ ນີ້ເຄີຍ ຕິດໃນ top “50 ພັດຕະຄານດີທີ່ສຸດຂອງ ທະວີບອາຊີ”. ນອກຈາກນັ້ນກໍ່ຍັງມີ Saint Honore, My Way, Blue Bird, Vine, Dieu's cuisine, Bobby Chinn, El Gaucho Steakhouse, Le pub... ກໍ່ແມ່ນຮ້ານອາຫານທີ່ໄດ້ຮັບການຍ້ອງຍໍຈາກນັກທ່ອງທ່ຽວ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.