ຍສໝ - ໃນຕອນບ່າຍຂອງວັນທີ 16 ພຶດສະພາ, ຢູ່ ສຳນັກງານສູນກາງພັກ, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂອງ ຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ໂດຍທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ເປັນຫົວໜ້າຄະນະ.
ອີງຕາມຂໍ້ມູນຂ່າວສານເປັນທາງການຈາກກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ: ງານບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງມີຊາຍແດນຫວຽດນາມ - ລາວ ແລະ ພາກກາງ ນະຄອນຫຼວງວຽງຈັນໃນປີ 2019 ທີ່ມີຫົວຂໍ້ "ຄວາມສາມັກຄີ, ມິດຕະພາບ ແລະ ການພັດທະນາ" ຈະຈັດຂຶ້ນໃນວັນທີ 17-19 ພຶດສະພາຢູ່ເມືອງ ອາເລື່ອຍ, ແຂວງ ເທື່ອທຽນເຫວ້.
ຍສໝ - ບັນດານັກຮົບຢູ່ຄ້າຍທະຫານປ້ອງກັນຊາຍແດນເຍີມ, ທະຫານປ້ອງກັນຊາຍແດນເທື່ອທຽນເຫວ້ ບໍ່ພຽງແຕ່ຊ່ວຍເຫຼືອປະຊາຊົນທີ່ບ້ານ ເຊຊາບ, ເມືອງ ກ່າລື່ມ, ແຂວງ ເຊກອງ ປະເທດ ລາວ ໃນການກໍ່ສ້າງເຮືອນ, ລົບລ້າງການປູກຝັງແບບເຄື່ອນທີ່ຜິດກົດໝາຍ ເທົ່ານັ້ນ, ຫາກຍັງກໍ່ໄດ້ມີການມອບແນວພັນ, ແນະນໍາພໍ່ແມ່ປະຊາຊົນເຕັກນິກລ້ຽງສັດ, ປູກຝັງ, ພັດທະນາເສດຖະກິດອີກດ້ວຍ.
ຍສໝ - ໃນຕອນທ້າຍຂອງການພົບປະເຈລະຈາ, ລັດຖະມົນຕີທັງສອງໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບແຜນການຮ່ວມມືລະຫວ່າງສອງກະຊວງໃນ ປີ 2019.
ຍສໝ - ໃນ 2 ວັນ (11-12 ພຶດສະພາ), ຢູ່ ມະຫາວິທະຍາໄລ ດ່າໜັງ ສາຂາ ກອນຕູມ ໄດ້ຈັດງານ "ການພົບປະແລກປ່ຽນນັກຮຽນຕ່າງປະເທດ ຫວຽດນາມ - ລາວ - ກໍາປູເຈຍ - ຝລັ່ງເສດ", ລາຍການດັ່ງກ່າວມີການເຂົ້າຮ່ວມຂອງ ນັກຮຽນ ຫຼາຍກວ່າ 40 ຄົນ, ຈາກປະເທດ: ລາວ, ກໍາປູເຈຍ, ຝຣັ່ງ ແລະ ນັກຮຽນ ຫວຽດນາມມາຈາກຫລາຍໂຮງຮຽນ.
ຍສໝ-ໃນຕອນບ່າຍຂອງວັນທີ 18 ເດືອນ ກຸມພາ ທີ່ ສໍານັກງານນາຍົກ, ທ່ານ ຈີ້ງດີ່ງຢຸງ ຮອງນາຍົກລັດຖະມົນຕີ ໄດ້ຮັບການຕ້ອນຮັບທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ສປປ ລາວ.
ຍສໝ - ໃນກອງປະຊຸມ ກຳມະການຮ່ວມມື ຫວຽດນາມ - ລາວ ຄັ້ງທີ 41, ທັງສອງຝ່າຍຈະສູ້ຊົນເພີ່ມມູນຄ່າການຄ້າ ສອງຝ່າຍ ບໍ່ໃຫ້ຫຼຸດ 10% ໃນປີ 2019.
ສຸກສາລາທະຫານ ແລະປະຊາຊົນມິດຕະພາບຢູ່ເຂດຊາຍແດນຫວຽດນາມ - ລາວ ໄດ້ຮັບການກໍ່ສ້າງຢູ່ຕາແສງຊາຍແດນລ໊ອງເຊີ້ບ, ເມືອງມົກເຈົາ, ແຂວງເຊີນລາ, ເພື່ອສ້າງຄວາມສະດວກໃຫ້ແກ່ການສົ່ງເສີມສຸຂະພາບໃຫ້ພະນັກງານ, ນັກຮົບທີ່ປະຕິບັດໜ້າທີ່ປົກປັກຮັກສາຊາຍແດນຂອງປະເທດຊາດ ແລະພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນຕັ້ງທັບກໍຄືປະຊາຊົນເຂດຊາຍແດນປະເທດເພື່ອນລາວ.
ຍສໝ - ມະຫາວິທະຍາໄລ ໄຕບັກ ໄດ້ຈັດຕັ້ງບຸນປີໃໝ່ລາວ ໃຫ້ບັນດານັກສຶກສາລາວ ກໍາລັງຮ່ຳຮຽນສຶກສາຢູ່ແຂວງ ເຊີນລາ ນັບຮ້ອຍໆຄົນ.
ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78.
ຍສໝ - ກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບລາວໄດ້ຕົກລົງເຫັນດີໃນການເປີດບັ້ນຈຸດສູງໃນການປາບປາມອາດຊະຍາກໍາຢາເສບຕິດທີ່ເຂດຊາຍແດນຂອງສອງປະເທດ.
ຍສໝ-ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ ແລະ ປີໃໝ່ກໍາປູເຈຍ (ວັນທີ 14/04 - 16/04/2019), ໃນຕອນເຊົ້າຂອງວັນທີ 30 ມີນາ 2019, ທີ່ສູນນັກສຶກສາສາກົນ 2, ຮ່າໂນ້ຍ, ຄະນະນັກສຶກສາລາວ ແລະ ຄະນະນັກສຶກສາກໍາປູເຈຍ ໄດ້ສົມທົບຈັດການແຂ່ງຂັນບານສົ່ງມິດຕະພາບລະຫວ່າງສາມປະເທດມີລາວ - ກໍາປູເຈຍ - ຫວຽດນາມ.
ຍສມ - ນີ້ແມ່ນເນື້ອໃນຂອງກອງປະຊຸມສາມັນ ຄັ້ງທີ 12 ປະຈຳປີ 2018 ກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນ ຢາເສບຕິດ ລະຫວ່າງ ກົມຕໍາຫຼວດສືບສວນອາຊະຍາກໍາຢາເສບຕິດ (ກະຊວງຕໍາຫຼວດ); ກົມຕ້ານ - ສະກັດກັ້ນຢາເສບຕິດ ແລະ ອາຊະຍາກໍາ, ກອງບັນຊາການທະຫານຊາຍແດນ ກັບ ກົມຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ເດືອນ ທັນວາ ປີ 2018 ທີ່ ຮ່າໂນ້ຍ.
ຍສໝ - ໃນວັນທີ 24 ທັນວາ, ສະຫາຍ ເຈິ່ນແທງເໝີນ ກຳມະການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມຊາດຫວຽດນາມ ໄດ້ເປັນປະທານໃນການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຂອງ ສູນກາງແນວລາວ ສ້າງຊາດ, ໂດຍທ່ານ ຄຳໃບ ດຳລັດ, ຮອງປະທານຜູ້ປະຈຳການສູນກາງແນວລາວ ສ້າງຊາດ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ວັນທີ 21 ທັນວາ, ຢູ່ນະຄອນເຫວ້, ຄະນະສາສະໜາລັດຖະບານ ຫວຽດນາມ ແລະ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານສາສະໜາລະຫວ່າງບັນດາແຂວງຊາຍແດນຫວຽດນາມ - ລາວ.
ຕອນເຊົ້າວັນທີ 19 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງ ຈິ້ງທິຖຸຍ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ.
ວັນທີ 14 ທັນວາ, ທີ່ນະຄອນຫລວງ ພະນົມເປັນ, ສານສູງສຸດ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມສານບັນດາແຂວງຊາຍແດນຄັ້ງທີ 5 ກ່ຽວກັບການເຄື່ອນໄຫວຕ້ານອາດຊະຍາກຳ ແລະ ແກ້ໄຂບັນດາຄະດີແພ່ງຂ້າມຊາຍແດນ.
ວັນທີ 8 ທັນວາ, ຢູ່ນະຄອນດ້ຽນບຽນ (ແຂວງດ້ຽນບຽນ), ກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. ນີ້ແມ່ນເຫດການທີ່ເປັນຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (1962-2018), ສະເຫຼີມສະຫຼອງ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (1977-2018).
ຕອນບ່າຍຂອງມື້ວານນີ້, ຢູ່ນະຄອນຫຼວງວຽງຈັນ ຂອງປະເທດລາວ ໄດ້ດໍາເນີນກອງປະຊຸມສາມ 3 ຝ່າຍ ຂັ້ນລັດຖະມົນຕີຄັ້ງທີ 17 ລະຫວ່າງຫວຽດນາມ, ລາວ, ກໍາປູເຈຍ ກ່ຽວກັບການຮ່ວມມືໃນການປ້ອງກັນ, ຕ້ານຢາເສບຕິດ.
ວັນທີ 30 ພະຈິກ, ທະຫານຊາຍແດນແຂວງກວາງຈິ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົມ ວຽກງານຄຸ້ມຄອງ ແລະປົກປັກຮັກສາຊາຍແດນໃຫ້ບັນດາພະນັກງານສັງກັດກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ) ປີ 2018.