ວັນທີ 9 ຕຸລາ 2018 ນີ້, ທ່ານ ຖາວອນ ພົມມະໄລລຸນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງເຊກອງ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ຂອງທ່ານ ຟ້າມຫງັອກຟູ໋ ຫົວໜ້າກອງບັນຊາການທະຫານແຂວງກອນຕູມ ສສ ຫວຽດນາມ ພ້ອມດ້ວຍຄະນະ ເພື່ອມາແຈ້ງເຊີນ ເລຂາພັກແຂວງເຊກອງ ພ້ອມຄະນະ ໄປເຂົ້າຮ່ວມ ກອງປະຊຸມຊາຍແດນເຊກອງ-ກອນຕູມ ຄັ້ງທີ I ທີ່ຈະຈັດຂຶ້ນໃນມໍ່ໆນີ້ ທີ່ແຂວງກອນຕູມ ສສ ຫວຽດນາມ.
ຍສໝ - ຕອນເຊົ້າຂອງວັນທີ 8 ຕຸລາ , ຄະນະກວດກາ ປະສານງານ ຄະນະກຳມະການ ການຕ່າງປະເທດ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການການຕ່າງປະເທດ ສະພາແຫ່ງຊາດ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ກັບ ຄະນະກຳມະການປະຊາຊົນແຂວງ ກ້ວາງຈິ ກ່ຽວກັບ ສະພາບການຈັດຕັ້ງປະຕິບັດ “ ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ສປປ ລາວ ກ່ຽວກັບການແກ້ໄຂບັນຫາ ການອົບພະຍົບ ແລະ ແຕ່ງດອງແບບບໍ່ໄດ້ຂໍອະນຸຍາດ ຂອງປະຊາຊົນ ລຽບຕາມຊາຍແດນ ຫວຽດນາມ-ລາວ” ຢູ່ ແຂວງ ກ້ວາງຈິ.
ຍສໝ - ໃນຊຸມປີທີ່ຜ່ານມາ ການະເຄືອນໄຫວການຄ້າຊາຍແດນ ເວົ້າລວມ ແລະ ການນຳເຂົ້າ-ສົ່ງອອກ ເວົ້າສະເພາະ ຜ່ານບັນດາດ່ານຊາຍແດນ ຫວຽດ-ລາວ ຂອງແຂວງ ກວ້າງບິ່ງ ບັນລຸໄດ້ຜົນສຳເລັດທີ່ໜ້າເພິ່ງພໍໃຈ. ເພື່ອໃຫ້ການເຄື່ອນໄຫວການຄ້າຊາຍແດນ ສືບຕໍ່ພັດທະນາ, ປະກອບສ່ວນເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ຄວາມສະຫງົບ-ປ້ອງກັນຊາດ, ກວ້າງບິ່ງ ໄດ້ສ້າງມາດຕະການອັນສອດຄ່ອງ ແລະ ມີປະສິດທິຜົນ.
ຍສໝ - ຕອນບ່າຍວັນທີ 27 ກັນຍາ ຢູ່ນະຄອນ ດົ່ງເຫີຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ປະສານສົມທົບກັບ ສະພາປະຊາຊົນ ແຂວງ ກວ້າງບິ່ງ ຈັດກອງປະຊຸມ ຮ່ວມມືພັດທະນາການຄ້າຊາຍແດນ ຫວຽດນາມ-ລາວ ຄັ້ງທີ XI.
ຍສໝ - ວັນທີ 24 ກັນຍາ, ບັນດາຄ້າຍທະຫານຊາຍແດນ ຕາມເຫີບ, ຕາມກວາງ, ນຳ້ກັ່ນ, ກອງບັນຊາການທະຫານຊາຍແດນແຂວງເຫງະອານ ປະສານສົມທົບກັບ ກອງຮ້ອຍ ທະຫານຊາຍແດນ ທີ 251, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ແລະ ປກສ ເມືອງທອງມີໄຊ, ແຂວງບໍລິຄຳໄຊ ໄດ້ຈັດພິທີສ່ອງແສງ ແລະ ປະສານສົມທົບເພື່ອຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ.
ອາທິດທີ່ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ ສສ.ຫວຽດນາມ ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໄດ້ຮ່ວມກັນຖະແຫລງຜົນການປຶກສາຫາລືເພື່ອແກ້ໄຂບັນຫາຊາຍແດນລະຫວ່າງສອງປະເທດ, ໂດຍທ່ານ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກຳປູເຈຍເວົ້າແຈ້ງໄດ້ສັ່ງໃຫ້ທະຫານກຳປູເຈຍ ຖອນອອກຈາກເຂດຊາຍແດນທີ່ຍັງເປັນຈຸດຄົງຄ້າງແລ້ວ.
ຍສໝ - ສອງວັນທີ່ຜ່ານມາ, ກອງບັນຊາການ ທະຫານຊາຍແດນ ກອນຕູມ (ຫວຽດນາມ) ປະສານສົມທົບ ກັບ ພະແນກ ປ້ອງກັນຄວາມສະຫງົບ ແຂວງ Rattanakiri (ກຳປູເຈຍ) ແລະ ກອງບັນຊາການທະຫານແຂວງ ອັດຕະປື ໄດ້ດຳເນີນການເຄື່ອນໄຫວ ປູກຕົ້ນໄມ້ມິດຕະພາບ ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ, ລວມມີຕົ້ນໄມ້ຊະນິດຕ່າງໆ 700 ຕົ້ນ.
ຫວ່າງມໍ່ໆມານີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດສົກຮຽນ 2018-2019 ຂອງໂຮງຮຽນທະຫານຊາຍແດນ 712.
ຍສໝ - ໃນທ້າຍອາທິດທີ່ຜ່ານມາ ຄະນະພະນັກງານ ກອງບັນຊາການທະຫານ ຊາຍແດນ ເຫງະອານ ໂດຍທ່ານ ພັນເອກ ເຈີ່ນຫ໋າຍ ບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ໄດ້ມາຢ້ຽມຢາມ ມອບຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານດົ່ງ ໃຫ້ແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍແດນ 221 ກອງບັນຊາການທະຫານແຂວງ ຊຽງຂວາງ ສປປ ລາວ.
ຍສໝ - ໃນທ້າຍເດືອນທີ່ຜ່ານມາ, ຢູ່ທີ່ ຫ້ອງປະຊຸມຫໍວັດທະນະທຳ ໄກສອນ ພົມວິຫານ ໄດ້ເປີດກອງ ປະຊຸມປະຈຳປີ 2018 ລະຫວ່າງ ຄະນະຜູ້ແທນກຳມະການຊາຍແດນ ແຂວງສະຫວັນນະເຂດ, ແຂວງສາລະວັນແຫ່ງ ສປປ ລາວ, ຄະນະຜູ້ແທນກຳມະການຊາຍແດນແຂວງກວາງຈິ ແຫ່ງ ສສ ຫວຽດນາມ.
ທ້າຍອາທິດທີ່ຜ່ານມາ, ຄະນະປະຕິບັດງານກອງບັນຊາການທະຫານຊາຍແດນແຂວງກວາງບີ່ງ ໂດຍທ່ານພັນເອກພິເສດ ຫງວຽນວັນທ້ຽນ, ຫົວໜ້າກອງບັນຊາການເປັນຫົວໜ້າຄະນະໄດ້ດໍາເນີນການພົບປະເຈລະຈາສອງຝ່າຍກັບກອງບັນຊາການທະຫານແຂວງຄໍາມ່ວນ ແລະສະຫວັນນະເຂດ (ລາວ).
ລາຍການພົບປະແລກປ່ຽນ “ເຂດຊາຍແດນເຕັມໄປດ້ວຍນ້ຳໃຈມິດຕະພາບ” ຄັ້ງທີ 3 ຫາກໍ່ສິ້ນສຸດລົງຢູ່ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງ 3 ປະເທດທີ່ມີເສັ້ນຊາຍແດນຮ່ວມກັບຫວຽດນາມ ລວມມີຈີນ, ລາວ ແລະ ກຳປູເຈຍ, ພ້ອມກັນນັ້ນກໍ່ແມ່ນການເຂົ້າຮ່ວມເປັນຄັ້ງທຳອິດຂອງບັນດາຜູ້ແທນທີ່ມາຈາກມຽນມາ ແລະ ໄທ. ລາຍການໄດ້ສ້າງຄວາມປະທັບໃຈອັນດີງາມ, ສ້າງປະຖົມປັດໄຈເພື່ອສ້າງ ແລະ ເພີ່ມພູມຄູນສ້າງສາຍພົວພັນອັນດີງາມລະຫວ່າງບັນດາປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຂອງເຂດຊາຍແດນ.
ຍສໝ - ຕອນຄ່ຳວັນທີ 25 ສິງຫາ, ທີ່ ຮ່າໂນ້ຍ ໄດ້ດຳເນີນ ລາຍການ ພົບປະແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ຄັ້ງທີ 3 ປີ 2018 ດ້ວຍການເຂົ້າຮ່ວມຂອງການນຳລັດຖະບານ ແລະ ກຳລັງປະກອບອາວຸດ ປະເທດ ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ.
ຍສໝ - ຕອນບ່າຍວັນທີ 24 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດ ທ່ານພົນໂທ ຫງວ໋ຽນຈີ໋ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຫົວໜ້າ ຄະນະຜູ້ແທນບັນດາປະເທດ ທີ່ຈະເຂົ້າຮ່ວມ ງານການພົບປະແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ຄັ້ງທີ 3 ປີ 2018.
ຍສໝ - ເພື່ອແນໃສ່ຍົກສູງຄຸນນະພາບ, ປະສິທິຜົນວຽກງານການກໍ່ສ້າງຊາຍແດນສັນຕິພາບ ມິດຕະພາບ ການຮ່ວມມືທີ່ໝັ້ນຄົງ ພັດທະນາກັບບັນດາປະເທດໄກ້ຄຽງຕື່ມ
ຍສໝ - ສອງວັນທີ່ຜ່ານມາ, ຄ້າຍຊາຍແດນ ດ່ານສາກົນ ນໍ້າກັ໋ນ, (ທະຫານຊາຍແດນ ແຂວງເງ້ອານ ຫວຽດນາມ), ໄດ້ສົມທິກຳລັງ ກັບ ກອງຮ້ອຍ ທະຫານຊາຍແດນ 221, (ກອງບັນຊາການ ທະຫານ ແຂວງຊຽງຂວາງ ສປປ ລາວ) ຮ່ວມການລາດຕະເວນ ລຽບຕາມແນວຊາຍແດນ ທີ່ທັງສອງຝ່າຍຄຸ້ມຄອງ.
ແຂວງຮ່າຕິ້ງ ມີເສັ້ນຊາຍແດນຍາວ 145 ກິໂລແມັດ ຕິດກັບແຂວງຄໍາມ່ວນ, ບໍລິຄໍາໄຊ (ປະເທດລາວ). ໃນຫຼາຍປີຜ່ານມາ, ອໍານາດການປົກຄອງ, ປະຊາຊົນ ແລະທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີຢ່າງສະໜິດຕິດແໜ້ນກັບອໍານາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.
ຍສໝ - ແຂວງກ້ວາງບິ່ງ ແມ່ນແຂງຕິດກັບສອງແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ ສປປ ລາວ ມີຊາຍແດນຮ່ວມກັນຍາວ 201,8 ກມ ມີຫັຼກແດນຈຳນວນ 61 ຫຼັກ ແລະ ເສັ້ນທາງທະເລ ຍາວ 116,2 ກມ. ພາຍຫຼັງ 20 ປີ ແຫ່ງການຈັດຕັ້ງປະຕິບັດ ລັດຖະດຳລັດ ທະຫານຊາຍແດນ ໄດ້ສ້າງທ່າອ່ຽງ ແລະ ກຳລັງ ຊ່ວຍໃຫ້ທະຫານຊາຍແດນ ແຂວງກວ້າງບິ່ງ ປົກປັກຮັກສາອະທິປະໄຕ, ຄວາມສະຫງົບລຽບຕາມຊາຍແດນແຫ່ງຊາດໄດ້ຢ່າງເຂັ້ມແຂງ. ເພື່ອເຂົ້າໃຈຕື່ມກ່ຽວກັບບັນຫາດັ່ງກ່າວ ນັກຂ່າວ(ນຂ) ໄດ້ສຳພາດສະຫາຍ ຫງວ໋ຽນຮິວຮວ່າຍ ຮອງເຈົ້າແຂວງໆ ກ້ວາງບິ່ງ ສະເໜີມາຍັງເພື່ອນຜູ່ອ່ານ.
ຍສໝ - ຕົ້ນອາທິດທີ່ຜ່ານມາ, ຢູ່ສະຫວັນນະເຂດ ຄະນະຜູ້ແທນກອງບັນຊາການ ທະຫານຊາຍແດນ ແຂວງກວ້າງຈິ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ຫງວຽນ ຊວນເຊີນ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ ພ້ອມຄະນະ ໄດ້ເດີນທາງມາເຂົ້າ ຮ່ວມກອງປະຊຸມແລກປ່ຽນສະພາບການວຽກງານປ້ອງກັນຊາຍແດນ ກັບ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ສປປ ລາວ.
ຍສໝ - ໃນລະຫວ່າງວັນທີ 13 – 15 ສິງຫາ, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນແຂວງ ກ້ວາງຈິ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ແລະ ກອງບັນຊາການ ທະຫານແຂວງ ສາລະວັນ ແລະສະຫວັນນະເຂດ ສປປ ລາວ.