ເພີ່ມທະວີການປະສານສົມທົບ ເພື່ອຮັບປະກັນຄວາມສະຫງົບ ລຽບຕາມແນວຊາຍແດນ ແຂວງເຫງະອານ - ແຂວງບໍລິຄຳໄຊ

10:50 | 26/09/2018

ຍສໝ - ວັນທີ 24 ກັນຍາ, ບັນດາຄ້າຍທະຫານຊາຍແດນ ຕາມເຫີບ, ຕາມກວາງ, ນຳ້ກັ່ນ, ກອງບັນຊາການທະຫານຊາຍແດນແຂວງເຫງະອານ ປະສານສົມທົບກັບ ກອງຮ້ອຍ ທະຫານຊາຍແດນ ທີ 251, ກອງບັນຊາການທະຫານ ແຂວງບໍລິຄຳໄຊ ແລະ ປກສ ເມືອງທອງມີໄຊ, ແຂວງບໍລິຄຳໄຊ ໄດ້ຈັດພິທີສ່ອງແສງ ແລະ ປະສານສົມທົບເພື່ອຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ.

ເພີ່ມທະວີການປະສານສົມທົບ ເພື່ອຮັບປະກັນຄວາມສະຫງົບ ລຽບຕາມແນວຊາຍແດນ ແຂວງເຫງະອານ - ແຂວງບໍລິຄຳໄຊ

ພະນັກງານ, ທະຫານຊາຍແດນແຂວງເຫງະອານ ສສ ຫວຽດນາມ ແລະ ກອງຮ້ອຍທະຫານຊາຍແດນ 251 ສົມທົບກັນດໍາເນີນການລາດຕະເວນສອງຝ່າຍ. (ພາບ: ຫາຍເທື້ອງ)

ທີ່ກອງປະຊຸມສ່ອງແສງ, ບັນດາຫົວໜ່ວຍກໍ່ຄືກົມກອງຂອງທັງສອງໄດ້ເຫັນດີເປັນເອກກະພາບນຳກັນ ຕີລາຄາປະເມີນຜົນ ສະພາບການໃນໄລຍະທີ່ຜ່ານມາ, ນັ້ນຄື ສະພາບຄວາມສະຫງົບລຽບຕາມແນວຊາຍແດນ ລະຫວ່າງ ແຂວງເຫງະອານ ແລະ ແຂວງບໍລິຄຳໄຊ ໄດ້ຮັບການຮັກສາຢ່າງດີ ແລະ ມີຄວາມໝັ້ນຄົງ. ບັນດາຄ້າຍທະຫານຊາຍແດນ (ຫວຽດນາມ) ແລະ ກອງຮ້ອຍທະຫານຊາຍແດນ (ລາວ) ໄດ້ຕື່ນຕົວແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ, ວຽກງານການປະສານສົມທົບກັນໃນການແກ້ໄຂກໍ່ຄືຕັດສິນບັນຫາທີ່ກ່ຽວຂ້ອງກັບຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງທັງສອງຝ່າຍ, ເພື່ອກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ໝັ້ນຄົງ ແລະ ພັດທະນາ.

ເພື່ອຈະເຮັດສຳເລັດພາລະກິດໃນອານາຄົດ, ບັນດາຫົວໜ່ວຍກໍ່ຄືກົມກອງຂອງທັງສອງຝ່າຍ ເຫັນດີເປັນເອກກະພາບ ໃນການສຸມໃສ່ວຽກງານການໂຄສະນາ, ອົບຮົມ ພໍ່ແມ່ປະຊາຊົນ ຂອງທັງສອງຝ່າຍລຽບຕາມແນວຊາຍແດນ ປະຕິບັດຕາມລະບຽບກົດໝາຍ, ສົນທິສັນຍາ ແລະ ລະບຽບການດ້ານຊາຍແດນ, ດ່ານ, ບໍ່ໃຫ້ການຊ່ວຍເຫຼືອພວກຄົນບໍ່ດີຄື ຜູ້ກໍ່ການຮ້າຍ, ບໍ່ລ່າສັດປ່າຫາຍາກທີ່ໄກ້ສູນພັນ... ຕ້ອງໄດ້ມີການແລກປ່ຽນຂໍ້ມູນຂ່າວສານຕໍ່ກັນຢ່າງຕໍ່ເນື່ອງ ແລະ ລຽນຕິດ, ປະສານສົມທົບກັນຕໍ່ສູ້ຕ້ານທຸກໆການກໍ່ການຮ້າຍ, ໂດຍສະເພາະແມ່ນຜູ້ກໍ່ການຮ້າຍກ່ຽວກັບຢາເສບຕິດ, ການເຂົ້າເມືອງຢ່າງຜິດກົດໝາຍ, ເພີ່ມທະວີການກວດກາລາດຕະເວນ ປົກປັກຮັກສາຊາຍແດນ, ຫຼັກແດນ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບ ໃນຂອບເຂດຊາຍແດນຂອງທັງສອງຝ່າຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ