ງານພົບປະແລກປ່ຽນ ຊາຍແດນແຫ່ງມິດຕະພາບ

09:24 | 26/08/2018

ຍສໝ - ຕອນຄ່ຳວັນທີ 25 ສິງຫາ, ທີ່ ຮ່າໂນ້ຍ ໄດ້ດຳເນີນ ລາຍການ ພົບປະແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ຄັ້ງທີ 3 ປີ 2018 ດ້ວຍການເຂົ້າຮ່ວມຂອງການນຳລັດຖະບານ ແລະ ກຳລັງປະກອບອາວຸດ ປະເທດ ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ມຽນມາ ແລະ ໄທ.

ງານພົບປະແລກປ່ຽນ ຊາຍແດນແຫ່ງມິດຕະພາບ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ກ່າວຄຳເຫັນໃນງານດັ່ງກ່າວ, ປະທານສະພາແຫ່ງຊາດ ຫວຽດນາມ ທ່ານນາງ ຫງວ໋ຽນທິກິມ ເງິນ ໄດ້ເນັ້ນໜັກວ່າ: ຫວຽດນາມ ກຳລັງຊຸກຍູ້ ລິເລີ່ມ ຈັດຕັ້ງປະຕິບັດຮ່ວມກັບ ອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ. ທ່ານນາງຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ຫວັງເປັນຢ່າງຍິ່ງ: ໄປພ້ອມໆກັບການຮ່ວມມືລະຫວ່າງ ບັນດາ ລັດຖະບານ, ກຳລັງປະກອບອາວຸດ ເວົ້າລວມ ແລະ ກຳລັງປ້ອງກັນຊາຍແດນ ຫວຽດນາມ, ຈີນ, ລາວ, ກຳປູເຈຍ, ໄທ, ມຽນມາ ເວົ້າສະເພາະ ຈະເຂົ້າຮ່ວມຢ່າງຕັ້ງໜ້າ ໃນການຮ່ວມມືອະນຸພາກພື້ນ.

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າຕື່ມອີກວ່າ: “ທັງ 6 ປະເທດ ພວກເຮົາ ທີ່ມີສາຍແມ່ນ້ຳຂອງຮ່ວມກັນ, ລ້ວນແລ້ວແຕ່ມີຄວາມມຸ່ງມາດປາດຖະໜາ ຢາກມີສັນຕິພາບ, ສະຖຽນລະພາບ ພັດທະນາ ແລະ ວັດທະນາຖາວອນ. ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າ: ກຳລັງປ້ອງກັນຊາຍແດນ ຂອງບັນດາປະເທດໃນອະນຸພາກພື້ນຈະນັບມື້ນັບມີຄວາມສະໜິດແໜ້ນຕື່ມອີກ, ການຮ່ວມມືຢ່າງມີປະສິດທິຜົນກ່ວາເກົ່າໃນຫລາຍຂົງເຂດຄື: ການສະກັດກັ້ນ-ຕ້ານ ອາດສະຍາກຳຂ້າມຊາດ, ກູ້ໄພ ຈາກໄພທຳມະຊາດ, ໄພພິບັດ, ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ, ປົກປັກຮັກສາແຫຼ່ງນ້ຳ ຄືແມ່ນ້ຳຂອງ…ປົກປັກຮັກສາ ສາຍສຳພັນ ອັນສະໜິດແໜ້ນຂອງນ້ຳໃຈມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນບັນດາປະເທດເວົ້າລວມ ແລະ ປະຊາຊົນຊາຍແດນ, ກຳລັງປ້ອງກັນຊາຍແດນເວົ້າສະເພາະ.”

ຈັດຂື້ນ 2ປີຕໍ່ຄັ້ງ, ງານການພົບປະແລກປ່ຽນ “ຊາຍແດນແຫ່ງມິດຕະພາບ” ໄດ້ກາຍເປັນເຫດການທີ່ມີຄວາມໝາຍໃນວຽກງານການພົວພັນການທູດເວົ້າລວມ ແລະ ການຕ່າງປະເທດປ້ອງກັນຊາດເວົ້າສະເພາະ.

(ຫັດ​ທະ​ບູນ)

ເຫດການ