|
ຄະນະປະຈຳພັກແຂວງໆ ເຊກອງ ໃຫ້ການຕ້ອນຮັບ ຄະນະ ກອງບັນຊາການທະຫານ ກອນຕຸມ.
ທ່ານ ຖາວອນ ພົມມະໄລລຸນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງເຊກອງ ຂອງທ່ານ ຟ້າມຫງັອກຟູ໋ ພ້ອມຄະນະໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ແຂວງເຊກອງ ແລະ ແຂວງ ກອນຕູມ ເຊິ່ງເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວ ພັນຮ່ວມມື ລະຫວ່າງ ແຂວງເຊກອງ ແລະ ແຂວງກອນຕູມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ແລະ ໄດ້ມີບາດກ້າວເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ ແລະ ສືບຕໍ່ໃນການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ ໂດຍສະເພາະ ແມ່ນການພົວພັນຮ່ວມມືວຽກງານຊາຍແດນ ຂອງສອງແຂວງ ໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມ ຜາສຸກ.
|
ບັນຍາກາດການພົບປະ ຂອງສອງແຂວງ.
ໂອກາດດຽວກັນ, ທ່ານ ຟ້າມຫງັອກຟູ໋ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບຂອງທ່ານ ຄະນະປະຈໍາພັກແຂວງເຊກອງ ພ້ອມທັງ ແຈ້ງຜົນສຳເລັດຂອງການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ກໍຄື ແຂວງເຊກອງ ໃນຄັ້ງນີ້ ພ້ອມທັງໄດ້ຢືນຢັນວ່າ: ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
(ແຫຼ່ງຂໍ້ມູນ: ຂປລ)