ຂີດໝາຍຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນວຽກງານພົວພັນຕ່າງປະເທດ

10:03 | 22/08/2018

ແຂວງຮ່າຕິ້ງ ມີເສັ້ນຊາຍແດນຍາວ 145 ກິໂລແມັດ ຕິດກັບແຂວງຄໍາມ່ວນ, ບໍລິຄໍາໄຊ (ປະເທດລາວ). ໃນຫຼາຍປີຜ່ານມາ, ອໍານາດການປົກຄອງ, ປະຊາຊົນ ແລະທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີຢ່າງສະໜິດຕິດແໜ້ນກັບອໍານາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.

ຂີດໝາຍຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນວຽກງານພົວພັນຕ່າງປະເທດ

ແພດທະຫານຊາຍແດນແຂວງຮ່າຕິ້ງ ກວດ, ປິ່ນປົວພະຍາດໃຫ້ປະຊາຊົນບ້ານທົ່ງແປ. (ພາບ: ຫວ໋ຽດຮ່າ)

ຕາມທ່ານພັນເອກ ຫວໍຕ໋ຽນຫງີ້, ຮັບຜິດຊອບຜູ້ບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ແລ້ວ, ວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນສອງຝ່າຍແມ່ນຂອດສຳຄັນໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງໃນເຂດຊາຍແດນແຫ່ງຊາດ, ກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ. ຊາບຊຶມສິ່ງດັ່ງກ່າວ, ບັນດາປ້ອມປ້ອງກັນຊາຍແດນໄດ້ສົມທົບກັບກໍາລັງປ້ອງກັນຊາຍແດນຂອງລາວ ຢ່າງແໜ້ນແຟ້ນເພື່ອຮັກສາບັນດາການພົບປະ, ເຈລະຈາ, ແລກປ່ຽນຂໍ້ມູນຂ່າວສານ, ຮັກສາ “ໂທລະສັບສາຍດ່ວນ”, ເພີ່ມທະວີການພົວພັນແລກປ່ຽນ, ແຮກສ່ຽວ...; ຕັ້ງໜ້າສົມທົບກັນຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ; ພ້ອມກັນປະຕິບັດວຽກງານຄວບຄຸມການເຂົ້າ-ອອກເມືອງເປັນຢ່າງດີ, ຊ່ວຍເຫຼືອກັນຊອກຫາ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບເມືອປະເທດ... ບັນດາວຽກງານດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊ່ວຍທະຫານຊາຍແດນແຂວງຮ່າຕິ້ງ ປະຕິບັດສໍາເລັດໜ້າທີ່ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດຢ່າງມີໄຊ, ພ້ອມກັບປະຊາຊົນ, ອໍານາດການປົກຄອງທ້ອງຖິ່ນກໍ່ສ້າງເຂດຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ.

ຂີດໝາຍຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນວຽກງານພົວພັນຕ່າງປະເທດ

ທະຫານຊາຍແດນແຂວງຮ່າຕິ້ງ ຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນບ້ານທົ່ງແປ (ປະເທດລາວ). (ພາບ: baohatinh.vn)

ກໍ່ຕາມທ່ານພັນເອກ ຫວໍຕ໋ຽນຫງີ້ ແລ້ວ, ໃນໄລຍະຜ່ານມາ, ທະຫານຊາຍແດນແຂວງຮ່າຕິ້ງ ຍາມໃດກໍ່ຖືເປັນສໍາຄັນ ແລະປະຕິບັດວຽກງານການສຶກສາເປັນຢ່າງດີ, ຍົກສູງຄວາມຮູ້ຄວາມຮັບຜິດຊອບໃຫ້ແກ່ພະນັກງານ, ນັກຮົບປະຕິບັດໜ້າທີ່ພົວພັນຕ່າງປະເທດ, ສ້າງນໍ້າໃຈສາມັກຄີຫວຽດນາມ-ລາວ ຜ່ອງໃສ, ບໍລິສຸດຜຸດຜ່ອງ. ບັນດາການເຄື່ອນໄຫວພົວພັນຕ່າງປະເທດ ຄືການແຮກສ່ຽວລະຫວ່າງປ້ອມ-ກອງຮ້ອຍປ້ອງກັນຊາຍແດນ... ໄດ້ຮັບການປັບປຸງ, ຮັດແໜ້ນນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງສອງຟາກຊາຍແດນ. ຜ່ານບັນດາການເຄື່ອນໄຫວແຮກສ່ຽວ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຊ່ວຍປະເທດເພື່ອນມິດຝຶກແອບ, ບໍາລຸງພະນັກງານ, ໜູນຊ່ວຍທຶນກໍ່ສ້າງກໍາລັງ, ພື້ນຖານໂຄງລ່າງ; ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ... ຜ່ານນັ້ນ, ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບ, ອໍານາດການປົກຄອງ ແລະປະຊາຊົນສອງປະເທດ, ປະກອບສ່ວນສໍາຄັນເຂົ້າໃນການຮັກສາໃຫ້ໝັ້ນຄົງ ແລະເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ-ລາວ. ແຕ່ລະປີ, ທະຫານຊາຍແດນແຂວງຮ່າຕິ້ງ ຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບວຽກງານປົກປັກຮັກສາເສັ້ນຊາຍແດນ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ... ໃຫ້ແກ່ພະນັກງານບັນດາກໍາລັງປ້ອງກັນຊາຍແດນຂອງລາວ. ໃນ 6 ເດືອນຕົ້ນປີ 2018, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສົມທົົບກັບກໍາລັງປ້ອງກັນຄວາມສະຫງົບລາວ ຕໍ່ສູ້ແກ້ໄຂ 12 ຄະດີຢ່າງມີໄຊ...

ຈຸດພິເສດໃນການພົວພັນມິດຕະພາບສອງຟາກຊາຍແດນແມ່ນ 10 ກວ່າປີຜ່ານມາ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຊ່ວຍປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ລາວ) ພັດທະນາເສດຖະກິດ, ກໍ່ສ້າງສຸກສາລາເພື່ອສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ. ທ່ານໝໍ ຫງວຽນຫວຽດດຶກ, ຫົວໜ້າສຸກສາລາບ້ານທົ່ງແປ ໃຫ້ຮູ້ວ່າ: ເຖິງວ່າແມ່ນສຸກສາລາບ້ານກໍ່ຕາມ, ແຕ່ວ່າໃນແຕ່ລະປີ, ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ລະດົມແຫຼ່ງກໍາລັງລົງທຶນໃຫຍ່ກ່ຽວກັບເຄື່ອງອຸປະກອນການແພດສ້າງເງື່ອນໄຂສະດວກໃນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.