ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

14:57 | 04/09/2018

ຍສໝ - ໃນທ້າຍອາທິດທີ່ຜ່ານມາ ຄະນະພະນັກງານ ກອງບັນຊາການທະຫານ ຊາຍແດນ ເຫງະອານ ໂດຍທ່ານ ພັນເອກ ເຈີ່ນຫ໋າຍ ບິ່ງ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງ ໄດ້ມາຢ້ຽມຢາມ ມອບຂອງຂວັນ ແລະ ເງິນສົດ ຈຳນວນ 20 ລ້ານດົ່ງ ໃຫ້ແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍແດນ 221 ກອງບັນຊາການທະຫານແຂວງ ຊຽງຂວາງ ສປປ ລາວ.

ກອງບັນຊາການທະຫານຊາຍແດນ ເຫງະອານ ມອບຂອງຂວັນໃຫ້ ກອງຮ້ອຍທະຫານຊາຍແດນ 221 ຂອງລາວ

ກອງບັນຊາການທະຫານຊາຍແດນ ແຂວງເຫງະອານ ມອບເງິນຈຳນວນ 20 ລ້ານດົ່ງໃຫ້ແກ່ ກອງຮອ້ຍທະຫານຊາຍແດນ 221.(ພາບ: ຫ໋າຍເທື້ອງ)

ພາຍຸເລກທີ 4 ທີ່ຜ່ານມາໄດ້ສ້າງຄວາມເສຍຫາຍຢ່າງຮ້າຍແຮງແກ່ຫຼາຍໆແຂວງຂອງ ປະເທດ ລາວ ອ້າຍນ້ອງ ໃນນັ້ນ ກອງຮ້ອຍ ທະຫານຊາຍແດນ 221 ກໍ່ຖືກຜົນກະທົບຫຼາຍຢ່າງເຊັ່ນ: ພາຫະນະໃນການລາດຕະເວນ, ລົດຈັກ ແລະ ອຸບປະກອນຕ່າງໆຖືກນຳ້ຖ້ວມພັດໄປຈົນໝົດ. ເພື່ອຢາກແບ່ງປັນ ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອພະນັກງານ ທະຫານກົມກອງຂອງອ້າຍນ້ອງລາວ ແກ້ໄຂຜົນກະທົບດັ່ງກ່າວ, ກອງບັນຊາການທະຫານຊາຍແດນ ແຂວງເຫງະອານ ຕັດສິນໃຈມອບຂອງຂັວນ ແລະ ເງິນສົດຈຳນວນ 20 ລ້ານດົ່ງ ໃຫ້ແກ່ ກອງຮອ້ຍທະຫານຊາຍແດນ 221.

ນີ້ແມ່ນການແບ່ງປັນອັນຮີບດ່ວນທັນການ ເພື່ອໃຫ້ກຳລັງໃຈລະດົມແກ່ພະນັກງານ ທະຫານ ກອງຮ້ອຍທະຫານຊາຍ ແດນ 221 ແກ້ໄຂຜົນກະທົບໂດຍໄວ ສຳເລັດພາລະກິດປ້ອງກັນອະທິປະໄຕ ແລະ ຄວາມສະຫງົບຕາມແນວຊາຍແດນ. ພ້ອມກັນນັ້ນ ກໍ່ສະແດງເຖິງນຳ້ໃຈສາຍພົວພັນມິດຕະພາບ ສາມັກຄີພິເສດ ການຮ່ວມມືໃນການສ້າງສາພັດທະນາຊາຍແດນຂອງສອງປະເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.