ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

08:16 | 07/09/2018

ຫວ່າງມໍ່ໆມານີ້, ຄະນະຜູ້ແທນກອງບັນຊາການທະຫານຊາຍແດນ ໂດຍທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດສົກຮຽນ 2018-2019 ຂອງໂຮງຮຽນທະຫານຊາຍແດນ 712.

ໂຮງຮຽນທະຫານຊາຍແດນ 712 ເປີດຊຸດອົບຮົມກໍ່ສ້າງນາຍສິບທະຫານຊາຍແດນທຳອິດ

ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ມອບຊໍ່ດອກໄມ້ອວຍພອນຄະນະນໍາໂຮງຮຽນທະຫານຊາຍແດນ 712. (ພາບ: bienphong.com.vn)

ເຂົ້າຮ່ວມພິທີມີທ່ານພົນໂທ ສຸວອນ ເລືອງບຸນມີ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ; ທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານຊາຍແດນລາວ; ຜູ້ຕາງໜ້າບັນດາອົງການສັງກັດກົມໃຫຍ່ເສນາທິການກອງທັບປະຊາຊົນລາວ. ຄະນະຜູ້ແທນກອງບັນຊາການທະຫານຊາຍແດນຫວຽດນາມ ເຂົ້າຮ່ວມພິທີເປີດຊຸດອົບຮົມກໍ່ສ້າງມີທ່ານພົນຈັດຕະວາ ຫງວຽນວັນນາມ ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ເປັນຫົວໜ້າຄະນະ; ຄະນະນໍາວິທະຍາຄານທະຫານຊາຍແດນ; ຄະນະນັກຊ່ຽວຊານທະຫານຊາຍແດນຫວຽດນາມ ທີ່ກໍາລັງປະຕິບັດງານຢູ່ໂຮງຮຽນທະຫານຊາຍແດນ 712.

ໃນຊຸດຮຽນທີ I ປີນີ້, ໂຮງຮຽນຈະກໍ່ສ້າງນາຍທະຫານຈຳນວນ 120 ຄົນທີ່ມາຈາກບັນດາກົມກອງຂອງທະຫານຊາຍແດນລາວ. ເນື່ອງໃນໂອກາດນີ້, ຕາງໜ້າກອງບັນຊາການທະຫານຊາຍແດນຫວຽດນາມ, ທ່ານພົນຈັດຕະວາ ຫງວຽນວັນນາມ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບຊໍ່ດອກໄມ້ ແລະຂອງຂວັນທີ່ລະນຶກອວຍພອນໂຮງຮຽນ.

(ແຫຼ່ງ​ຂໍ້​ມູນ​: vov5)

302 Found

Found

The document has moved here.