ປູກຕົ້ນໄມ້ມິດຕະພາບຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

08:24 | 12/09/2018

ຍສໝ - ສອງວັນທີ່ຜ່ານມາ, ກອງບັນຊາການ ທະຫານຊາຍແດນ ກອນຕູມ (ຫວຽດນາມ) ປະສານສົມທົບ ກັບ ພະແນກ ປ້ອງກັນຄວາມສະຫງົບ ແຂວງ Rattanakiri (ກຳປູເຈຍ) ແລະ ກອງບັນຊາການທະຫານແຂວງ ອັດຕະປື ໄດ້ດຳເນີນການເຄື່ອນໄຫວ ປູກຕົ້ນໄມ້ມິດຕະພາບ ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ, ລວມມີຕົ້ນໄມ້ຊະນິດຕ່າງໆ 700 ຕົ້ນ.

ປູກຕົ້ນໄມ້ມິດຕະພາບຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ

ຕາງໜ້າທັງ 3 ກົມກອງ ຮ່ວມປູກຕົ້ນໄມ້ ຢູ່ຫຼັກໝາຍທາງສາມແຍກຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ. (ພາບ: bienphong.com.vn)

ລະອຽດແມ່ນຝ່າຍປະເທດລາວ ປູກ 159 ຕົ້ນໃນເນື້ອທີ່ 5.525m2; ຝ່າຍປະເທດກຳປູເຈຍ ປູກ 256 ຕົ້ນໃນເນື້ອທີ່ 8.885m2 ; ຝ່າຍປະເທດຫວຽດນາມ ປູກ 285 ຕົ້ນໃນເນື້ອທີ່ 10.615m2 . ຄ່າໃຊ້ຈ່າຍໃຊ້ເຂົ້າໃນການປູກຕົ້ນໄມ້ດັ່ງກ່າວນັ້ນແມ່ນກວ່າ 300 ລ້ານດົ່ງ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນຊາຍແດນແຫ່ງມິດຕະພາບຄັ້ງທີ 1 ລະຫວ່າງແຂວງກອນຕູມ, ແຂວງ Rattanakiri (ປະເທດກຳປູເຈຍ) ແລະແຂວງອັດຕະປື ແລະເຊກອງ (ປະເທດລາວ), ຄາດຄະເນວ່າຈະດຳເນີນ ໃນຕົ້ນເດືອນພະຈິກ ປີ 2018 ຢູ່ແຂວງກອນຕູມ.

ການປູກຕົ້ນໄມ້ມິດຕະພາບໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຮັກແໜ້ນ ລະຫວ່າງ 3 ປະເທດເວົ້າລວມ, ລະຫວ່າງແຂວງກອນຕູມ(ຫວຽດນາມ), ແຂວງ Rattanakiri (ປະເທດກຳປູເຈຍ) ແລະ ແຂວງອັດຕະປື ແລະເຊກອງ ກໍ່ຄື ກຳລັງປົກປັກຮັກສາຊາຍແດນຂອງ 3 ປະເທດເວົ້າສະເພາະ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ນັບມື້ນັບພັດທະນາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.