ທ່ານນາງ ດັ້ງ ຖິ ຫງັອກ ທິ້ງ ຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

ທ່ານນາງ ດັ້ງ ຖິ ຫງັອກ ທິ້ງ ຮອງປະທານປະເທດ ເຂົ້າຮ່ວມກອງປະຊຸມສຸດຍອດ CICA

ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນ ຈາກ ທ່ານ Emomali Rahmon ປະທານາທິບໍດີ Tajikistan , ທ່ານນາງ ດັ້ງ ຖິ ຫງັອກ ທິ້ງ ຮອງປະທານປະເທດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 5 ກ່ຽວກັບການປະສານງານໃນການປະຕິບັດ, ບັນດາມາດຕະການສ້າງຄວາມເຊື່ອຫມັ້ນໃນອາຊິ (CICA) ຢູ່ Tajikistan ແຕ່ວັນທີ 14 ຫາ 15 ມິຖຸນາ.

ໄຂຊຸຸດບຳລຸງວິຊາສະເພາະໃຫ້ແກ່ພະນັກງານກວດກາ ຂອງ ສປປ ລາວ

ໄຂຊຸຸດບຳລຸງວິຊາສະເພາະໃຫ້ແກ່ພະນັກງານກວດກາ ຂອງ ສປປ ລາວ

ຍສໝ - ໃນວັນທີ 11 ມິຖຸນາ, ທີ່ໂຮງຮຽນ ກໍ່ສ້າງພະນັກງານກວດກາ ໄດ້ຈັດຕັ້ງການໄຂຊຸດຝຶກອົບຮົມ-ບຳລຸງວິຊາສະເພາະກວດກາ ໃຫ້ນັກຮຽນລາວ ຈຳນວນ 15 ຄົນ, ເຊິ່ງເປັນ ພະນັກງານຂອງອົງການກວດກາລັດ ແຫ່ງ ສປປລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າອົງການກວດກາລັດ ໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.

ຜົນສຳເລັດຂອງສວນຕົ້ນໄມ້ ແຮກສ່ຽວ ຢູ່ຊາຍແດນຫວຽດນາມ - ລາວ

ຜົນສຳເລັດຂອງສວນຕົ້ນໄມ້ ແຮກສ່ຽວ ຢູ່ຊາຍແດນຫວຽດນາມ - ລາວ

ຍສໝ - ໃນຊຸມປີຜ່ານມາ, ບ້ານ ຢຸ່ຍ ເຕີ່ນ (ລາວ ບາວ - ເຫື່ອງ ຫວ໋າ ) ແລະ ບ້ານ ເພື່ອງ (ເຊ ໂປນ -ລາວ) ມີຫຼາຍກິດຈະກໍາໄດ້ຮັບການປະຕິບັດຕ່າງໆ ເພື່ອຊ່ວຍກັນແລະກັນ ຮ່ວມກັນພັດທະນາ. ໂດຍສະເພາະແມ່ນສວນປູກຕົ້ນໄມ້ ເພື່ອຫຼຸດຜ່ອນຄວາມທຸກຍາກ ດ້ວຍການສະຫນັບສະຫນູນຈາກບ້ານ ຢຸ່ຍ ເຕີ່ນ ໄດ້ເສີມຂະຫຍາຍໝາກຜົນ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອປະຊາຊົນ ບ້ານ ເພື່ອງ ສ້າງຄວາມຮັ່ງມີ. ສິ່ງດັ່ງກ່າວນີ້ໄດ້ເສີມສ້າງຄວາມຮັດແໜ້ນ ນ້ຳໃຈມິດຕະພາບ, ສ້າງຊີວິດການເປັນຢູ່ອີ່ມໜຳສຳລານໃຫ້ແກ່ສອງບ້ານ ຢຸ່ຍ ເຕີ່ນ ແລະ ບ້ານ ເພື່ອງ (ເຊໂປນ -ສປປ ລາວ) ເວົ້າສະເພາະ, ສອງປະເທດຫວຽດນາມ ແລະ ລາວ ເວົ້າລວມ.

ລາວ: ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນຖອດ​ຖອນ​ບົດຮຽນ ຢູ່​ ງານ​ມະ​ໂຫລານ​ດົນຕີ ອາຊຽນ

ລາວ: ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນຖອດ​ຖອນ​ບົດຮຽນ ຢູ່​ ງານ​ມະ​ໂຫລານ​ດົນຕີ ອາຊຽນ

ຍສໝ - ກອງສິລະປະກອນລາວ ໄດ້ເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ 2019 ຜ່ານມາ ກໍເພື່ອແນໃສ່ຈຸດປະສົງຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບ ບັນດາປະເທດໃນພາກພື້ນ.

ຫວຽດນາມສະໜັບສະໜູນ ອີຕາລີ ພົວພັນກັບບັນດາປະເທດໃນອາຊຽນ

ຫວຽດນາມສະໜັບສະໜູນ ອີຕາລີ ພົວພັນກັບບັນດາປະເທດໃນອາຊຽນ

ຍສໝ - ໃນການແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ນາຍົກລັດຖະມົນຕີທັງສອງ ຕີລາຄາສູງການພົວພັນ ລະຫວ່າງ ສອງປະເທດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເລິກເຊິ່ງ ແລະ ກ້ວາງຂວາງຂື້ື້ນອີກ; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ,ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ເຊື່ອມຕໍ່ທ້ອງຖິ່ນ.

ການຜັນປ່ຽນ Brexit: ການພົວພັນຮ່ວມສຳພັນພິເສດອາເມລິກາ-ອັງກິດ

ການຜັນປ່ຽນ Brexit: ການພົວພັນຮ່ວມສຳພັນພິເສດອາເມລິກາ-ອັງກິດ

ປະທານາທິບໍດີອາເມລິກາ Donald Trump ພ້ອມດ້ວຍພັນລະຍາ Melania Trump ພວມຢູ່ຢ້ຽມຢາມອັງກິດ ຢ່າງເປັນທາງການແຕ່ວັນທີ 3-5 ມິຖຸນາ ຕາມຄຳເຊີນຂອງລາຊີນີ Elizabeth II. ເຖິງວ່າເຈົ້າໜ້າທີ່ສອງຝ່າຍໄດ້ຢືນຢັນວ່າການຢ້ຽມຢາມຄັ້ງນີ້ແມ່ນເພື່ອຢັນຢືນຄືນໃໝ່ສາຍພົວພັນທີ່ເປັນຈິດໜຶ່ງໃຈດຽວ ແລະ ພິເສດລະຫວ່າງອາເມລິກາ-ອັງກິດກໍ່ຕາມ ແຕ່ຫາງສຽງພັດຖືວ່າ ເປົ້າໝາຍດັ່ງກ່າວບໍ່ແມ່ນເລື່ອງງ່າຍດາຍຍ້ອນວ່າ ສາຍພົວພັນແບບສໍາພັນທະມິດອັນສະໜິດສະໜົມລະຫວ່າງສອງປະເທດ ພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ນັບແຕ່ທ່ານ Donald Trump ກາຍເປັນເຈົ້າຂອງທຳນຽບຂາວ.

ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ສະມາຄົມມິດຕະພາບ ຫວຽດນາມ ແລະ ລາວ ແລກປ່ຽນທິດທາງແຜນກ່ານ-ການຮ່ວມມື ປີ 2020

ຍສມ - ຕອບຮັບຄຳເຊີນຂອງ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ, ແຕ່ວັນທີ 30/5-3/6, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈະຈັດຄະນະຜູ້ແທນ ປະກອບມີຜູ້ແທນ 10 ທ່ານ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ

ຫວຽດນາມ: ເຫັນຄວາມສໍາຄັນຂອງການປະຕິບັດກົດໝາຍສາກົນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມື ທົ່ວໂລກ

ຍສໝ - ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019, ກອງປະຊຸມອະນາຄົດ ອາຊີ ຄັ້ງທີ 25 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ, ຍີ່ປຸ່ນ ພາຍໃຕ້ຫົວຂໍ້ວ່າ: “ຊອກຫາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນທົ່ວໂລກ - ຜ່ານຜ່າຄວາມຂາດສະຖຽນລະພາບ”.

ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

ການພົວພັນ ຫວຽດນາມ - ອົດສະຕຣາລີ ນັບມື້ນັບໄດ້ຮັບການພັດທະນາດີຂຶ້ນ

ໃນວັນທີ 27 ພຶດສະພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນຕີ ໂງ ມິງ ຕຽນ, ຮອງກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນເຮືອເອກ Allan Du Toit, ຫົວໜ້າຄະນະກະຊວງປ້ອງກັນປະເທດ ອົດສະຕາລີ ມາເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຊາດ ຊ່ອງ 1.5 ຫວຽດນາມ - ອົດສະຕາລີ ຄັ້ງທີ 7.

ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ໂດຍໄດ້ຮັບຄໍາເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມ ບິ່ງ ມິງ ໄດ້ໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 22 – 23 ພຶດສະພາ 2019.

ເປີດການພົບປະມິດຕະພາບຂອງຊາວຫນຸ່ມ ຫວຽດນາມ ແລະ ລາວ ປີ 2019 ຢູ່ ເຫງ້ ອານ

ເປີດການພົບປະມິດຕະພາບຂອງຊາວຫນຸ່ມ ຫວຽດນາມ ແລະ ລາວ ປີ 2019 ຢູ່ ເຫງ້ ອານ

ຍສໝ - ນີ້ແມ່ນໂອກາດ ໃນການຈັດງານພົບປະ ຄະນະຜູ້ແທນ ແລະ ຄະນະຊາວຫນຸ່ມ ຂອງ 2 ປະເທດ, ເພື່ອພົບປະ, ແລກປ່ຽນ ແລະ ແບ່ງປັນ ບົດຮຽນ ວຽກງານຊາວໜູ່ມ ແລະ ຂະບວນການເຍົາວະຊົນ ທັງເປັນໂອກາດດີ ສໍາລັບໄວຫນຸ່ມ ໃນການທົບທວນຄືນ ມູນເຊື້ອອັນສະຫງ່າງາມ ຂອງສາຍພົວພັນພິເສດ ຫວຽດນາມ - ລາວ.

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ຫວຽດນາມ - ລາວ: ເພີ່ມທະວີການພົວພັນຮ່ວມມືດ້ານການໂຍທາທິການ ແລະ ຂົນສ່ົງ

ຍສໝ - ຄະນະຜູ້ແທນກະຊວງຄົມມະນາຄົມ ແລະ ຂົນສ່ົງຫວຽດນາມ ນໍາໂດຍທ່ານ ເລດິ່ງຖໍ້, ຮອງລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສ່ົງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບກະຊວງໂຍທາທິການ ແລະ ຂົນສ່ົງລາວ ໃນລະຫວ່າງວັນທີ 15-17 ພຶດສະພາ.

ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

ການພົບປະ ແລະ ມອບໜ້າທີ່ ໃຫ້ນັກຮຽນແພດເສນາຮັກລາວ ຢູ່ ໂຮງໝໍສູນກາງກອງທັບ 108 ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 14 ພຶດສະພາ, ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108 ໄດ້ຈັດຕັ້ງການພົບປະ ແລະ ມອບໜ້າທີ່ ໃຫ້ ແກ່ນັກຮຽນແພດເສນາຮັກໂຮງໝໍ 103 ຂອງ ລາວ ຈຳນວນ 5 ຄົນ, ທີ່ກຳລັງຝຶກອົບຮົມ ຢູ່ ໂຮງຫມໍສູນກາງກອງທັບ ປະຊາຊົນຫວຽດນາມ 108.

ຫວຽດນາມ - ລາວ ຮັດການພົວພັນດ້ານປ້ອງກັນຊາດ ໃຫ້ເລິກເຊິ່ງກວ່າເກົ່າ ໃນປີ 2019

ຫວຽດນາມ - ລາວ ຮັດການພົວພັນດ້ານປ້ອງກັນຊາດ ໃຫ້ເລິກເຊິ່ງກວ່າເກົ່າ ໃນປີ 2019

ເນື່ອງໃນໂອກາດເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີໄຊຊະນະ - ໄຊຊະນະ ຕາມຄໍາເຊີນຂອງລັດຖະບານ ແລະກະຊວງປ້ອງກັນປະເທດກໍາປູເຈຍ, ຕອນບ່າຍວັນທີ 28 ທັນວາ, ທີ່ພະນົມເປັນ, ທ່ານພົນເອກ ໂງຊວນລິກ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະ ແລະເຮັດວຽກກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.

ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ

ຫວຽດນາມ-ລາວ ເພີ່ມທະວີການພົວພັນຮ່ວມມືຮອບດ້ານ

ຕອນບ່າຍວັນທີ 19 ເມສາ, ທ່ານ ຈີ້ງວັນຈ໊ຽນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງແທງຮວ໊າ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ ນຳໂດຍທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ.

ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

ສະຫະພັນມິດຕະພາບຫວຽດນາມມີຄວາມມຸ່ງຫວັງໃນການເພີ່ມທະວີການພົວພັນກັບສະພາແຫ່ງຊາດອາເມລິກາ

ຍສໝ - ສະມາຄົມມິດຕະພາບ ແລະ ສະມາຄົມຫວຽດນາມ - ອາເມລິກາມີຄວາມມຸ່ງຫວັງໃນການສ້າງການພົວພັນກັບສະພາແຫ່ງຊາດອາເມລິກາ, ໂດຍທໍາອິດແມ່ນການສ້າງການພົວພັນກັບກຸ່ມພະນັກງານຊ່ວຍວຽກໃຫ້ຜູ້ແທນລາຊະດອນ, ຂະຫຍາຍເຄືອຂ່າຍຫມູ່ເພື່ອນ, ຄູ່ຮ່ວມງານພາຍໃນສະພາແຫ່ງຊາດອາເມລິກາ...

ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

ຫ໋າຍຟ່ອງເສີມຂະຫຍາຍການພົວພັນອັນດີງາມກັບປະຊາຊົນ ລາວ, ໄທ ແລະ ມຽນມາ

ຍສໝ - ບັນນຍາກາດການພົບປະສັງສັນອັນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ຄຶກຄື້ນ, ເປັນກຳລັງໃຈໃຫ້ແກ່ບັນດານັກສຶກສາລາວ, ໄທ, ມຽນມາ ທີ່ພວມຮ່ຳຮຽນຢູ່ນະຄອນ ຫ໋າຍຟ່ອງ.

ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ຕອນບ່າຍວັນທີ 9 ເມສາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ນຳຫນ້າຄະນະຜູ້ແທນຂັ້ນສູງ ໂຮນລັງ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.