ສະຫາຍ ພົນຕີ ສອນທອງ ພົມ ລາວົງ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ພ້ອມທັງກ່າວວ່າ ສະຫາຍທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດຢູ່ ສປປ ລາວ ໃນຄັ້ງນີ້ເຊິ່ງໄດ້ນໍາເອົາຄວາມສາມັກຄີຮັກແພງໄມຕີຈິດມິດຕະພາບ ແບບພິເສດນໍາເອົາຄວາມອົບອຸ່ນ ມາສູ່ກອງທັບປະຊາຊົນລາວ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ-ສອງລັດ, ສອງກອງທັບ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດທີ່ມີມາແຕ່ດົນນານໃຫ້ເຕີບໃຫຍ່ຂະຫຍາຍຕົວ ຂຶ້ນເລື້ອຍໆ.
  															   														 | 
ສະຫາຍ ພົນຕີ ສອນທອງ ພົມ ລາວົງ ແລະ ສະຫາຍ ພັນເອກ ນາງ ເຈີນທິ ບິກເຮວ ໃນພົບປະເຈລະຈາ. (ພາບ: vov.vn)
  
ໂດຍສະເພາະການ ພົວພັນມືລະຫວ່າງສອງກົມໃຫຍ່ ການເມືອງກອງທັບ ລາວ-ຫວຽດ ນາມ, ກໍຄືສອງຫໍສະໝຸດກອງທັບ ລາວ-ຫວຽດນາມໃນໄລຍະຜ່ານມາມີຜົນສໍາເລັດຫລາຍດ້ານ, ເຊິ່ງຜ່ານມາກົມໃຫຍ່ການເມືອງກອງທັບ ປະຊາຊົນຫວຽດນາມ ກໍໄດ້ໃຫ້ການກໍ່ສ້າງພະນັກງານ ທັງໄລຍະຍາວ ແລະ ໄລຍະສັ້ນ, ສ້າງໂຮງຮຽນທິດສະດີການ ເມືອງ, ສ້ອມແປງຫໍພິພິທະພັນກອງທັບ, ຊ່ວຍການກໍ່ສ້າງຫໍສະໝຸດກອງທັບ ແລະ ຍັງໄດ້ຊ່ວຍເຫລືອດ້ານວັດຖຸສິງຂອງໃຫ້ບັນດາເຫຼົ່າຮົບຕ່າງໆອີກດ້ວຍ. ໂອກາດນີ້ ສະຫາຍ ພັນເອກ ນາງ ເຈີນທິ ບິກເຮວ ກໍໄດ້ສະແດງ ຄວາມຂອບອົກຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບແບບດູດດື່ມ ແລະ ມີມູນເຊື້ອແບບພິເສດ ລາວ- ຫວຽດນາມ, ຫວຽດນາມ- ລາວ, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ຫວຽດ ນາມ-ລາວ ກໍຄືສອງຫໍສະໝຸດ ຫວຽດນາມ-ລາວ ແມ່ນມີການພົວພັນເຊິ່ງກັນ ແລະ ກັນຢ່າງສະນິດແໜ້ນ ແລະ ໄດ້ຮັບໝາກ ຜົນໜ້າເພິ່ງພໍໃຈ ໂດຍສະເພາະ ໄດ້ໃຫ້ການຊ່ວຍເຫຼືອເຝິກອົບຮົມ ໃຫ້ວິຊາການຫໍສະໝຸດ, ຊ່ວຍເຫຼືອ ຈັກກັອບປີ, ຄອມພິວເຕີ, ຈັກສະ ແກນເນີ ແລະ ອື່ນໆອີກ, ພ້ອມທັງ ໄດ້ແຈ້ງຜົນການພົບປະແລກປ່ຽນບົດຮຽນຮ່ວມກັບຄະນະອໍານວຍການຫໍສະໝຸດກອງທັບປະຊາຊົນ ລາວ ແລະ ການເຄື່ອນໄຫວຢູ່ ບັນດາກົມກອງຕ່າງໆຕໍ່ສະຫາຍ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບຊາບ. ພາຍຫຼັງສໍາເລັດການເຂົ້າຢ້ຽມຂ່ຳນັບສະຫາຍ ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບແລ້ວ ຄະນະຜູ້ແທນດັ່ງກ່າວກໍໄດ້ເຄື່ອນຢ້ຽມຢາມຫໍສະໝຸດກອງທັບປະຊາຊົນລາວ, ໄປຢ້ຽມຢາມຫໍສະໝຸດກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ໄດ້ເຄື່ອນໄຫວທ່ຽວຊົມສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາຢູ່ນະຄອນຫຼວງວຽງຈັນອີກ ຈໍານວນໜຶ່ງ.
(ຄຳຮຸ່ງ)