ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ

12:51 | 23/08/2019

ຍສໝ - ວັນທີ 21 ສິງຫາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຝ໊ອງ, ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ, ຕ້ອນຮັບຄະນະຜູ້ແທນສະພາສູງອາເມລິກາ ນຳໂດຍທ່ານນາງ Tammy Duckworth ສະມາຊິກສະພາສູງພວມມີການຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາງ ຕ່ອງທິຝ໊ອງ ຢັ້ງຢືນວ່າ: ນະໂຍບາຍການຕ່າງປະເທດຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອາເມລິກາ; ປາດຖະໜາຢາກເພີ່ມທະວີ ແລະເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ

ທ່ານນາງ ຕ່ອງທິຝ໊ອງ ແລະ ທ່ານນາງ Tammy Duckworth ສະມາຊິກສະພາສູງອາເມລິກາ ທີ່ການຕ້ອນຮັບ. (ພາບ: daibieunhandan.vn)

ທ່ານນາງ ຕ່ອງທິຝ໊ອງ ໃຫ້ຮູ້ວ່າ, ສະພາແຫ່ງຊາດອາເມລິກາ ມີບົດບາດສໍາຄັນທີ່ສຸດໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ. ສະພາແຫ່ງຊາດຫວຽດນາມ ຮັບຮູ້ ແລະຂອບໃຈຕໍ່ການສະໜັບສະໜູນຢ່າງຕັ້ງໜ້າຂອງບັນດາສະມາຊິກລັດຖະສະພາອາເມລິກາ ໃນການສະໜັບສະໜູນບັນດານະໂຍບາຍຂອງລັດຖະບານ ແລະຮັບຮອງເອົາບັນດາມະຕິ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດ.

ຫວຽດນາມ - ອາເມລິກາ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ

ທ່ານນາງ ຕ່ອງທິຝ໊ອງ ມອບຂອງຂວັນມິດຕະພາບ ໃຫ້ທ່ານນາງ Tammy Duckworth. (ພາບ: daibieunhandan.vn)

ທ່ານນາງ Tammy Duckworth ຕີລາຄາສູງບົດບາດຂອງຫວຽດນາມຢູ່ພາກພື້ນ ແລະ ໃນໂລກ, ພ້ອມທັງທ່ານນາງ Tammy Duckworth ເຊື່ອໝັ້ນວ່າ, ດ້ວຍການພັດທະນາດ້ານເສດຖະກິດຢ່າງແຮງຂອງຫວຽດນາມ ຄືໃນປະຈຸບັນທີ່ຈະເປີດອອກກາລະໂອກາດຮ່ວມມືຫຼາຍຢ່າງ, ບໍ່ພຽງກັບອາເມລິກາ ເທົ່ານັ້ນ, ຫາກຍັງກັບບັນດາຄູ່ຮ່ວມມືຢູ່ພາກພື້ນ ແລະໃນໂລກອີກດ້ວຍ. ທ່ານນາງ Tammy Duckworth ໃຫ້ຮູ້ວ່າ, ຈະສືບຕໍ່ມານະພະຍາຍາມ ເພື່ອຊຸກຍູ້ການພັດທະນາອັນດີງາມໃນການພົວພັນລະຫວ່າງສອງປະເທດ, ລະຫວ່າງອົງການສ້າງກົດໝາຍສອງປະເທດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.