ລາວ: ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນຖອດ​ຖອນ​ບົດຮຽນ ຢູ່​ ງານ​ມະ​ໂຫລານ​ດົນຕີ ອາຊຽນ

11:55 | 10/06/2019

ຍສໝ - ກອງສິລະປະກອນລາວ ໄດ້ເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ 2019 ຜ່ານມາ ກໍເພື່ອແນໃສ່ຈຸດປະສົງຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບ ບັນດາປະເທດໃນພາກພື້ນ.

ລາວ: ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນຖອດ​ຖອນ​ບົດຮຽນ ຢູ່​ ງານ​ມະ​ໂຫລານ​ດົນຕີ ອາຊຽນ

ການສະແດງຂອງນັກຮ້ອງກອງສິລະປະກອນແຫ່ງຊາດລາວ ທີ່ ງານມະໂຫລານດົນຕີ ອາຊຽນ 2019

ເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ 2019, ກອງສິລະປະລາວ ລວມມີນັກສິລະປິນ 15 ຄົນ ແລະ ໄດ້ສະແດງ 5 ລາຍການ. ກອງສິລະປະກອນລາວ ໄດ້ເອົາເຄື່ອງດົນຕີພື້ນເມືອງຊະນິດຕ່າງໆຄື: ແຄນ, ຊໍ, ຄ້ອງວົງໃຫຍ່, ພິນ ແລະ ອື່ນໆ ເພື່ອຮັບໃຊ້ໃຫ້ແກ່ 5 ລາຍການສະແດງ ເຊິ່ງລວມມີ: ລາຍການເປົ່າແຄນບົດເພງ ຮັກບ້ານເກີດ; ລາຍການທີ 2 ແມ່ນ ຮ້ອງດຽວຍິງ ລໍາຕັ່ງຫວາຍ; ລາຍການທີີ 3 ແມ່ນ ແຄນວົງ; ລາຍການທີ 4 ແມ່ນ ສາລະວັນບ້ານຂ້ອຍ ແລະ ລາຍການສຸດທ້າຍ ແມ່ນເພງລາວອະມະຕະ ທີ່ມີຊື່ສຽງມາແຕ່ດຶກດໍາບັນ. ນີ້ແມ່ນບັນດາລາຍການທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງຂອງປະເທດລາວ ກ່ຽວກັບຄວາມຮັກປະເທດຊາດ, ການຕໍ່ສູ້ກູ້ຊາດ ແລະ ການພັດທະນາຂອງປະເທດລາວ.

ການແລກປ່ຽນສະແດງສິລະປະກັບມະຫາຊົນໃນຄໍ່າຄືນຕ່າງໆ, ໂດຍສະເພາະ ແມ່ນການແລກປ່ຽນການສະແດງສິລະປະລະຫວ່າງກອງສິລະປະກອນລາວ ແລະ ກອງສິລະປະກອນ ບົງແຊນ ຂອງ ຫວຽດນາມນັ້ນ ໄດ້ຊ່ວຍໃຫ້ກອງສິລະປະກອນລາວ ມີຄວາມສະດວກຫຼາຍຢ່າງໃນການແລກປ່ຽນບົດຮຽນກັບບັນດາກອງສິລະປະກອນທີ່ມາຈາກປະເທດອື່ນໆ. ສະພາສິລະປະ ໄດ້ເລືອກເອົາ 12 ລາຍການຍາດໄດ້ຫຼຽນຄໍາ,19 ລາຍການ ຍາດໄດ້ຫຼຽນເງິນ. ໃນນັ້ນ, ກອງສິລະປະກອນລາວ ໄດ້ຮັບລາງວັນຫຼຽນຄໍາ 1 ລາງວັນ ສໍາລັບລາຍການສະແດງການເປົ່າແຄນບົດເພງ ຮັກບ້ານເກີດ; ລາງວັນຫຼຽນເງິນ 1 ລາງວັນ ສໍາລັບບົດເພງ ສາລະວັນບ້ານຂ້ອຍ. ນອກຈາກນັ້ນ, ກອງສິລະປະລາວ ຍັງຍາດໄດ້ລາງວັນ ກອງສິລະປະກອນທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ອີກດ້ວຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.