ທະນາຄານຮ່ວມທຶນ ລາວ-ຫວຽດ ໄດ້ຮັບຫຼຽນໄຊຂອງ ລັດລາວ

16:05 | 24/06/2019

ຍສໝ - ໃນຕອນແລງວັນທີ 22 ມິຖຸນາ, ເນື່ອງໃນໂອກາດຄົບຮອບ 20 ປີຂອງການສ້າງຕັ້ງ, ທະນາຄານຮ່ວມທຶນ ລາວ-ຫວຽດ (LaoVietBank) ໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ຂອງລັດລາວ.

ການເຂົ້າຮ່ວມພິທີດັ່ງກ່າວ ມີປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້, ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການເງິນລາວ ທ່ານ ສົມດີດວງດີ; ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ, ທ່ານ ຫງວຽນ ບ໋າ ຫູ່ງ ແລະ ການນໍາຂອງບັນດາກະຊວງທີ່ກ່ຽວຂ້ອງ ຂອງລາວ ແລະ ຫວຽດນາມ.

ທະນາຄານຮ່ວມທຶນ ລາວ-ຫວຽດ ໄດ້ຮັບຫຼຽນໄຊຂອງ ລັດລາວ

ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ກ່າວຄຳປາໄສໃນພິທີ. (ພາບ: VOV)

ກ່າວຄຳປາໄສໃນພິທີ, ຮອງນາຍົກລັດຖະມົນຕີ - ລັດຖະມົນຕີກະຊວງການເງິນລາວ ທ່ານ ສົມດີ ດວງດີ ສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງບັນດາຜົນສໍາເລັດທີ່ທະນາຄານ ລາວ-ຫວຽດ ໄດ້ບັນລຸໃນ 20 ປີຜ່ານມາ ໃນການປ່ອຍເງິນທຶນຊ່ວຍເຫຼືອສໍາລັບໂຄງການກໍ່ສ້າງພື້ນຖານໂຄງລ່າງການຂົນສົ່ງ, ໂຮງຮຽນ ແລະ ໂຮງຫມໍ. ພ້ອມກັນນັ້ນ, ທະນາຄານ ລາວ-ຫວຽດ ກໍ່ປະກອບສ່ວນທີ່ສໍາຄັນໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງລາວ, ສົມກັບຄວາມເຊື່ອໝັ້ນຂອງທັງສອງພັກ, ສອງລັດຖະບານ ແລະ ປະຊາຊົນຂອງສອງປະເທດກ່ຽວກັບບົດບາດ ຄືຂົວການລົງທຶນເຊິ່ງເປັນຮູບແບບໃນການພົວພັນຮ່ວມມືດ້ານເສດຖະກິດລາວ - ຫວຽດນາມ.

ທະນາຄານຮ່ວມທຶນ ລາວ-ຫວຽດ ໄດ້ຮັບຫຼຽນໄຊຂອງ ລັດລາວ

ຮອງນາຍົກລັດຖະມົນຕີ ລາວ ທ່ານ ສົມດີດວງດີ ມອບຫຼຽນໄຊແຮງງານຊັ້ນ 1 ໃຫ້ທະນາຄານຮ່ວມທຶນ ລາວ-ຫວຽດ. (ພາບ: VOV)

ໄດ້ຮູ້ວ່າ ຈາກ 10 ລ້ານໂດລາສະຫະລັດ, ຫຼັງຈາກ 20 ປີຂອງການດໍາເນີນງານ, ທະນາຄານ Lao Viet ໄດ້ມີທຶນຂຶ້ນທະບຽນ 100 ລ້ານໂດລາສະຫະລັດ ແລະ ໄດ້ເປັນທະນາຄານມີທຶນຂຶ້ນທະບຽນໃຫຍ່ທີ່ ທີສາມໃນລາວ ແລະ ມີຊັບສິນທັງຫມົດປະມານ 1.2 ຕື້ USD.

(ຄຳຮຸ່ງ)

302 Found

Found

The document has moved here.