ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

15:48 | 06/08/2019

ຍສໝ - ໃນວັນທີ 5 ສິງຫາ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະຜູ້ແທນຫ້ອງສະໝຸດ ກອງທັບຫວຽດນາມ ນຳ ໂດຍທ່ານນາງ ພັນເອກ ເຈີນ ຖິ ບີກ ເຫ໋ວ - ຜູ້ອຳນວຍການຫໍສະໝຸດ ໄດ້ມີການແລກປ່ຽນກັບຄະນະຜູ້ແທນຫ້ອງສະໝຸດກອງທັບລາວ ນຳພາ ໂດຍ ຜູ້ອຳນວຍການຫ້ອງສະໝຸດ ພັນຕີ ພີມຝ້າ ພານຍາຫຼັກ

ທີ່ການພົບປະ, ທ່ານພັນຕີ ພີມຝ້າ ພານຍາຫຼັກ ໄດ້ຕ້ອນຮັບຄະນະຜູ້ແທນຫໍສະມຸດທະຫານຫວຽດນາມມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້; ສະແດງຄວາມຂອບໃຈຕໍ່ຫໍສະໝຸດ ກອງທັບ, ກົມໃຫຍ່ການເມືອງ ແລະ ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ ອຳນວຍຄວາມສະດວກດ້ານອຸປະກອນ, ການຝຶກອົບຮົມວິຊາສະເພາະ ແລະ ອຳນວຍຄວາມສະດວກໃຫ້ພະນັກງານ, ນັກຮົບ ໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າໃນການເຂົ້າເຖິງເອກະສານ, ຂໍ້ມູນຂ່າວສານ, ປື້ມ ແລະ ໜັງສືພິມ, ປະກອບສ່ວນຍົກສູງລະດັບຄວາມຮັບຮູ້ໃຫ້ແກ່ນັກຮົບໃນກອງທັບລາວ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ຜູ້ຕາງໜ້າຫໍສະໝຸດ ທະຫານຂອງສອງປະເທດ ມອບຮັບຂອງຂວັນ. (ພາບ: vov.vn)

ທ່ານພັນຕີ ພີມຝ້າ ພານຍາຫຼັກ ຮຽກຮ້ອງໃຫ້ຫໍສະໝຸດ ກອງທັບ ຫວຽດນາມ ສະໜັບສະໜູນ ປື້ມ ແລະ ເອກະສານຫຼາຍສະບັບທີ່ກ່ຽວຂ້ອງກັບສະຫະພັນນັກຮົບຫວຽດນາມ - ລາວ ເພື່ອສຶກສາອົບຮົມແນວຄິດການເມືອງ ສຳລັບພະນັກງານ ໜຸ່ມ ແລະ ພະນັກງານຂອງກອງທັບລຸ້ນຕໍ່ມາ ໃຫ້ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີ ຂອງການທະຫານ ສອງປະເທດ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫໍສະໝຸດກອງທັບ ຫວຽດນາມ ແລະ ລາວ

ທ່ານພັນຕີ ພີມຝ້າ ພານຍາຫຼັກ ຜູ້ອຳນວຍການຫໍສະໝຸດກອງທັບ ລາວ. (ພາບ: vov.vn)

ຜູ້ອຳນວຍການຫໍສະໝຸດ ກອງທັບຫວຽດນາມ ທ່ານນາງ ເຈີນ ຖິ ບີກ ເຫ໋ວ ຊົມເຊີຍຜົນສຳເລັດຂອງຫໍສະ ໝຸດ ທະຫານລາວໃນໄລຍະທີ່ຜ່ານມາ, ພ້ອມກັນນັ້ນ ຢັ້ງຢືນຈະລາຍງານຂໍ້ສະເໜີ ຂອງຫໍສະໝຸດ ທະຫານລາວເຖິງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເພື່ອໃຫ້ ປະຕິບັດໄດ້ ໄວທີ່ສຸດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.