ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

21:22 | 25/06/2019

ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍ ທ່ານຮອງນາຍົກລັດຖະມົນຕີ ຈິ້ງ ດິ່ງ ຢຸງ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນໄຊ ສີພັນດອນ, ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນຫົວໜ້າຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 24 – 25 ມິຖຸນາ 2019.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ຂວາ) ແລະ ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ. (ພາບ: baoquocte)

ໃນວັນທີ 24 ມິຖຸນາ,ຢູ່ນະຄອນຫຼວງວຽງຈັນ, ທ່ານ ຈິ້ງ ດິ່ງ ຢຸງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະເຈລະຈາ ກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ , ສອງຝ່າຍຢືນຢັນ ຈະສືບຕໍ່ເສີມສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ ແລະ ຖືວ່ານີ້ແມ່່ນກົດເກນຂອງການພັດທະນາ ມີຄວາມໝາຍເປັນຕາຍ. ສອງຝ່າຍໄດ້ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຮັດວຽກໃນມໍ່ໆມານີ້ ຂອງການນໍາຂັ້ນສູງສອງປະເທດ, ເຫັນດີສືບຕໍ່ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ແລະ ໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມຄັ້ງທີ 41 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານ ຫວຽດນາມ - ລາວ. ສອງຝ່າຍຍັງແລກປ່ຽນກ່ຽວກັບການຮ່ວມມືທີ່ເວທີປາໄສພາກພື້ນ ແລະ ສາກົນ.

ເພີ່ມພູນຄູນສ້າງສາຍພົວພັນຫວຽດນາມ - ລາວ ໃຫ້ພັດທະນາຢ່າງໝັ້ນຄົງ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ໄປສຳຫຼວດໂຄງການກໍ່ສ້າງສະພາແຫ່ງຊາດໃຫມ່ຂອງລາວ. (ພາບ: baoquocte)

ສິ້ນສຸດການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາຊື້-ຂາຍໄຟຟ້າ ຢູ່ໂຮງງານໄຟຟ້ານໍ້າຕົກ ນໍ້າຊໍາ 3 ລະຫວ່າງກຸ່ມບໍລິສັດໄຟຟ້າ ຫວຽດນາມ ແລະ ກຸ່ມບໍລິສັດ ພົງຊັບທະວີ ຂອງລາວ.

ແລະກໍໃນຕອນບ່າຍຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບທ່ານຮອງປະທານສະພາແຫ່ງຊາດລາວ ສົມພັນ ແພງຄໍາມີ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.