![]() |
ທະຫານເສນາຮັກແຂວງຮ່າຕິ໋ງ ກວດສຸຂະພາບ ແລະ ແຈກຢາປົວພະຍາດໃຫ້ປະຊາຊົນບ້ານທອງແປ, ແຂວງບໍລິຄຳໄຊ. (ພາບ:baohatinh.vn)
ເມື່ອຮອດບ້ານ ທອງແປ, ເມືອງຄຳເກີດ, ແຂວງບໍລິຄໍາໄຊ (ປະເທດລາວ), ປະຊາຊົນທົ່ວໄປມັກເວົ້າເຖິງເລື່ອງແບບຢ່າງການສ້າງເສດຖະກິດຂອງຄອບຄົວ ນາງ ອາ ເຢິງ ຊົ່ງ. 5 ປີ ກ່ອນ, ດ້ວຍຄວາມສະດວກທີ່ມີສວນອັນກວ້າງຂວາງ, ພາຍຫລັງ ທະຫານຊາຍແດນດ່ານສາກົນ ເກົ່າແຈວ ພາໄປຢ້ຽມຢາມ, ຮຽນຮູ້ຮູບແບບຂອງການພັດທະນາເສດຖະກິດ ຢູ່ ເມືອງເຊີນກິມ 1, ນາງ ອາ ເຢິງ ຊົ່ງ ໄດ້ຕັດສິນໃຈລົງທຶນເຮັດຟາມຫມູ ແລະ ຂຸດຫນອງປາ ເພື່ອເພີ່ມລາຍໄດ້ໃຫ້ ຄອບຄົວ. ໃນປັດຈຸບັນ, ຄອບຄົວ ນາງ ຊົ່ງ ມີໝູຫຼາຍກວ່າ 100 ໂຕ, ປາຫຼາຍຊະນິດ, ສ້າງລາຍຮັບຢ່າງຫມັ້ນຄົງ, ຈຸດປະກາຍໃຫ້ ຊາວບ້ານເຮັດຕາມ.
![]() |
ນາງ ອາ ເຢິງ ຊົ່ງ ປະຊາຊົນເມືອງຄຳເກີດ, ແຂວງບໍລິຄຳໄຊ ທີ່ໄດ້ນຳເອົາບົດຮຽນໃນການສ້າງເສດຖະກິດຄອບຄົວຈາກ ທະຫານຊາຍແດນຫວຽດນາມ.(ພາບ:baohatinh.vn)
ນາງ ອາ ເຢິງ ຊົ່ງ ດີໃຈແລະແບ່ງປັນວ່າ: "ຂອບໃຈນຳທະຫານຊາຍແດນ ຫວຽດນາມ, ຍ້ອນບັນດາອ້າຍທະຫານແນະນຳ ຈັ່ງເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີໄດ້ຄືທຸກວັນນີ້. ໃນປັດຈຸບັນ, ບໍ່ພຽງແຕ່ມີຢູ່ມີກິນ ແຕ່ຍັງທືນຮອນແຮໄວ້ນຳອີກ. ໃນອະນາຄົດອັນໃກ້ນີ້, ຂ້າພະເຈົ້າ ຈະໄປ ເຊີນ ກິມ 1 ເພື່ອອົບຮົມຮຽນຮູ້ຮູບແບບອີກ, ເພາະວ່າຢູ່ນີ້ຍັງມີດິນໄຮ່ນາຮົ້ວສວນຫວ່າງຫຼາຍ... ".
ບ້ານ ທອງແປ ປະຈຸບັນ ມີ 2.661 ຄົນ, ສ່ວນໃຫຍ່ແມ່ນຊົນເຜົ່າມົ້ງ ແລະລາວລຸ່ມ. ກ່ອນໜ້ານີ້, ເນື່ອງຈາກລະດັບການສຶກສາຍັງຕ່ໍາ, ຂາດຄວາມຮູ້, ດັ່ງນັ້ນຊາວບ້ານເມື່ອເຈັບເປັນມັກໄປຫາໝໍເຢົາໝໍຢາເພື່ອສູດ, ເຢົາຕ່າງໆ.
![]() |
ທະຫານຊາຍແດນສອງປະເທດຮ່ວມກວດການລາດຕະເວນ ຕາມແນວຊາຍແດນຫວຽດນາມ-ລາວ.(ພາບ:baohatinh.vn)
ຍ້ອນແນວນັ້ນ, ມີຫລາຍໆກໍລະນີທີ່ເດັກນ້ອຍໃນບ້ານຕ້ອງເສຍຊີວິດ ຍ້ອນພະຍາດທຳມະດາ. ນັບຕັ້ງແຕ່ມີທະຫານຊາຍແດນແຂວງຮ່າຕິ໋ງ ຊ່ວຍເຫຼືອໃນການກໍ່ສ້າງສຸກສາລາ, ເລື່ອງໄປຫາໝໍເຢົາແມ່ນບໍມີອີກແລ້ວ. ເມື່ອໄດ້ຮັບການໂຄສະນາ, ເຜີຍແຜ່ ແລະ ການຊີ້ນໍາ ຈາກແພດຫມໍທະຫານ, ຊາວບ້ານໄດ້ມີການປ່ຽນແປງດ້ານຮີດຄອງປະເພນີ, ກິນຢູ່ຖືກສຸກຂະອະນາໄມຫຼາຍຂຶ້ນ. ເມື່ອເຈັບປ່ວຍ, ມີທ່ານຫມໍ ໃຫ້ຄໍາແນະນໍາດ້ານແພດ ແລະ ແຈກຢາໂດຍບໍ່ເສຍຄ່າ. ນາງ ອິນ ໄຊຍະວົງ, ປະຊາຊົນບ້ານ ທອງແປ ກ່າວວ່າ: "ນັບຕັ້ງແຕ່ມີແພດຫມໍຫວຽດນາມ, ພວກເຮົາບໍ່ຈໍາເປັນຕ້ອງໄຫວ້ຜີປ່າຜີດົງອີກຕໍ່ໄປ, ບໍ່ຕ້ອງກັງວົນເມື່ອເຈັບປ່ວຍອີກແລ້ວ".
ຄຽງຄູ່ກັບການຊ່ວຍເຫຼືອພໍ່ແມ່ປະຊາຊົນຕາມເສັ້ນຊາຍແດນ ພັດທະນາເສດຖະກິດ, ເບິ່ງແຍງສຸຂະພາບ, ເພີ່ມທະວີການແລກປ່ຽນ, ຮ່ວມມື, ຮັດແໜ້ນຄວາມສາມັກຄີ, ມິດຕະພາບແບບດັ້ງເດີມ, ທະຫານຊາຍແດນແຂວງຮ່າຕິ໋ງ ຍັງໄດ້ປະສານສົມທົບກັບກອງກໍາລັງເຈົ້າໜ້າທີ່ແຂວງບໍລິຄຳໄຊ, ຄຳມ່ວນ ເພີ່ມທະວີ ລາດຕະເວນຮ່ວມກັນ ຕາມແນວຊາຍແດນ ເພື່ອປົກປັກຮັກສາຄວາມສະຫງົບ ຫຼັກໝາຍຊາຍແດນ, ແລະ ເປັນລະບຽບຮຽບຮ້ອຍສັງຄົມ...
![]() |
ພໍ່ແມ່ປະຊາຊົນບ້ານທອງແປ ມາຮຽນຮູ້ວິທີປູກໝາກສາລີ ຢູ່ ບ້ານເຊີນກີມ 1.(ພາບ:baohatinh.vn)
ພັນຕີ ເຈິ່ນ ດຶກ ຟຸກ - ຫວົໜ້າຄ້າຍທະຫານຊາຍແດນ ດ່ານຊາຍແດນສາກົນເກົ່າແຈວໃຫ້ຮູ້ວ່າ: "ຫນ່ວຍງານເປັນຂົວຕໍ່ຂອງແຕ່ລະຂັ້ນ, ຂະແໜງການ ຂອງສອງແຂວງ (ບໍລິຄຳໄຊ ແລະ ຄຳມ່ວນ), ເມືອງ, ບ້ານ, ຕາແສງ ທີ່ມີຊາຍແດນຕິດຕໍ່ກັນ ໄປມາຢ້ຽມຢາມຍາດພີ່ນ້ອງ, ແລກປ່ຽນ ແລະ ສຶກສາ ຢ່າງເປັນປະຈຳ... ພ້ອມດຽວກັນນັ້ນ, ກໍ່ປະສານສົມທົບກັນຢ່າງໃກ້ຊິດ ກັບ ຄ້າຍຕໍາຫຼວດ ດ່ານສາກົນນຳ້ພາວ (ປະເທດລາວ) ແລະ ກໍາລັງອື່ນໆເພື່ອແລກປ່ຽນຂໍ້ມູນ, ເກັບກຳສະພາບ, ແກ້ໄຂບັນດາຄະດີທີ່ເກີດຂື້ນ ".
ທ່ານ ພັນໂທ ອຸ່ນເຮືອນ ອາດສາມາດ, ຮອງຫົວໜ້າຄ້າຍຕຳຫຼວດດ່ານສາກົນນຳ້ພາວໄດ້ໃຫ້ຮູ້ວ່າ: “ຄ້າຍໄດ້ຮັບການປະສານສົມທົບຢ່າງໄກ້ສິດ ແລະ ມີປະສິດທິຜົນ ຈາກທະຫານຊາຍແດນແຂວງຮ່າຕິ໋ງ, ຊ່ວຍເຫຼືອແກ້ໄຂຢ່າງທັນການ, ເດັດຂາດບັນດາສະຖານະການທີ່ສົບສົນເກີດຂື້ນຕາມແນວຊາຍແດນ... ".
ພຽງແຕ່ໃນ 6 ເດືອນຕົ້ນ ປີ 2019, ເຈົ້າຫນ້າທີ່ທະຫານຊາຍແດນແຂວງຮ່າຕິ໋ງ ໄດ້ປະສານສົມທົບກັບກອງກຳລັງເຈົ້າໜ້າທີ່ແຂວງ ບໍລິຄຳໄຊ ແລະ ຄຳມ່ວນ ກວດກາລາດຕະເວນຊາຍແດນ ໄດ້ 55 ຄັ້ງ, ມີທະຫານເຂົ້າຮ່ວມຈຳນວນ 378 ເທື່ອຄົນ. ປະສານສົມທົບໃນການຕໍ່ສູ້, ທັບມ້າງຄະດີສຳເລັດ 7 ຄະດີ, ຈັບເປົ້າໝາຍຄ້າຢາເສບຕິດໄດ້ 7 ກໍລະນີ, ຢຶດຢາເສບຕິດໄດ້ 303 ກລ, ຢາອີ-ຢາບ້າ 71.500 ເມັດ, ຢາຟິ່ນສົດ 25 ກລ, ຢາເຮໂຣອິນ 120 ແທ່ງ.
![]() |
ການຮ່ວມລາດຕະເວນຂອງກຳລັງທະຫານຂອງສອງປະເທດ ລາວ-ຫວຽດນາມ.(ພາບ:baohatinh.vn)
ທ່ານ ພັນເອກ ຮ່ວາງ ຫວຽດ ຢຸງ - ຮອງຫົວໜ້າກອງ ກອງບັນຊາການທະຫານຊາຍແດນແຂວງຮ່າຕິ໋ງ ໄດ້ແບ່ງປັນວ່າ: "ດ້ວຍເສັ້ນຊາຍແດນທີ່ມີຄວາມຍາວ, ພູມິປະເທດກວ້າງ ແລະ ທຸລະກັນດານ, ວຽກງານການກວດກາລາດຕະເວນ, ຄວບຄຸມໄດ້ສ້າງຄວາມຫຍຸ້ງຍາກແລະ ທ້າທາຍຫຼາຍຢ່າງ. ໃນຂະນະດຽວກັນ, ສະຖານະການອາຊະຍາກໍາຢູ່ເສັ້ນຊາຍແດນຍາມໃດກໍ່ມີສະພາບສັບສົນ ແລະ ບໍ່ສາມາດຄາດເດົາໄດ້, ໂດຍສະເພາະແມ່ນອາຊະຍາກໍາດ້ານຢາເສບຕິດ. ຢ່າງໃດກໍຕາມ, ໂດຍການເຮັດວຽກງານການຕ່າງປະເທດຊາຍແດນ, ດັ່ງນັ້ນກໍາລັງເຈົ້າໜ້າທີ່ສາມາດຄວບຄຸມສະຖານະການໄດ້, ຈາກນັ້ນເປັນເຈົ້າການໃນການຕໍ່ສູ້ສະກັດກັ້ນ, ມ້າງທຳລາຍກຸ່ມອາດສະຍາກຳຂ້າມຊາດ".
(ຫັດທະບູນ)