ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ

07:43 | 12/07/2019

ຍສໝ - ໃນວັນທີ 10 ກໍລະກົດ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 13 (ADMM-13) ທີ່ບາງກອກ, ໄທ, ທ່ານພົນເອກ ໂງ ຊວນ ລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທີ່ການພົບປະ, ລັດຖະມົນຕີສອງທ່ານໄດ້ຕີລາຄາສູງການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນວ່າ ເລື່ອງເພີ່ມທະວີການປັບປຸງການພົວພັນດ້ານປ້ອງກັນຊາດສອງປະເທດໃນສະພາບການປະຈຸບັນແມ່ນມີຜົນປະໂຫຍດອັນເປັນຕາຍຕໍ່ກັບພາລະກິດການປະຕິວັດຂອງສອງປະເທດ.

ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ

ທ່ານ ຈັນສະໝອນ ຈັນຍາລາດ ມອບຂອງຂວັນທີ່ລະນຶກໃຫ້ ທ່ານ ໂງ ຊວນ ລິກ. (ພາບ:vovworld.vn)

ລັດຖະມົນຕີສອງທ່ານ ຢັ້ງຢືນວ່າການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ລາວ ຍາມໃດກໍ່ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ. ປີ 2019 ແມ່ນປີທີ່ມີຄວາມໝາຍສຳຄັນທີ່ສຸດຍ້ອນວ່າສອງຝ່າຍຈະສະຫຼຸບອະນຸສັນຍາ 5 ປີ ໄລຍະ 2015-2019 ແລະ ສ້າງອະນຸສັນຍາໃຫ້ໄລຍະ 5 ປີ ຕໍ່ໄປ (2020-2024). ຍ້ອນເຫດນັ້ນ, ສອງຝ່າຍເຫັນດີເປັນເອກະສັນສົມທົບກັນກວດກາ, ສະຫຼຸບ, ຕີລາຄາໝາກຜົນແຫ່ງການຜັນຂະຫຍາຍການຮ່ວມມືໃນໄລຍະຜ່ານມາ.

ທ່ານພົນເອກ ໂງ ຊວນ ລິກ ຢັ້ງຢືນວ່າ ພັກ, ລັດ, ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບລາວ, ຖືວ່າການຊ່ວຍເຫຼືອເພື່ອນກໍ່ແມ່ນການຊ່ວຍເຫຼືອຕົນເອງ. ທ່ານ ຈັນສະໝອນ ຈັນຍາລາດ ສະແດງຄວາມຂອບອົກຂອບໃຈຕໍ່ການຊ່ວຍເຫຼືອຂອງຫວຽດນາມໃນການສົງຄາມຍາດເອົາເອກະລາດສອງຄັ້ງ, ກໍ່ຄືໃນກິດຈະການສ້າງສາ ແລະ ພັດທະນາສັງຄົມນິຍົມໃນປະຈຸບັດ. ພ້ອມທັງຢັ້ງຢືນວ່າ ລາວ ຈະສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ 2020.

ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ

ລັດຖະມົນຕີສອງທ່ານ ໃນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 13.(ພາບ:vovworld.vn)

ເພື່ອໃຫ້ການຮ່ວມມືມີປະສິດທິຜົນ ແລະ ເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານເຫັນດີເປັນເອກະສັນຖືວ່າ, ຄຽງຂ້າງເລື່ອງເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີ, ເອົາໃຈໃສ່ວຽກງານໂຄສະນາ, ສຶກສາໃຫ້ຄົນຮຸ່ນຕ່າງໆກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ, ສອງກອງທັບ, ໃນນັ້ນຕ້ອງຄົ້ນຄວ້າປ່ຽນແປງໃໝ່ຮູບການ, ເນື້ອໃນໂຄສະນາໃຫ້ນັບມື້ນັບອຸດົມສົມບູນ, ມີປະສິດທິຜົນກວ່າເກົ່າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.