ຍສໝ - ທ່ານລັດຖະມົນຕີ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຢຍລະມັນ ຈະສືບຕໍ່ມານະພະຍາຍາມ, ສາມັກຄີ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຍູ້ແຮງບັນດາແຫຼ່ງກຳລັງຂອງປະຊາຄົມ, ປະກອບສ່ວນພັດທະນາປະເທດຊາດ ແລະ ເປັນຂົວຕໍ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຕິດພັນມິດຕະພາບລະຫວ່າງສອງປະເທດ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ນີເຊເຣຍ, ຕອນເຊົ້າວັນທີ 29 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Abuja, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບສະຫະສະມາຄົມວິສາຫະກິດນີເຊເຣຍ - ຫວຽດນາມ ເຂົ້າຢ້ຽມຄ່ຳນັບຕາມພິທີທາງການທູດ.
ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ: ກາວບັ່ງ ມີທີ່ຕັ້ງພູມສາດຄ້າຍຄືກັນກັບບັນດາແຂວງພາກເໜືອຂອງລາວ. ສະນັ້ນ, ກາວບັ່ງສາມາດພິຈາລະນາການຮ່ວມມືກັບ 3 ແຂວງພາກເໜືອຂອງລາວ, ແນະນຳບັນດານັກລົງທຶນຈາກແຂວງ ກາວບັ່ງ ມາລົງທຶນ, ປະກອບສ່ວນເພີ່ມທະວີການເຕີບໂຕເສດຖະກິດຂອງສອງປະເທດ.
ຍສໝ - ນີ້ແມ່ນຈຸດເວລາເພື່ອສ້າງຂີດໝາຍບັນດາການເລີ່ມຕົ້ນໃໝ່ ແລະ ຄິດຫງຳ ກ່ຽວກັບອະດີດຕະການ. ນີ້ກໍ່ແມ່ນຈຸດເວລາເພື່ອຕ້ອນຮັບລະດູບານໃໝ່ ວຽນມາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ບັນດາສິ່ງທີ່ໄດ້ຜູກພັນພວກເຮົາ. ຢູ່ການາດາ, ບຸນເຕັດກໍ່ແມ່ນກາລະໂອກາດເພື່ອຮັບຮູ້ການປະກອບສ່ວນທີ່ບໍ່ອາດຄິດໄລ່ໄດ້ຂອງປະຊາຄົມຊາວການາດາ ເຊື້ອຊາດຫວຽດນາມ.
ຍສໝ - ໃນໄລຍະຜ່ານມາ, ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ Slovakia ແລະ ພິເສດແມ່ນສະມາຄົມນະຄອນ Kosice ແລະ ບັນດາແຂວງພາກຕາເວັນອອກ Slovakia ໄດ້ຊ່ວຍເຫຼືອຜູ້ປະຊາຊົນອົບພະຍົບອອກ ຈາກຢູແກຼມ ໄປຍັງ Slovakia, ໃນນັ້ນມີພົນລະເມືອງຫວຽດນາມ.
ຍສໝ - ທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແມ່ນເລືອດເນື້ອທີ່ບໍ່ສາມາດຕັດແຍກອອກຂອງບ້ານເກີດ ເມືອງນອນ.
ຍສໝ - ທ່ານ ເຈິ່ນງ້ອກອານ ກໍ່ຢັ້ງຢືນວ່າ ການມອບຜ້າອັດປາກຄັ້ງນີ້ ແມ່ນການສະແດງໃຫ້ເຫັນນ້ຳໃຈ, ຄວາມເອົາໃຈໃສ່ ແລະ ປາດຖະໜາຢາກ ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວຫວຽດນາມ ໃນການປ້ອງກັນ, ສະກັດກັ້ນ, ຫຼຸດລົງຄວາມສ່ຽງຕິດເຊື້ອພະຍາດ.
ຍສໝ - ວັນທີ 31 ຕຸລາ, ຢູ່ແຂວງ ດົ່ງທາບ, ສະມາຄົມມິດຕະພາບ ຫວຽດນາມ - ໂຮນລັງ ແຂວງ ດົ່ງທາບ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2024 – 2029.
ໃນຊຸມປີຜ່ານມາ, ກອງທຶນຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມໄດ້ລະດົມທຶນເປັນຈຳນວນ 2.660 ຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ມີໝູ່ບ້ານສັນຕິພາບ, ໝູ່ບ້ານມິດຕະພາບ 12 ແຫ່ງ ແລະ ສູນເດັກນ້ອຍພິການ, ສູນໜູນຊ່ວຍສັງຄົມ ຫຼາຍແຫ່ງພວມຟື້ນຟູນສຸຂະພາບ, ສັ່ງສອນ, ລ້ຽງດູ ເດັກນ້ອຍພິການນັບພັນຄົນ ຈາກທາດພິດສີສົ້ມ, ຊ່ວຍໃຫ້ເຂົາເຈົ້າບືນຕົວຂຶ້ນໃນຊີວິດການເປັນຢູ່.
ຍສໝ - ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ຕ້ອນຮັບ ແລະໜູນຊ່ວຍຊາວຫວຽດນາມ ອົບພະຍົບປະມານ 720 ຄົນທີ່ມາຈາກ ຢູແກຼນ, ໃນນັ້ນ 400 ຄົນໄດ້ຮັບການຊ່ວຍເຫຼືອທີ່ພັກຊົ່ວຄາວ, 320 ຄົນໄດ້ຮັບອາຫານ, ແລະ ຊື້ປີ້ລົດໄຟເພື່ອໄປຍັງປະເທດອື່ນຕໍ່.
ຍສໝ - ວັນທີ 31 ສິງຫາ, ສະຖານທູດ ເຢຍລະມັນປະຈຳຮ່າໂນ້ຍໃຫ້ຮູ້ວ່າ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ສົ່ງໂທລະເລກອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ໄປຍັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ປະຊາຊົນຫວຽດນາມທຸດທ້ວນໜ້າ.
ຍສໝ - ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຫາກໍ່ຈັດລາຍການລະດູບານໃໝ່ ແຫ່ງບ້ານເກີດເມືອງນອນປີ 2022 ດ້ວຍບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະເຂັ້ມຂຸ້ນໄປດ້ວຍມູນເຊື້ອຂອງຊາດ.
ໃນໂທລະເລກ, ການນຳພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ຜົນງານອັນຍິ່ງໃຫຍ່, ມີຄວາມໝາຍທາງດ້ານປະຫວັດສາດເຊີ່ງ ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ຍາດມາໄດ້ໃນພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນຕະຫຼອດ 46 ປີຜ່ານມາ
ກອງປະຊຸມສຳມະນາທາງໄກ “ການທູດມະຫາຊົນ ຢູ່ອາຊີ 2021” ຈະປຶກສາຫາລື, ແລກປ່ຽນບັນດາບັນຫາກ່ຽວກັບນະໂຍບາຍ, ພຶດຕິກຳຕົວຈິງ, ວິທີການຊຸກຍູ້ເພື່ອຍົກສູງປະສິດທິຜົນບັນດາການເຄື່ອນໄຫວໃນຂົງເຂດ, ປະກອບສ່ວນສ້າງໂລກ ແຫ່ງສັນຕິພາບ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ.
ຍສໝ - ຢູ່ຫວຽດນາມ, ຕາມທຳມະດາຜູ້ນຳໃຊ້ໄດ້ນຳໃຊ້ໂປແກຼມ Livestream ໃຫ້ແກ່ບັນດາເປົ້າໝາຍຫຼັກຄື: ດຳເນີນທຸລະກິດທາງອອນລາຍ, ສ້າງຊື່ສຽງ… ການນຳໃຊ້ Livestream ເພື່ອປະຕິບັດບັນດາການກະທຳຫຍໍ້ທໍ້ບໍ່ແມ່ນຫາກໍ່ເກີດຂຶ້ນແຕ່ການຜັນແປຂອງມັນນັບມື້ນັບສັບສົນຂຶ້ນຕື່ມແລະລະດັບກໍ່ນັບມື້ນັບຮ້າຍແຮງກ່ວາ.
ຍສໝ - ວັນທີ 13 ກັນຍາ, ຢູ່ແຂວງ ຊົນບູຣີ (ໄທ), ສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມຄັ້ງທີ 13. ນີ້ແມ່ນກອງປະຊຸມປະຈຳປີຕາມກົນໄກໜູນວຽນ ເພື່ອຕີລາຄາໝາກຜົນການຮ່ວມມືຈາກກອງປະຊຸມທີ່ຜ່ານມາ, ພ້ອມກັນນັ້ນ ກໍ່ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບບັນດາການເຄື່ອນໄຫວຮ່ວມມືລະອຽດໃນໄລຍະຈະມາເຖິງ.
ຍສໝ - ທ່ານນາຍົກລັດຖະມົນຕີ Abe Shinzo ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ສະໜັບສະໜູນ ລັດຖະບານ, ປະຊາຊົນຍີ່ປຸ່ນ ແລະ ຫ້ອງການຄະນະລັດຖະບານຍີ່ປຸ່ນ ຜ້າອັດປາກ ແລະອຸປະກອນການແພດທີ່ໄດ້ຜະລິດຢູ່ປະເທດຫວຽດນາມ
ຍສໝ - ບົດຂຽນໃຫ້ຮູ້ວ່າ ຫວຽດນາມເຂົ້າຮ່ວມອາຊຽນແຕ່ປີ 1995 ໂດຍແມ່ນໜຶ່ງໃນບັນດາຂີດໝາຍສຳຄັນທີ່ສຸດໃນປະຫວັດສາດທາງການທູດຂອງຫວຽດນາມ ນັບແຕ່ປະຕິວັດສິງຫາ 1945 ກໍ່ຄືວິວັດແຫ່ງການພັດທະນາຂອງອາຊຽນ.
ຍສໝ - ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.
ຍສໝ - ສະຖານທູດຫວຽດນາມປະຈຳການາດາໄດ້ສົມທົບກັບສະມາຄົມ ການາດາ - ຫວຽດນາມ (CVS) ຈັດຕັ້ງເຫດການທາງອອນລາຍ “ບຸນເຕັດຫວຽດນາມ: ປະຊາຄົມເຂັ້ມແຂງ ແລະ ອົງອາດກ້າແກ່ນ”.