ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

06:30 | 21/10/2021

ວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ມອບເຂົ້າສານຈໍານວນ 5 ໂຕນ ພ້ອມດ້ວຍໝີ່ສຳເລັດຮູບ 500 ແກັດ ໃຫ້ແກ່ ອົງການພຸດທະສາສະໜາສຳພັນ ລາວ ຜ່ານຜ່າຄວາມຫຍຸ້ງຍາກຍ້ອນໂລກລະບາດ.

ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ ມີ​ຜ້າ​ອັດ​ປາກ​ດັງ N95 ກ່​ວາ 100.000 ອັນໄດ້​ສົ່ງ​ໃຫ້ບັນ​ດາ​ທ່ານ​ໝໍ​ຢູ່​ດ່ານ​ໜ້າເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ
ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 4,9 ລ້ານ​ຄົນ ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 4,9 ລ້ານ​ຄົນ
ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຊ່ວຍ​ເຫຼືອຜູ້​ມີ​ຍົດ​ຖາ​ບັນ​ດາ​ສັກລ​າວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ພາບ: TTXVN

ທີ່ພິທີມອບ - ຮັບ, ພະອາຈານ ທິກມິງກວາງ, ກຳມະການສະພາບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ລາວ, ເຈົ້າອາວາດວັດ ເຟິດຕິກ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ ປັດຈຸບັນ, ສະມາຄົມພຸດທະສາສະໜາ ຫວຽດນາມ ກໍພວມສືບຕໍ່ຂົນຂວາຍປຸກລະດົມພຸດທະສາສະນິກກະຊົນໃນທົ່ວປະເທດ ພ້ອມກັບ ພຸດທະສາສະນິກກະຊົນ ຢູ່ ລາວ ສືບຕໍ່ບໍລິຈາກເພື່ອຊ່ວຍເຫຼືອ, ແບ່ງປັນຄວາມຫຍຸ້ງຍາກ ບໍ່ພຽງແຕ່ກັບພະສົງສຳມາເນນ ລາວ ເທົ່ານັ້ນ ຫາກນັບທັງປະຊາຊົນ ລາວ ອີກດ້ວຍ.

ໂດຍຕາງໜ້າພະສົງສຳມະເນນ ລາວ, ພະມະຫາອາຈານ ບຸນມາ ສີມະວົງ, ຜູ້ຮັກສາການປະທານອົງການພຸດທະສາສະໜາສຳພັນ ລາວ ໄດ້ກ່າວຄຳຂອບໃຈຕໍ່ການຊ່ວຍເຫຼືອຂອງສະມາຄົມພຸດທະສາສະໜາ ຫວຽດນາມ ກໍຄືພະສົງສຳມະເນນ, ພຸດທະສາສະນິກກະຊົນ ຫວຽດນາມ ອາໄສຢູ່ ລາວ ທີ່ຍາມໃດກໍຮ່ວມເດີນທາງພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນ ລາວ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ປະເທດນີ້.

vovworld.vn

ເຫດການ
302 Found

Found

The document has moved here.