ນະ​ຄອນ ໂຮ່​ຈີ​ມິນ ປະ​ຕິ​ບັດ​ການ​ແຍກ​ຫ່າງ​ສັງ​ຄົມ​ຕື່ມ​ອີກ 1 ເດືອນ

13:18 | 18/08/2021

ເນື່ອງໃນໂອກາດນີ້, ມີຫຼາຍວິສາຫະກິດ, ອົງການຈັດຕັ້ງຕ່າງ ໄດ້ໃຫ້ການຊ່ວຍເຫຼືອສິນຄ້າ, ເຄື່ອງບັນເທົ່າທຸກທີ່ຈຳເປັນເປັນຈຳນວນຫຼວງຫຼາຍ ລວມມູນຄ່ານັບຮ້ອຍຕື້ດົ່ງ.

ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ ອົງ​ກາ​ນຈັດ​ຕັ້ງປະ​ຊາ​ຊົນ ເພື່ອສະ​ພາບ​ແວດ​ລ້ອມ Bundang: ຄວາມ​ມາ​ນະ​ພະ​ຍາ​ຍາມ​ເບິ່ງ​ແຍງ​ດູ​ແລ​ເ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທິດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ສັນ​ຕິ​ພາບ
ນະ​ຄອນ​ໂຮ່​ຈີ​ມິນ ມອບ​ຂອງ​ຂັວນ ນັບ​ພັນ​​ພູດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ ນະ​ຄອນ​ໂຮ່​ຈີ​ມິນ ມອບ​ຂອງ​ຂັວນ ນັບ​ພັນ​​ພູດ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ທີ່​ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ
ພາບປະກອບ
ພາບປະກອບ

ຕອນເຊົ້າວັນທີ 15 ສິງຫາ, ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີ “ປຸກລະດົມກຳລັງແຮງທົ່ວປວງຊົນທັງຊາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເປີດຕົວສູນຮັບ ແລະ ໜູນຊ່ວຍສິນຄ້າຈຳເປັນຮັບໃຊ້ປະຊາຊົນຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19. ກ່າວຄຳເຫັນທີ່ພິທີ, ທ່ານຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໂຮ່ຈີມິນ ຟານວັນມາຍ ໃຫ້ຮູ້ວ່າ: ໃນໄລຍະເວລາ 80 ວັນທີ່ນະຄອນ ໂຮ່ຈີມິນ ກວດພົບການແຜ່ລະບາດໂລກລະບາດໃນຊຸມຊົນ, ທັງລະບົບການເມືອງ ແລະ ປະຊາຊົນນະຄອນ ໄດ້ຮ່ວມແຮງຮ່ວມໃຈ, ອົງອາດກ້າແກ່ນຕໍ່ສູ້. ໃນຕະຫຼອດໄລຍະປະຕິບັດການແຍກຫ່າງສັງຄົມ, ໂດຍສະເພາະແມ່ນໃນ 5 ອາທິດທີ່ເພີ່ມທະວີບັນດາມາດຕະການປ້ອງກັນຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ ແມ່ນຊຸມວັນທີ່ຫຍຸ້ງຍາກລຳບາກສຳລັບລະບົບການເມືອງ ແລະ ປະຊາຊົນນະຄອນ. ໃນໄລຍະຈະມາເຖິງ, ນະຄອນ ໂຮ່ຈີມິນ ຈະແກ່ຍາວການແຍກຫ່າງສັງຄົມຕື່ມອີກ 1 ເດືອນ ເພື່ອສຸມໃສ່ຄວບຄຸມແຫຼ່ງແຜ່ເຊື້ອ, ນຳນະຄອນກັບຄືນສູ່ສະພາບປົກກະຕິໃໝ່ເທື່ອລະກ້າວ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶດດາມ ຫາກໍ່ເຊັນປະກາດໃຊ້ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໂທລະເລກຊີ້ແຈ້ງວ່າ: ຕໍ່ໜ້າສະພາບການຜັນແປຂອງໂລກລະບາດໂຄວິດ-19, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງທີ່ພວມປະຕິບັັດການແຍກຫ່າງສັງຄົມ ອີງໃສ່ສະພາບໂລກລະບາດໃນບໍລິເວນ, ຕ້ອງເປັນເຈົ້າການໃນການຕົກລົງເລື່ອງສືບຕໍ່ປະຕິບັດການແຍກຫ່າງສັງຄົມໃນບໍລິເວນທົ່ວແຂວງ, ນະຄອນ. ພ້ອມກັນນັ້ນ, ສືບຕໍ່ຍາດແຍ່ງເວລາ, ຮີບເຮັ່ງວິໄຈ, ຕາມຫາກໍລະນີ F0 ໃຫ້ໝົດ; ໂດຍສະເພາະແມ່ນບໍ່ປະໃຫ້ປະຊາຊົນຜູ້ໃດຖືກຂາດຂອງກິນ, ເຄື່ອນນຸ່ງ, ທີ່ຢູ່ອາໄສ, ບໍ່ໄດ້ຮັບການໜູນຊ່ວຍດ້ານສາທາລະນະສຸກ; ນະໂຍບາຍໜູນຊ່ວຍຢ່າງແທດຈິງດ້ວຍເງິນສົດ, ທັນຍາຫານ, ສະບຽງອາຫານ… ເພື່ອໃຫ້ປະຊາຊົນມີຄວາມອຸ່ນອຽນໃຈຢູ່ກັບທີ, ເຄົາລົບບັນດາຂໍ້ກຳນົດໃນການປ້ອງກັນ, ຕ້ານໂລກລະບາດ.

ນັບແຕ່ເວລາ 18 ໂມງ ຂອງວັນທີ 16 ສິງຫາ ຫາ ເວລາ 18 ໂມງຂອງວັນທີ 17 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.605 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 293.301 ຄົນ, ໃນນັ້ນ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ຂຶ້ນເຖິງ 111.308 ຄົນ.

ໄຊພອນ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.