ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບການ​ປະ​ພຶດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ

12:03 | 28/06/2021

ຍ​ສ​ໝ - ຢູ່​ຫວຽດ​ນາມ, ​ຕ​າມ​ທຳ​ມະ​ດາຜູ້​ນຳ​ໃຊ້​ໄດ້​ນຳ​ໃຊ້​​ໂປ​ແກຼມ Livestream ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍຫຼັກ​ຄື: ດຳ​ເນີນ​ທຸ​ລະ​ກິດ​ທາງ​ອອນ​ລາຍ, ສ້າງ​ຊື່​ສຽງ… ການ​ນຳ​ໃຊ້ Livestream ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ຫຍໍ້​ທໍ້​​ບໍ່​ແມ່ນ​ຫາ​ກໍ່​ເກີດ​ຂຶ້ນ​ແຕ່​ການ​ຜັນ​ແປ​ຂອງ​ມັນ​ນັບ​ມື້​ນັບ​ສັບ​ສົນ​ຂຶ້ນ​ຕື່ມແລະລະ​ດັບ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່​ວາ.

ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ ໜູ​ນ​ຊ່ວຍ​ການ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ໃນ​ຮ້ານ​ຂາຍ​ເຄື່ອງ​ ຫວຽດ​ນາມ ຜ່ານ​ທາງ​ອອນ​ລາຍ
ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ ຄຸນ​ຄ່າ​ຂອງ​ແນວ​ຄິດ​ໂຮ່​ຈີ​ມິນກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢູ່ ຫວຽດ​ນາມ
ຕ້ອງ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ກ່ຽວ​ກັບການ​ປະ​ພຶດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ
ພາບ​ປະ​ກອບ

ຫວ່າງແລ້ວນີ້, ກະ​ຊວງ​ຖະ​ແຫຼງ​ຂ່າວແລະສື່​ສານ ຫວຽດ​ນາມ ໄດ້​ປະ​ກາດ​ຂໍ້​ຕົ​ກ​ລົງ​ປະ​ກາດ​ໃຊ້ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ຢ່າງ​ເປັນ​ທາງ​ການ.

ຂໍ້​ຕົກ​ລົງ​ໄດ້​ຍອກ​ອອກ​ມາ​ທ່າມ​ກາງ​ສະ​ພາບ​ການ​ບັນ​ດາ​ປະ​ເທດ​ອອກ​ອາ​ກາດ​ທາງ​ສົດ (Livestream) ​ທີ່ມີ​ເນື້ອ​ໃນ​ທາງ​ລົບ, ມີ​ຄຳ​ເວົ້າ​ທີ່​ສ້າງ​ຄວາ​ມຄຽດ​ແຄ້ນ, ແຕະ​ຕ້ອງ​ເຖິງກ​ຽດ​ສັກ​ສີສ່ວນ​ຕົວ… ເຜີຍແຜ່​​ທາງ​ສື່​ສັງ​ຄົມ​ອອນ​ລາຍ. ​ໂດຍ​ຕ້ອງຕ້ອງ​ມີ​ສິ່ງ​ກີດ​ກັ້​ນ​ເພື່ອ​ປັບ​ປຸງ​ການ​ເຄື່ອ​ນ​ໄຫວນີ້ຕາມ​ບັນ​ດາຂໍ້​ກຳ​ນົດ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ປະ​ກາດ​ໃຊ້, ທັງ​ຮັບ​ປະ​ກັນ​ສິດ​ເສ​ລີ​ສ່ວນ​ຕົວ, ດຳ​ເນີນ​ທຸ​ລະ​ກິດ, ທັງ​​ສ້າງ​ສື່ສັງ​ຄົມອອນ​ລາຍ​ແຫ່ງ​ຄວາມ​ປອດ​ໄສ.

ຢູ່​ຫວຽດ​ນາມ, ​ຕ​າມ​ທຳ​ມະ​ດາຜູ້​ນຳ​ໃຊ້​ໄດ້​ນຳ​ໃຊ້​​ໂປ​ແກຼມ Livestream ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍຫຼັກ​ຄື: ດຳ​ເນີນ​ທຸ​ລະ​ກິດ​ທາງ​ອອນ​ລາຍ, ສ້າງ​ຊື່​ສຽງ…ການ​ນຳ​ໃຊ້ Livestream ເພື່ອ​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ຫຍໍ້​ທໍ້​​ບໍ່​ແມ່ນ​ຫາ​ກໍ່​ເກີດ​ຂຶ້ນ​ແຕ່​ການ​ຜັນ​ແປ​ຂອງ​ມັນ​ນັບ​ມື້​ນັບ​ສັບ​ສົນ​ຂຶ້ນ​ຕື່ມແລະລະ​ດັບ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່​ວາ.

ຕາມ​ການ​ລາຍ​ງານ​ຂອງ​ກະ​ຊວງ​ຖະ​ແຫຼງ​ຂ່າວແລະສື່​ສານ​ແລ້ວ, ໃນ​ໄລ​ຍະ​ຫວ່າງມໍ່ໆມານີ້​ໄດ້​ປະ​ກົດ​ມີ​ບາງ​ເປົ້າ​ໝາຍ​ສວຍ​ໃຊ້​ບັນ​ດາ​ໜ້າ​ທີ່​ຂອງ​ສື່​ສັງ​ຄົມ​ອອນ​ລາຍ​ໃນ​ນັ້ນມີ livestream ເພື່ອ​ລົງ​ບັນ​ດາ​ເນື້ອ​ໃນ​ລະ​ເມີດ​ກົດ​ໝາຍ, ກໍ່​ຜົນ​ທົບ​ຕໍ່​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ.

ດັດ​ປັບ, ແກ້​ໄຂ​ບັນ​ດາ​ການ​ລະ​ເມີດ​ທາງ​ສື່​ສົງ​ຄົມ​ອອນ​ລາຍ, ໃນ​ນັ້ນ​ມີ Livestream ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ແລະຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮີບ​ດ່ວນ​ຍ້ອນ​ວ່າບັນ​ຫາ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ບໍ່​ພຽງ​ແຕ່​ມີ​ຜົນ​ກະ​ທົບ​ທາ​ງ​ລົບ​ຕໍ່​ຫາງ​ສຽງ​ເທົ່າ​ນັ້ນຫາ​ກ​ຍັງ​ກໍ່​ຜົນ​ກະ​ທົບ​ຕໍ່​ຄວາມ​ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ທາງ​ສັງ​ຄົມ​ອີກ​ດ້ວຍ.

ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ທາງ​ສື່​ສັງ​ຄົມ​ອອນ​ລາຍ​ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວແລະສື່​ສານຫາ​ກໍ່​ປະ​ກາດ​ໃຊ້​ແມ່ນ​ການ​ກະ​ທຳ​ທີ່​ຈຳ​ເປັນ​ແລະ​ຖືກ​ກັບ​​ເວ​ລາ. ພ້ອມ​ທັງ, ມີ​ຜົນ​ປະ​ໂຫຍດ​ເພື່ອ​ກຳ​ນົດ​ທິດ, ຊ່ວຍ​ດັດ​ປັບ​ການ​ກະ​ທຳ​ຂອງ​ຜູ້​ນຳ​ໃຊ້ເພື່ອ​ມີ​ການ​ປະ​ພຶດ​ທີ່​ປອດ​ໃສແລະມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ສື່​ສັງ​ຄົມ​ອອນ​ລາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.