ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ

06:30 | 03/10/2022

ຍສໝ - ທ່ານ​ລັດຖະມົນຕີ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ​ເຢຍລະ​ມັນ ຈະ​ສືບ​ຕໍ່​ມານະ​ພະຍາຍາມ, ສາມັກຄີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ຍູ້​ແຮງ​ບັນດາ​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມ, ປະກອບສ່ວນ​ພັດທະນາ​ປະ​ເທດຊາດ ​ແລະ ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ຕິດພັນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ ວຽກງານໂຄສະນາ​ເຜີຍ​ແຜ່​ຊ່ວຍ​ໃຫ້​ປະຊາຊົນ​ຫວຽດນາມ - ລາວ ​ເຂົ້າ​ໃຈກ່ຽວກັບ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງສອງປະ​ເທດ
ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຕີ​ມໍ ​ເລ​ສ​ເຕ

​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ເຢຍລະ​ມັນ​ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 27 ກັນຍາ, ຢູ່ Berlin, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ​ໄດ້​ມີ​ການ​ພົບ​ປະ ​ແລະ ຢ້ຽມຢາມ​ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ​ເຢຍລະ​ມັນ.

ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ
ບັນຍາກາດທີ່ການພົບປະ. ພາບ: thoidai.com.vn

​ໂດຍ​ຕາງໜ້າ​ໃຫ້​ຊາວຫວຽດນາມອາໄສຢູ່​ຕ່າງປະ​ເທດ ​ແລະ ວົງຄະນນະຍາດ​,​ ຜູ້​ຕາງໜ້າ​ຄະນະ​ສ້າງ​ຕັ້ງ​ສະຫະພັນ​ຊາວຫວຽດນາມ ອາໄສຢູ່ ​ເຢຍລະ​ມັນ ສະ​ແດງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ບັນດາ​ສະມາຄົມສະມາຊິກ ​ແລະ ຊາວຫວຽດນາມ ອາໄສຢູ່​ຕ່າງປະ​ເທດ ​ໃນ​ການ​ສ້າງ​ຕັ້ງ​ອົງການ​ເອກະພາບ, ​ໂດຍ​ຕາງໜ້າ​ໃຫ້​ຊາວ ຫວຽດນາມ ​ເກືອບ​ທັງ​ໝົດ​ຢູ່ປະເທດປະຈໍາຖິ່ນ, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ຄວາມ​ຮັກ​ແພງ​ເຊິ່ງກັນ ​ແລະ ກັນ, ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍສີສັນ​ວັດທະນະທຳ​ຂອງ​ຊາດ ຫວຽດນາມ, ຢືນຢັນ​ອິດທິພົນຊື່ສຽງ ​ແລະ ທີ່​ຕັ້ງ​ຂອງ​ຊາວ​ຫວຽດນາມ ເວົ້າສະເພາະ, ປະເທດຫວຽດນາມ ​ເວົ້າ​ລວມ ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ​ແລະ ພ້ອມກັນພັດທະນາ.

ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: thoidai.com.vn
ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ

ທ່ານ​ລັດຖະມົນຕີ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະຊາ​ຄົມ​ຊາວ ຫວຽດນາມ ອາໄສຢູ່ ​ເຢຍລະ​ມັນ ຈະ​ສືບ​ຕໍ່​ມານະ​ພະຍາຍາມ, ສາມັກຄີ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ, ຍູ້​ແຮງ​ບັນດາ​ແຫຼ່ງກຳລັງ​ຂອງ​ປະຊາ​ຄົມ, ປະກອບສ່ວນ​ພັດທະນາ​ປະ​ເທດຊາດ ​ແລະ ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ​ຕິດພັນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ກໍທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ​ໄດ້ຢ້ຳ​ໃຫ້​ພະນັກງານ, ພາລະກອນ​ສະຖານທູດ​ຫວຽດນາມ ປະຈຳ ​ເຢຍລະ​ມັນ ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງຕໍ່​ເນື້ອ​ໃນ​ມະຕິ​ເລກທີ 12-KL/TW ຂອງ​ພັກ, ຖື​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ຂອງ​ຂະ​ບວນການ​ສາມັກຄີ​ປະ​ເທດ​ຊາດ.

ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ
ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ
ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ ​ຢູ່ ​ເຢຍລະ​ມັນ: ​ຂົວ​ຕໍ່​ທີ່​ໝັ້ນຄົງ​ຂອງ​ການ​ພົວພັນ​ລະຫວ່າງສອງປະ​ເທດ

ບູນມີ

ເຫດການ
302 Found

Found

The document has moved here.