ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022

11:30 | 21/02/2022

ຍສໝ - ສະຖານທູດ ຫວຽດນາມ ປະຈຳ ໂຮນລັງ ຫາກໍ່ຈັດລາຍການລະດູບານໃໝ່ ແຫ່ງບ້ານເກີດເມືອງນອນປີ 2022 ດ້ວຍບັນຍາກາດທີ່ອົບອຸ່ນ, ສະໜິດສະໜົມ ແລະເຂັ້ມຂຸ້ນໄປດ້ວຍມູນເຊື້ອຂອງຊາດ.

ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ

ລາຍການ​ເລີ່​ມຕົ້ນ​ດ້ວຍ​ພິທີຖະຫວາຍທູບ​ທຽນ, ​ສະ​ແດງ​​ຄວາມ​ເຄົາລົບ ​ແລະຄວາມ​ຮູ້​ບຸນຄຸນ​ຕໍ່​ບັນພະບຸລຸດ​ທີ່​ໄດ້​ໃຫ້​ກຳເນີດ ​ແລະປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫວຽດນາມ, ຕໍ່​ປະທານ ​ໂຮ່ຈີ​ມິນ ຜູ້​ທີ່ແສນເຄົາລົບ​ຮັກ​ ​ແລະ ບັນດາ​ວິລະ​ຊົນ​ຜູ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

ກ່າວ​ຄຳ​ເຫັນ​ໄຂພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ໂຮ​ນລັງ ຟ້າມຫວຽດແອງ ​ໄດ້​ຕີ​ລາຄາ​ບັນດາ​ຈຸດ​ສຳຄັນ​ຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ປີ 2021.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022
ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022. ພາບ: thoidai.com.vn

ທ່ານ​ເອກ​ອັກຄະ​ລັດຖະທູດ​ ຢືນຢັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ຖື​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ “ພາກສ່ວນ​ທີ່​ຂາດ​ບໍ່​ໄດ້ ​ແລະ​ແມ່ນ​ແຫຼ່ງຊັບພະຍາກອນ​ສຳຄັນ​ຂອງ​ປະຊາ​ຄົມ​ຊາດ​ຫວຽດນາມ”. ສະນັ້ນ, ວຽກ​ງານຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ທົ່ວລະບົບ​ການ​ເມືອງ ​ແລະ​ທົ່ວ​ປວງ​ຊົນ, ​ໃນ​ນັ້ນ​ມີ​ບັນດາອົງການຜູ້ຕາງໜ້າ​ຫວຽດນາມ ປະຈໍາຢູ່​ຕ່າງປະ​ເທດ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມຫວຽດແອງ ໄດ້​ມອບ​ໃບຍ້ອງຍໍ​ໃຫ້ໝູ່ຄະນະຂອງ​ຄະ​ນະ​ບໍລິຫານງານຊົ່ວຄາວສະມາຄົມຊາວ​ຫວຽດ​ນາມ ປະ​ຈຳ ໂຮນ​ລັງ.

ບູນມີ

ເຫດການ
302 Found

Found

The document has moved here.