ຍສໝ - ມາຮອດປະຈຸບັນ, 5 ກໍາມະການຂະແໜງການສູນກາງ, 2 ຫົວໜ່ວຍຂຶ້ນກັບສະຫະພັນໃຫຍ່ ແລະ 15 ສະຫະພັນແຮງງານຂັ້ນ ແຂວງ ແລະນະຄອນ ຂຶ້ນກັບ ສູນກາງຫວຽດນາມ ໄດ້ມີການພົວພັນຮ່ວມມືກັບກໍາມະບານຂັ້ນທຽບເທົ່າ ຂອງລາວ, ໃນນັ້ນບັນດາແຂວງຊາຍແດນລ້ວນແຕ່ໄດ້ສ້າງຕັ້ງການພົວພັນແລ້ວ ...”.
"ພວກຂ້າພະເຈົ້າ ຈະພ້ອມກັບໄວໜຸ່ມ ຫວຽດນາມ ສືບຕໍ່ປະຕິບັດພາລະກຳອັນສະຫງ່າຂອງລຸ້ນພໍ່ລຸ້ນອ້າຍສອງປະເທດ, ຂໍຂານອາສາເຮັດຈົນສຸດຄວາມສາມາດຂອງຕົນປະກອບເຂົ້າໃນການຖະໜຸຖະໜອມ, ພັດທະນາສາຍພົວພັນທີ່ສະໜິດສະໜົມ, ບໍລິສຸດຜຸດຜ່ອງລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ."
ຍສໝ - ໂທລະເລກອວຍພອນໄດ້ຂຽນວ່າ: ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ມີຄວາມຕັດສິນໃຈປົກປັກຮັກສາ, ບຳລຸງສ້າງ ແລະ ຮັດແໜ້ນສາຍພົວພັນແບບພິເສດຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນບ່າຍວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານເຄືອຂ່າຍມິດຕະພາບ ຫວຽດນາມ - ອັງກິດ (Vietnam- UK Network) Warwick Morris.
ວັນທີ 29 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະສົນທະນາແບບທາງໄກກັບທ່ານຮອງຫົວໜ້າກຳມະການຄະນະຜູ້ປະຈຳການສະພາຜູ້ແທນປະຊາຊົນແຫ່ງຊາດ (ສະພາແຫ່ງຊາດ) ຈີນ ກວ໊າງເຊີ໊ນ.
ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ຢືນຢັນວ່າ VUFO ຈະສົມທົບກັນຢ່າງຕັ້ງໜ້າກັບສະຖານທູດ Algeria ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຄື: ກອງປະຊຸມສຳມະນາ, ໂອ້ລົມສົນມະນາ, ແລກປ່ຽນວັດທະນະທຳ, ສິລະປະ, ສະເຫຼີມສະຫຼອງເຫດການສຳຄັນຂອງສອງປະເທດ...
ຕອນເຊົ້າວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີນໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24/6/1967 – 24/6/2022).
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Nur-Sultan, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ຟ້າມທ໊າຍຍືມາຍ ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ກາຊັກສະຖານ Jomart-Kasym Tokaev. ພິທີດັ່ງກ່າວໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານາທິບໍດີ Acorda.
ວັນທີ 11 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ກຸ່ມສະມາຊິກລັດຖະສະພາ ຫວຽດນາມ - ຍີ່ປຸ່ນ ໄດ້ຈັດການພົບປະເພື່ອແຈ້ງໃຫ້ຊາບກ່ຽວກັບຜົນງານການເຄື່ອນໄຫວໃນໄລຍະຈະຜ່ານມາ, ແລກປ່ຽນກ່ຽວກັບການກຳນົດທິດ, ແຜນການເຄື່ອນໄຫວຂອງກຸ່ມໃນອະຍຸການສະພາແຫ່ງຊາດຊຸດທີ XV.
ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບທ່ານ ຄໍາພັນ ພົມມະທັດ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ປະຊາຊົນ ປະຕິວັດລາວ, ຫົວໜ້າຄະນະປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ປະທານອົງການກວດກາແຫ່ງລັດລາວ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມຊາວເກົາຫຼີ ອາໄສຢູ່ ຫວຽດນາມ ໂດຍທ່ານນາງ Chang Eun Sook ປະທານສະມາຄົມນຳໜ້າ.
ຍສໝ - ທີ່ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໃຫ້ຮູ້ວ່າ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍມາດຕະການກວມລວມ, ຮອບດ້ານໃນຂົງເຂດຫັນ ປ່ຽນພະລັງງານ, ຫັນປ່ຽນຮູບແບບການເຕີບໂຕຕາມທິດສີຂຽວ, ໝູນວຽນ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາທີ່ໄດ້ຍົກອອກໃນ COP26.
ທ່ານນາງ ສູນທອນ ໄຊຍະຈັກ ເຊື່ອໝັ້ນວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະປະກອບສ່ວນເຂົ້າໃນການພັດທະນາສາຍພົນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.
ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຕອນບ່າຍວັນທີ 13 ເມສາ, ຢູ່ສຳນັກງານປະທານປະເທດ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ສ.ເບລາຣຸດ Vladimir Baravikov ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດມາປະຕິບັດງານທາງການທູດຢູ່ ຫວຽດນາມ.
ຍສໝ - ໃນ 5 ປີມານີ້, ນັບແຕ່ເວລາໄດ້ຮັບຜົນກະທົບຈາກໂລກລະບາດໂຄວິດ - 19, ການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືເຂດຊາຍແດນ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງສືບຕໍ່ໄດ້ຮັບການຮັກສາ ແລະ ຊຸກຍູ້.
ຕອນບ່າຍວັນທີ 24 ມີນາ ປີ 2022, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne.
ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.
ຍສໝ -ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 – 21 ມີນາ.
ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.