ຫວຽດ​ນາມ ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມືຫຼາຍ​ດ້​ານ​ກັບ ຮຸງ​ກາ​ຣີ

15:04 | 30/07/2022

ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ.

ມອບຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ທ່ານ Ory Csaba ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ ມອບຫຼຽ​ນ​ໄຊ​ມິດ​ຕະ​ພາບ​ໃຫ້​ ​ທ່ານ Ory Csaba ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຮຸງ​ກາ​ຣີ ປະ​ຈຳ ຫວຽດ​ນາມ
ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ Ory Csaba ປະຈຳ ຫວຽດນາມ (ພາບ: TTXVN)
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ Ory Csaba ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 28 ກໍລະກົດ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ຮຸງກາຣີ ປະຈຳ ຫວຽດນາມ Ory Csaba ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດເຂົ້າໃນການເພີ່ມພູນຄຸນສ້າງສາຍພົວພັນລະຫວ່າງສອງປະເທດ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານກັບ ຮຸງກາຣີ ເຊິ່ງເປັນຄູ່ຮ່ວມມືຮອບດ້ານທຳອິດຂອງ ຫວຽດນາມ ໃນຈຳນວນປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ເອີຣົບຕາເວັນອອກກາງ. ທ່ານໃຫ້ຮູ້ວ່າ ຫວຽດນາມ ກໍພວມສ້າງເງື່ອນໄຂສະດວກໃຫ້ແກ້ການສ້າງສູນວັດທະນະທຳ ແລະ ປະຊາຄົມ ຮຸງກະຣີ ປະຈຳ ຮ່າໂນ້ຍ ໂດຍໄວ, ເຊິ່ງເປັນຂົວເຊື່ອມຕໍ່ໃຫ້ແກ່ການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.