ຈັດ​ພິ​ທີ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ

11:30 | 23/06/2022

ຕອນເຊົ້າວັນທີ 22 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນໂຮ່ຈີນໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24/6/1967 – 24/6/2022).

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ
ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ

ກ່າວຄຳເຫັນທີ່ພິທີ, ທ່ານຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ໄປພ້ອມກັບການພັດທະນາ ຂອງການພົວພັນລະດັບຊາດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ, ນະຄອນໂຮ່ຈີມິນໄດ້ມານະພະຍາຍາມປະຕິບັດແຜນນະໂຍບາຍຂອງການນຳສອງປະເທດ ປະກອບສ່ວນສຳຄັນຊຸກຍູ້ການພົວພັນສອງຝ່າຍຜ່າການເຄື່ອນໄຫວຮ່ວມມືຢ່າງລະອຽດກັບທ້ອງຖິ່ນຕ່າງໆຂອງກຳປູເຈຍ. ໄລ່ມາຮອດເດືອນ ຕຸລາປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງນະຄອນໂຮ່ຈີມິນ ແລະ ກຳປູເຈຍ ບັນລຸກ່ວາ 230 ລ້ານ USD, ເພີ່ມຂຶ້ນ 12,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຈັດ​ພິ​ທີ​ຊຸມ​ນຸມມິດ​ຕິງ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ
ທ່ານ Sok Dareth ຫົວໜ້າສະຖານກົງສູນ ແຫ່ງລາຊະອານາຈັກກຳປູເຈຍ ກ່າວຄຳເຫັນທີ່ພິທີ.

ທ່ານ Sok Dareth ຫົວໜ້າສະຖານກົງສູນ ແຫ່ງລາຊະອານາຈັກກຳປູເຈຍ ປະຈຳ ນະຄອນໂຮ່ຈີມິນຢັ້ງຢືນວ່າ: ດ້ວຍທຸກວິທີພວກເຮົາຕ້ອງພ້ອມກັນປົກປ້ອງນ້ຳໃຈມິດຕະພາບ, ເພີ່ມທະວີຄວາມສາມັກຄີອ້າຍນອງແລະການພົວພັນທີ່ເປັນ ມູນເຊື້ອອັນດີງາມ ແລະຫວ່າງສອງຝ່າຍ ໃຫ້ຂຽວສົດງົດງາມ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ສະຖານກົງສູນກຳປູເຈຍຍາມໃດກໍ່ປະກອບສ່ວນສ້າງສາ, ປົກປັກຮັກສາເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບແລະການຮ່ວມມື ຢ່າງດີງາມລະຫວ່າງສອງປະເທດ ເວົ້າລວມ ແລະ ລະຫວ່າງນະຄອນຫຼວງ Phnom Penh ແລະ ນະຄອນໂຮ່ຈີມິນເວົ້າສະເພາະຢ່າງສຸດໃຈ, ກໍ່ຄືກັບອົງການ, ຄະນະ, ຂະແໜງການຂອງນະຄອນ ໃຫ້ນັບມື້ນັບເລິກເຊິ່ງ ແລະ ແທດຈິງ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ສອງຊາດພວກເຮົາ.

vovworld.vn

ເຫດການ
302 Found

Found

The document has moved here.