ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ

08:41 | 20/06/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Nur-Sultan, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ຟ້າມ​ທ໊າຍ​ຍື​ມາຍ ໄດ້ຍື່ນໜັງສືມອບສິດຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຖິງທ່ານປະທານາທິບໍດີ ກາຊັກສະຖານ Jomart-Kasym Tokaev. ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມກຽດ​ຢູ່​ທຳນຽບປະທານາທິບໍດີ Acorda.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຍີ່​ປຸ່ນ ຜ່ານ​ຊ່ອງ​ທາງ​ລັດ​ຖະ​ສະ​ພາ
ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ກາ​ຊັກ​ສະ​ຖານ
ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກາຊັກສະຖານ ຟ້າມ​ທ໊າຍ​ຍື​ມາຍ ຍື່ນ​ສານ​ຕາ​ຕັ້ງ ເຖິງທ່ານປະທານາທິບໍດີ ກາຊັກສະຖານ Jomart-Kasym Tokaev (ພາບ: )

ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຟ້າມ​ທ໊າຍ​ຍື​ມາຍ ຢືນຢັນ​ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ລະຫວ່າງ​ຫວຽດນາມ - ກາ​ຊັກ​ສະ​ຖານ.

ທ່ານ​ປະທານ​ປະ​ເທດ Jomart-Kasym Tokaev ​ເນັ້ນ​ໜັກ​ວ່າ: ການສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ​ແມ່ນ​ເນື້ອ​ໃນ​ສຳຄັນ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ກາ​ຊັກ​ສະ​ຖານ​ ໃນ​ຂົງ​ເຂດ​ອາຊີ - ປາຊີ​ຟິກ, ​ໃນ​ນັ້ນ​ມີ ອາ​ຊຽນ.

ທ່ານ​ປະທານາທິບໍດີ Jomart-Kasym Tokaev ຫວັງ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ແລະ ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ CICA ຢູ່ Nur-Sultan ​ໃນ​ທ້າຍ​ປີ​ນີ້ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ກໍ່ສ້າງ​ເສັ້ນທາງ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ໃນ​ໄລຍະ​ຍາວ​ຂອງສອງ​ປະ​ເທດ. ພ້ອມ​ກັນ​ນັ້ນ, ທ່ານ​ປະທານ​ປະ​ເທດ Jomart-Kasym Tokayev ກໍ​ໄດ້​ຊົມ​ເຊີຍ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ທີ່ໄດ້​ເລີ່​ມຕົ້ນ​ດຳລົງ​ຕຳ​ແໜ່​ງຢູ່ ກາ​ຊັກ​ສະ​ຖານ ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໜູນ​ຊ່ວຍ​ຢ່າງ​ຄົບ​ຊຸດ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ປະຕິບັດ​ໜ້າ​ທີ່​ຂອງຕົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.