ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ

08:52 | 08/12/2022

ຕອນ​ບ່າຍ​ວັນ​ທີ 5 ທັນວາ, ການ​ນຳ​ແຂວງ ເງະ​ອານ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jaya Ratnam - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ປະຈຳ ຫວຽດນາມ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ​ເງະອານ. ຜ່ານ​ການ​ພົບ​ປະ​ຄັ້ງ​ນີ້, ການ​ພົວພັນ​ຮ່ວມ​ມື​ລະຫວ່າງແຂວ​ງ​ເງະ​ອານ ​ແລະ ສິງກະ​ໂປ ຈະ​ໄດ້ຮັບການຍົກ​​ລະ​ດັບ​.

ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ
ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື
ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ລ​ະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ
ທ່ານ​ເລຂາ​ຄະ​ນະພັກ​ແຂວງ ເງະ​ອານ ທ້າຍ​ແທັງ​ກຸ້ຍ ແລະ ​ທ່ານ Jaya Ratnam - ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ປະຈຳ ຫວຽດນາມ

ທີ່​ການ​ພົບ​ປະ, ທ່ານ​ເລຂາ​ຄະ​ນະພັກ​ແຂວງ ທ້າຍ​ແທັງ​ກຸ້ຍ​ໃຫ້​ຮູ້​ວ່າ: ພາຍຫຼັງ 50 ປີ​ແຫ່ງ​ການ​ສ້າງຕັ້ງ​ການພົວພັນ​ຮ່ວມ​ມື ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ການ​ພົວພັນລະຫວ່າງຫວຽດນາມ - ສິງກະ​ໂປ ແມ່ນ​ດີ​ງາມ​ທີ່​ສຸດ. ປະຈຸ​ບັນ, ສິງກະ​ໂປ​ແມ່ນ​ປະ​ເທດ​ທີ່​ມີ​ຈຳນວນ​ເງິນ​ລົງທຶນເປັນ​ຈຳ​ນວນຫຼາຍ​ເຂົ້າ​ມາຫວຽດນາມ.

ແຂວງ ເງະ​ອານ ປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ​ຈະສະໜັບສະໜູນ ​ແລະ ຊ່ວຍ​ແຂວງ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ສິງກະ​ໂປ ​ໃນ​ຂົງ​ເຂດການ​ລົງທຶນ ​ແລະ ການ​ຄ້າ; ແລກປ່ຽນປະສົບການ ແລະ ການຮ່ວມມືໃນຂົງເຂດທີ່ເປັນ​ທ່​າ​ແຮງ​ຂອງສິງກະໂປ ເຊັ່ນ: ພະລັງງານທົດແທນ, ການຫັນເປັນດິຈິຕອນ… ພິເສດແມ່ນການສຶກສາ ແລະ ສາທາລະນະສຸກ. ທາງ​ແຂວງ​ເງະ​ອານ ​ໄດ້​ຮັບ​ການກຳນົດ​ວ່າ​ແມ່ນ​ສູນ​ກາງຕອນ​ກາງ​ພາກ​ເໜືອ​ກ່ຽວກັບດ້ານ​ຂົງ​ເຂດ​ການ​ສຶກສາ, ສາທາລະນະ​ສຸກ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ Jaya Ratnam ຮູ້ສຶກ​ດີ​ໃຈ​ທີ່​ໄດ້ມາ​ຢ້ຽມຢາມ​ແຂວງ ເງະ​ອານ ​ແລະ ກ່າວ​ວ່າ ກ່ອນ​ທີ່​ຈະ​ມາ​ຢ້ຽມຢາມ​ແຂວງ ເງະ​ອານ ​ທ່ານໄດ້​ຊອກ​ຮູ້ກ່ຽວ​ກັບ​ປະຫວັດສາດ​ວັດທະນະທຳ​ຂອງ​ແຂວງ ເງະ​ອານ ​ແລະ ​​ເປັນ​ກຽດທີ່​ໄດ້ໄປ​ຢ້ຽມຢາມໝູ່​ບ້ານ​ກິມ​ລຽນ ​ເຊິ່ງ​ແມ່ນບ້ານ​ເກີດ​ເມືອງນອນຂອງ​ປະທານ ​ໂຮ່ຈີ​ມິນ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ຂອບ​ໃຈ​ທ່ານ​ເລຂາຄະ​ນະ​ພັກ​ແຂວງ ​ແລະ ການ​ນຳ​ແຂວງ​ທີ່​ຍາມ​ໃດ​ກໍ່​ສະໜັບສະໜູນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ສິງກະ​ໂປ ​ເວົ້າ​ລວມ ​ແລະ ສິງກະ​ໂປ ​ແລະ ​ແຂວງເງະ​ອານ ​ເວົ້າ​ສະ​ເພາະ. ພິ​ເສດ, ເມື່ອ​ສອງ​ປະ​ເທດ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ສິງ​ກະ​ໂປ ແລະ ຜ່ານ​ການ​ພົບ​ປະ​ໃນ​ຄັ້ງ​ນີ້, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ເງະ​ອານ ແລະ ສິງ​ກະ​ໂປ ຈະ​ໄດ້​ຮັບ​ການ​ຍົກ​ລະ​ດັບ.

ທ່ານ Jaya Ratnam ປາດ​ຖະໜາ​ວ່າ ແຂວງ ເງະ​ອານ ຈະສືບ​ຕໍ່​ໜູນ​ຊ່ວຍ​ວິ​ສາ​ຫະກິດ VSIP ​ແລະ ບັນດາ​ວິ​ສາ​ຫະກິດ​ສິງກະ​ໂປ ​ລົງທຶນ​ເຂົ້າ​ແຂວງ; ພ້ອມ​ກັນ​ນັ້ນ ກໍ​ເຊື່ອ​ໝັ້ນ ​ແລະ ຫວັງວ່າ ​ການ​ພັດທະນາ​ເຂດ​ອຸດສາຫະກຳ VSIP 2 ຢູ່ ເງະ​ອານ ຈະ​ໄປ​ຕາມທິດ​ພື້ນຖານ​ເສດຖະກິດ​ສີຂຽວ ​ແລະ ຍືນ​ຍົງ. ​ກໍ່​ຄືຄຳສະ​ເໜີ​ເມື່ອ​ຈັດ​ຕັ້ງ​ພິທີວາງ​ສີ​ລະ​ລືກເຂດ​ອຸດສາຫະກຳ VSIP 2 ຢູ່ ​ແຂວງ ເງະ​ອານ, ຕ້ອງ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຕື່ມອີກ ​ແລະ ຫວັງ​ວ່າ VSIP ຈະ​ຮ່ວມ​ເດີນ​ທາງ​ກັບການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ ເງະ​ອານ.

ທ່ານ​ເລຂາ​ຄະ​ນະ​ພັກ​ແຂວງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ສິງກະ​ໂປ ມີ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ນັບ​ມື້​ນັບພັດທະນາ. ພ້ອມ​​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ການ​ຄ້າສອງ​ປະ​ເທດ​ຈະ​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ອື່ນໆ. ກໍ່​ຄື​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ ແລະ ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເພື່ອ​ຈັດ​ຕັ້ງ​ເວທີ​ປາ​ໄສ​ວັດທະນະທຳ ຕິດ​ພັ​ນ​ກັບ​ພິ​ທີ​ວາງ​ສີ​ລະ​ລືກ​ຢູ່​ເຂດ​ອຸດສາຫະກຳ VSIP 2 ຢູ່ ເງະ​ອານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.