ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ

07:16 | 26/09/2022

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ແລ້ວ, ມີ 7 ປັດໄຈເຮັດໃຫ້ການພົວພັນຫວຽດນາມ - ລາວກາຍເປັນການພົວພັນພິເສດ. ປັດໄຈພິເສດທີ່ສຸດນັ້ນແມ່ນ ຈິດໃຈມິດຕະພາບ, ຄວາມສາມັກຄີ, ສະໜິດຕິດພັນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງຊາດ ຫວຽດນາມ ແລະ ລາວ ບໍ່ມີວັນປ່ຽນແປງ.

ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ລາວ: 7 ປັດ​ໄຈ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ກາຍ​ເປັນການ​ພົວ​ພັນພິ​ເສດ
ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮູ່ງ (ພາບ: TTXVN)

ຫວ່າງແລ້ວນີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022), ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮູ່ງ ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບການພົວພັນຮ່ວມມືລະຫວ່ງສອງປະເທດ ຫວຽດນາມ ແລະ ລາວ, ພ້ອມທັງຍົກໃຫ້ເຫັນ 7 ປັດໄຈທີ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ກາຍເປັນການພົວພັນພິເສດ.

ທີໜຶ່ງ, ກ່ຽວກັບດ້ານພູມີສາດ ແລະ ປະຫວັດສາດ, ຫວຽດນາມ ແລະ ລາວແມ່ນສອງປະເທດບ້ານໃກ້ເຮືອນຄຽງ ຮ່ວມສາຍພູຫຼວງອັນໃຫຍ່ໂຕມະໂຫຖານ, ຮ່ວມແມ່ນ້ຳຂອງ. ໃນໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຂອງຕົນ, ສອງຊາດເຮົາໄດ້ດຳລົງຊີວິດຮ່ວມກັນດ້ວຍສັນຕິພາບ, ຕ້ານສັດຕູໂຕດຽວ ເພື່ອປົກປັກຮັກສາປະເທດຊາດ.

ທີສອງ, ປະຊາຊົນສອງປະເທດລ້ວນແຕ່ມີພັກການເມືອງປະຈັນບານຂອງຊົນຊັ້ນກຳມະກອນ ທີ່ມີຕົ້ນກຳເນີດແມ່ນພັກກອມມູນິດອິນດູຈິນ, ປັດຈຸບັນແມ່ນ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ.

ທີສາມ, ສອງປະເທດ ຫວຽດນາມ - ລາວ ຂອງພະນັກງານນັກຮົບທະຫານຫວຽດນາມ ແລະ ລາວ, ພະນັກງານ, ນັກຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ນັບໝື່ນໆຄົນ ຕ້ອງເສຍສະຫຼະເລືອດເນື້ອ, ເຫື່ອແຮງເພື່ອສ້າງສາຍພົວພັນແບບພິເສດຄືໃນປັດຈຸບັນ.

ທີສີ່, ນ້ຳໃຈສາມັກຄີແບບພິເສດ ລະຫວ່າງສອງຊາດຍັງໄດ້ສ້າງຂຶ້ນຈາກກຳລັງເຫື່ອແຮງ, ຢາດນ້ຳຕາ ແລະ ນ້ຳນົມຂອງບັນດາແມ່ຄົນລາວ ທີ່ໄດ້ເສຍສະຫຼະອາຫານການກິນຂອງຕົນ, ພິເສດແມ່ນຍັງໄດ້ເສຍສະຫຼະຢາດນ້ຳນົມທີ່ຕ້ອງໃຫ້ລູກນ້ອຍຕົນກິນ ໃຫ້ທະຫານຫວຽດນາມ ເພື່ອມີຊີວິດຢູ່ລອດ, ບັນດາແມ່ຍິງຫວຽດນາມ ໄດ້ສົ່ງຜົວ ແລະ ລູກຂອງຕົນອອກເດີນທາງໄປຕໍ່ສູ້ຢູ່ສະໜາມຮົບ ແລະ ບໍ່ໄດ້ຫວນກັບຄືນບ້ານເກີດອີກເລີຍ.

ທີຫ້າ, ການພົວພັນຫວຽດນາມລາວ ມີແມ່ນພິເສດຍ້ອນວ່າທັງສອງປະເທດຍາມໃດກໍ່ຊ່ວຍເຫຼືອເຊິ່ງກັນແລະກັນຢ່າງສຸດຈິດສຸດໃຈ, ບໍລິສຸດຜຸດຜ່ອງໄມຕີຈິດ ບໍ່ຂຸ່ນມົວຍ້ອນແນວຄິດຫວັງຜົນປະໂຫຍດ ຫຼື ຄິດແບບປະເທດໃຫຍ່, ປະເທດນ້ອຍ. ພວກເຮົາບໍ່ພຽງແຕ່ຮັກແພງກັນເທົ່ານັ້ນ ຫາກຍາມໃດກໍ່ເຄົາລົບນັບຖືເຊິ່ງກັນແລະກັນ, ມີການພົວພັນແບບສະເໝີພາບຢ່າງແທ້ຈິງ.

ທີ ຫົກ, ໃນຂະນະທີ່ຍາມໃດກໍ່ມີຄວາມຄາດຫວັງຢາກນຳພາຊາດຂອງຕົນບືນຕົວຂຶ້ນໃຫ້ທຽບເທົ່າກັບບັນດາປະເທດມະຫາອຳນາດນັ້ນ, ປະຊາຊົນຫວຽດນາມ ຍາມໃດກໍ່ປາດຖະໜາກຢາກໃຫ້ປະເທດຊາດ ແລະ ປະຊາຊົນລາວ ອ້າຍນ້ອງໄດ້ດຳລົງຊີວິດໃນສັນຕິພາບ, ເອກະລາດ, ເສລີພາບ, ພັດທະນາວັດທະນາຖາວອນ.

ທີ ເຈັດ, ລະຫວ່າງສອງປະເທດພວກເຮົາຍາມໃດກໍ່ມີການສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຍຸດທະສາດທີ່ເລິກເຊິ່ງ ແລະ ໝັ້ນແກ່ນຢ່າງແທ້ຈິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.