ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າກົງ 3 ຕັ້ງຢູ່ສາຍນໍ້າກົງ ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື ມາຮອດປັດຈຸບັນ ການກໍ່ສ້າງ ໜ້າວຽກໂດຍລວມສໍາເລັດ ແລ້ວ 87,3% ຂອງໜ້າວຽກທັງໝົດ ພາຍຫລັງເລີ່ມລົງມື ກໍ່ສ້າງມາແຕ່ທ້າຍ ປີ 2017 ໂດຍແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ ເປັນຜູ້ພັດທະນາ ໂຄງການດັ່ງກ່າວ ແລະ ໄດ້ຈ້າງຊ່ຽວຊານ ແລະ ວິຊາການຈາກບໍລິສັດ Poyry ມາເປັນທີ່ປຶກສາໃນການກໍ່ສ້າງ, ຄາດວ່າການກໍ່ສ້າງຈະສໍາເລັດ 100% ແລະ ເປີດຜະລິດກະແສໄຟຟ້າ ຈໍາໜ່າຍຢ່າງເປັນທາງການ ໃນເດືອນມິຖຸນາ ຫລື ເດືອນກໍລະກົດ 2021 ທີ່ຈະມາເຖິງນີ້, ເຊິ່ງກະແສໄຟຟ້າ ທີ່ຜະລິດໄດ້ທັງໝົດ 54 MW (3x18 MW), ຈະສົ່ງຂາຍໃຫ້ ປະເທດຫວຽດນາມ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳກົງ 1 ໜ້າວຽກໂດຍລວມ ສຳເລັດແລ້ວ 81,9%, ພາຍ ຫລັງເລີມລົງມີກໍ່ສ້າງ ມາແຕ່ທ້າຍເດືອນຕຸລາ 2017, ປັດຈຸບັນ ພວມດຳເນີນການ ກໍ່ສ້າງສັນເຂື່ອນ, ຕິດຕັ້ງປະຕູທາງນ້ຳລົ້ນ, ຕິດຕັ້ງຈັກ ເບີ 2, ຄອນກິດໄລນິງທໍ່ຫາຍໃຈ, ໂຄງສ້າງປະຕູນໍ້າ ທ້າຍເຮືອນຈັກ, ໂຄງສ້າງສະວິດຢາດ GIS ແລະ ວຽກດຶງສາຍ 115 ກິໂລໂວນ. ຄາດວ່າ ການກໍ່ສ້າງທັງໝົດ ຈະໃຫ້ສຳເລັດ 100% ໃນເດືອນ ກໍລະກົດ 2021 ກະແສໄຟຟ້າທັງໝົດ ຈະສົ່ງຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.
ມາຮອດປັດຈຸບັນ ສປປ ລາວ ມີແຫລ່ງຜະລິດໄຟຟ້າທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານ ໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ, ໃນນີ້ມີເຂື່ອນໄຟຟ້ານ້ຳຕົກ 67 ແຫ່ງ, ໂຮງໄຟຟ້າຖ່ານຖີນ 1 ແຫ່ງ, ໂຮງໄຟຟ້າຊີວະມວນ 4 ແຫ່ງ, ໂຮງໄຟຟ້າແສງຕາເວັນ 6 ແຫ່ງ.
ການຮ່ວມທຸລະກິດລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດຕາໜ່າງໄຟຟ້າພາກໃຕ້ ຈີນ (CSG) ໄດ້ສ້າງຕັ້ງຂື້ນເພື່ອໃຫ້ການຮ່ວມມືໃນການຜະລິດພະລັງງານໄຟຟ້າຂອງປະເທດລາວ.
ໃນໄລຍະປີ 2016-2020, ລາວສົ່ງອອກກະແສໄຟຟ້າບັນລຸ 129.605 ລ້ານກິໂລວັດໂມງ, ມູນຄ່າ 7,2 ຕື້ໂດລາສະຫະລັດ, ເພີ່ມຂື້ນ 164% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ມາຮອດປັດຈຸບັນ, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກໍາລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211ລ້ານກິໂລວັດໂມງຕໍ່ປີ.
ຍສໝ - ປະຈຸບັນແຂວງກຽນຢາງມີ 13% ຈຳນວນຄົວເຮືອນແມ່ນຊົນເຜົ່າຂະແມ (ປະມານ 16 ພັນຄົວເຮືອນ). ຊີວິດການເປັນຢູ່ຂອງຊາວຂະແມໄດ້ມີການປ່ຽນແປງໃນແຕ່ລະມື້ຍ້ອນເຄືອຂ່າຍໄຟຟ້າແຫ່ງຊາດ.
ໜັງສືພິມ Vientiane Times ສະບັບອອກວັນທີ 3 ກັນຍາ ໄດ້ໃຫ້ຂ່າວວ່າ ມີບໍລິສັດ 3 ແຫ່ງໃນນັ້ນມີຂອງຫວຽດນາມ 1 ແຫ່ງໄດ້ຕົກລົງພ້ອມກັນພັດທະນາບັນດາໂຄງການໄຟຟ້າແສງຕາເວັນຢູ່ແຂວງຈໍາປາສັກ ແລະແຂວງເຊກອງ ຂອງລາວ.
ຍສໝ - ຕອນບ່າຍວັນທີ 1 ເມສາ 2020, ສາຂາຂອງບໍລິສັດໄຟຟ້າຫວຽດນາມ-ລາວ ໄດ້ມອບເງິນ 3 ໝື່ນ USD ເພື່ອຊ່ວຍລັດຖະບານລາວ ສະກັດກັ້ນໂລກລະບາດໂຄວິດ -19.
ຕອນບ່າຍວັນທີ 11 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ມີການຕ້ອນຮັບກຸ່ມບັນດານັກລົງທຶນ ອາເມລິກາ - ສ.ເກົາຫຼີທີ່ສົນໃຈຢາກພັດທະນາໂຄງການໄຟຟ້າອາຍແກັດເຫລວທຳມະຊາດ (LNG) ຢູ່ ຫວຽດນາມ (ECV).
ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ເມກາວັດ, ໂດຍການເຊື່ອມໂຍງລະບົບສາຍສົ່ງ ລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງ ຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.
ຍສໝ - ພິທີລົງນາມສັນຍາຊື້ໄຟຟ້າລະຫວ່າງ ກຸ່ມພະລັງງານໄຟຟ້າຫວຽດນາມ (EVN) ແລະ ກຸ່ມບໍລິສັດ Phongsubthavy, ກຸ່ມບໍລິສັດ Chealun Sekong ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ, ທີ່ຮ່າໂນ້ຍ.
ວັນທີ 30 ທັນວາ 2019 ທີ່ສະຖານີໄຟຟ້າແຮງສູງໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ - ຈີນ ຈຳກັດ.
ໃນປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດມີພຽງແຕ່ 1.222 ເມກາວັດ ແລະ ຄາດຄະເນວ່າຄວາມຕ້ອງການພະລັງ ງານໄຟຟ້າຢູ່ພາຍໃນຈະເພີ່ມຂຶ້ນເຖິງ 1.800 ເມກາວັດ ໃນປີ 2020-2025 ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປີ 2019 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 20 ທັນວາ 2019.
ຍສໝ - ຄາດຄະເນວ່າໃນໄລຍະປີ 2021-2025, ຫວຽດນາມຈະຂາດເຂີນກະແສໄຟຟ້າປະມານ 41,7 ຕື້ kWh. ໜຶ່ງໃນວິທີແກ້ໄຂແມ່ນການເພີ່ມທະວີການນຳເຂົ້າໄຟຟ້າຈາກ ປະເທດລາວ.
ການຊົມໃຊ້ໄຟຟ້າໃນເຂດເສດຖະກິດພິເສດ ເສດຖະກິດສະເພາະ ເຂດອຸດສາຫະ ກຳ ບັນດາໜໍ່ແໜງອຸດສາຫະກຳໜັກ ອຸດສາຫະກຳປຸງແຕ່ງຕ່າງໆ ທີ່ຈະເກີດຂຶ້ນໃນແຕ່ລະແຂວງ ໃນຊຸມປີຕໍ່ໜ້າ ເພື່ອສາມາດສະໜອງແຫຼ່ງພະລັງງານໄຟຟ້າຢ່າງພຽງພໍ ແລະ ມີຄຸນນະພາບລວມທັງນະໂຍບາຍຕ່າງໆ ກ່ຽວກັບການດຶງດູດການລົງທຶນໄປພ້ອມໆກັນ ຄາດວ່າແຜນການຂະຫຍາຍຕະຫຼາດໄຟຟ້າຢູ່ພາຍໃນ ປີ 2020-2025 ຈະມີຄວາມຕ້ອງການພະລັງງານໄຟຟ້າເພີ່ມຂຶ້ນ ເຖິງ 1.800 MW ປັດຈຸບັນ ການຊົມໃຊ້ພາຍໃນປະເທດມີພຽງ 1.222 MW.
ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ, ໃນນັ້ນ ໄດ້ສົ່ງອອກແລ້ວ ຫລາຍກວ່າ 6.000 ເມກາວັດ.
ຍສໝ - ຕາມແຜນການ, ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ຈະດຳເນີນການທົດລອງ ຂອງແຕ່ລະໜ່ວຍຫົວຈັກ 10 ວັນກ່ອນທີ່ທຸກໜ່ວຍຫົວຈັກ ຈະດຳເນີນການຢ່າງເປັນທາງການໃນທ້າຍປີນີ້.
ຍສໝ - ກ່ຽວກັບຫົວເລື່ອງ “ລາຄາຖືກ, ປະຢັດ, ທັນສະໄໝ”, ງານວາງສະແດງ Vientiane International Motor Expo 2019 ກຳລັງໄດ້ເກີດຂຶ້ນຢ່ລາວ ໂດຍກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ກັບ ຄູ່ຮ່ວມມື ໄດ້ຈັດຕັ້ງ ແລະ ນຳເອົາມາ 20 ສະແຕມລົດເກັ່ງຂອງ 16 ອົງການຜະລິດລົດເກັ່ງທີ່ມີຊື່ສຽງໃນທົ່ວໂລກ. ຄັ້ງນີ້ແມ່ນຄັ້ງທີ 4 ງານວາງສະແດງລົດເກັ່ງທີ່ມີອັນດັບສາກົນ ໄດ້ຈັດຂຶ້ນທີ່ ວຽງຈັນ, ລາວ.
ຍສໝ - ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານໃຫຍ່ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເຮັດວຽກກັບຄະນະຜູ້ແທນກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ນຳໜ້າໂດຍທ່ານລັດຖະມົນຕີ ຄຳມະນີ ອິນທິລາດ, ທ່ານລັດຖະມົນຕີ ເຈີ່ນຕ໋ວນແອງ ໄດ້ເນັ້ນໜັກ ວ່າ: ກະຊວງ ອຸດສາຫະກຳ ແລະ ການຄ້າຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບກະຊວງພະລັງງານ ແລະ ບໍ່ແຮ່ລາວ ເພື່ອສົ່ງເສີມການຮ່ວມມືໃນຂົງເຂດພະລັງງານເວົ້າລວມ ແລະ ພະລັງງານໄຟຟ້າເວົ້າສະເພາະ