ກຸ່ມພະລັງງານໄຟຟ້າບໍລິສັດ EVN ໄດ້ເຊັນສັນຍາຊື້ໄຟຟ້າກັບ ກຸ່ມບໍລິສັດ Phongsubthavy ແລະ ກຸ່ມບໍລິສັດ Chealun Sekong (ລາວ)

10:45 | 05/01/2020

ຍສໝ - ພິທີລົງນາມສັນຍາຊື້ໄຟຟ້າລະຫວ່າງ ກຸ່ມພະລັງງານໄຟຟ້າຫວຽດນາມ (EVN) ແລະ ກຸ່ມບໍລິສັດ Phongsubthavy, ກຸ່ມບໍລິສັດ Chealun Sekong ໄດ້ຈັດຂຶ້ນໃນວັນທີ 4 ມັງກອນ, ທີ່ຮ່າໂນ້ຍ.

ການເຊັນສັນຍາຊື້ໄຟຟ້າດັ່ງກາວໄດ້ຈັດຂື້ນ ໂດຍການເປັນສັກຂີພະຍານ ຂອງທ່ານນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 42 ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ. ເຫດການນີ້ໄດ້ສະແດງບາດກ້າວທີ່ສຳຄັນ ໃນການພົວພັນມິດຕະພາບລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດການຮ່ວມມືດ້ານພະລັງງານ.

ຕາມນັ້ນແລ້ວ, ກຸ່ມພະລັງງານໄຟຟ້າ ຫວຽດນາມ EVN ໄດ້ເຊັນສັນຍາຊື້ໄຟຟ້າ 05 ແຫ່ງ (ຂາຍກະແສໄຟຟ້າໃຫ້ຫວຽດນາມ), ກັບກຸ່ມບໍລິສັດລົງທຶນເຂື່ອນໄຟຟ້າຂະໜາດໃຫຍ່ 2 ແຫ່ງຂອງລາວ, ກຸ່ມບໍລິສັດ Phongsubthavy ແລະ ກຸ່ມບໍລິສັດ Chealun Sekong.

ກຸ່ມພະລັງງານໄຟຟ້າບໍລິສັດ EVN ໄດ້ເຊັນສັນຍາຊື້ໄຟຟ້າກັບ ກຸ່ມບໍລິສັດ Phongsubthavy ແລະ ກຸ່ມບໍລິສັດ Chealun Sekong (ລາວ)

ພິທີລົງນາມສັນຍາຊື້ໄຟຟ້າລະຫວ່າງ ກຸ່ມພະລັງງານໄຟຟ້າຫວຽດນາມ (EVN) ແລະ ກຸ່ມບໍລິສັດ Phongsubthavy, ກຸ່ມບໍລິສັດ Chealun Sekong ໄດ້ຈັດຂຶ້ນ ທີ່ຮ່າໂນ້ຍ. (ພາບ: petrotime.vn)

ສະເພາະລະອຽດ, ກຸ່ມພະລັງງານໄຟຟ້າ EVN ໄດ້ເຊັນກັບກຸ່ມບໍລິສັດ Phongsubthavy ຂໍ້ຕົກລົງຊື້ໄຟຟ້າຂອງໂຄງການເຂື່ອນໄຟຟ້ານໍ້າງື່ມ 3A, ໂຄງການໄຟຟ້ານໍ້າງື່ມ 3B.

ພ້ອມດຽວກັນນີ້, ບໍລິສັດ EVN ໄດ້ເຊັນສັນຍາກັບບໍລິສັດ Chealun Sekong ຂໍ້ຕົກລົງຊື້ໄຟຟ້າຂອງໂຄງການເຂື່ອນໄຟຟ້າ ນ້ຳເອມ້ວນ, ນ້ຳກົງ 2 ແລະ ໂຄງການເຂື່ອນໄຟຟ້ານ້ຳກົງ 3. ນະໂຍບາຍການຊື້ກະແສໄຟຟ້າຈາກເຂື່ອນໄຟຟ້ານ້ຳຕົກທີ່ນ້ຳຕົກນັ້ນ ໄດ້ຮັບການເຫັນດີຈາກນາຍົກລັດຖະມົນຕີໃນປີ 2019. ການເຈລະຈາສັນຍາຊື້ໄຟຟ້າ ແມ່ນຢູ່ພາຍໃຕ້ການຊີ້ນຳ ແລະ ແນະນຳ ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.