ລາວ​ມີ​ຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ​ເພີ່ມ​ຂຶ້ນ​ເຖິງ 1.800 MW ໃນໄລຍະ ປີ 2020-2025

11:04 | 24/12/2019

ການ​ຊົມໃຊ້​ໄຟຟ້າ​ໃນ​ເຂດ​ເສດຖະກິດ​ພິເສດ ເສດຖະກິດ​ສະເພາະ ເຂດ​ອຸດ​ສາ​ຫະ ກຳ ບັນດາ​ໜໍ່​ແໜງ​ອຸດສາຫະກຳ​ໜັກ ອຸດສາຫະກຳ​ປຸງ​ແຕ່ງ​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ​ໃນ​ແຕ່​ລະ​ແຂວງ ໃນ​ຊຸມ​ປີ​ຕໍ່ໜ້າ ເພື່ອ​ສາມາດ​ສະໜອງ​ແຫຼ່ງ​ພະລັງງານ​ໄຟຟ້າ​ຢ່າງ​ພຽງພໍ ແລະ ມີ​ຄຸນ​ນະພາ​ບລວມ​ທັງ​ນະໂຍບາຍ​ຕ່າງໆ ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ໄປ​ພ້ອມໆ​ກັນ ຄາດ​ວ່າ​ແຜນການ​ຂະຫຍາຍ​ຕະຫຼາດ​ໄຟຟ້າ​ຢູ່​ພາຍ​ໃນ ປີ 2020-2025 ຈະ​ມີ​ຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ​ເພີ່ມ​ຂຶ້ນ ເຖິງ 1.800 MW ປັດຈຸບັນ ການ​ຊົມໃຊ້​ພາຍ​ໃນ​ປະເທດ​ມີ​ພຽງ 1.222 MW.

ລາວ​ມີ​ຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ​ເພີ່ມ​ຂຶ້ນ​ເຖິງ 1.800 MW ໃນໄລຍະ ປີ 2020-2025

ພາບປະກອບ

ສຳລັບ​ແຜນການ​ຂະຫຍາຍ​ຕະຫຼາດ​ໄປ​ຕ່າງປະເທດ ໂດຍ​ປະຕິບັດ​ຕາມ​ຂໍ້​ຜູກ​ພັນ​ຕ່າງໆ​ໃນ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ກັບ​ປະເທດ​ເພື່ອນ​ບ້ານ​ໃກ້​ຄຽງ ເຊິ່ງ​ຈະ​ກາຍເປັນ​ສິນຄ້າ​ສົ່ງ​ອອກ​ທີ່​ສຳຄັນ​ຂອງ​ປະເທດ​ໃນຕໍ່ໜ້າ ໄລຍະ​ຜ່ານ​ມາ​ໄດ້​ມີ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ ການ​ຮ່ວມ​ມື​ດ້ານ​ພະລັງງານ​ໄຟຟ້າ ກັບ​ປະເທດ​ເພື່ອນ​ບ້ານ ເຊັ່ນ: ປະເທດ​ຫວຽດນາມ ໄທ ແລະ ປະເທດ​ກຳປູເຈຍ ໃນ​ລະດັບ 5.000 MW 9.000 MW ແລະ 6.000 MW ຕາມ​ລຳດັບ ໂດຍ​ສືບຕໍ່​ປະຕິບັດ​ນະໂຍບາຍ​ແລກປ່ຽນ​ດ້ານ​ພະລັງງານ​ທີ່​ນຳ​ຜົນ​ປະໂຫຍດ​ສູງ​ສຸດ​ໃຫ້​ແກ່​ປະເທດ​ຊາດ ເຊິ່ງ​ໄດ້​ດຳເນີນ​ການ​ເຈລະຈາ​ກັບ​ຄູ່​ຮ່ວມ​ພັດທະນາ​ທາງ​ດ້ານ​ກົນ​ໄກ​ການ​ຮ່ວມ​ມື ຈົນ​ກ້າວ​ໄປ​ເຖິງ​ການ​ເຊັນ​ສັນຍາ ຊື້-ຂາຍ ໄຟຟ້າ​ຢ່າງ​ເປັນ​ຮູບ​ປະ​ທຳ​ດ້ວຍ​ລາຄາ​ທີ່​ເໝາະ​ສົມ​ຕາມ​ທ່າແຮງ​ໄດ້​ປຽບ ດ້ານ​ພະລັງງານ​ຂອງ​ປະເທດ ເຊັ່ນ: ປັດຈຸບັນ ການຈຳໜ່າຍ​ພະລັງງານ​ໄຟຟ້າ​ໄປ​ປະເທດ​ໄທ ມີ​ທັງ​ໝົດ 8 ໂຄງການ ກຳລັງ​ຕິດ​ຕັ້ງ 5.620 MW ຄື​ໂຄງການ​ຫ້ວຍ​ເຫາະ ນ້ຳ​ເທີນ 2 ນ້ຳ​ງື່ມ 2 ເທີນ​ຫີນ​ບູນ ໄຊ​ຍະ​ບູ​ລີ ເຊ​ປ່ຽນ-ເຊ​ນ້ຳ​ນ້ອຍ ນ້ຳ​ງຽບ 1 ນ້ຳ​ເທີນ 1 ໃນຕໍ່ໜ້າ​ກໍ​ຈະ​ມີ​ນ້ຳ​ງື່ມ 3 ຕື່ມ​ອີກ ການຈຳໜ່າຍ​ໄປ​ຍັງ​ປະເທດ​ກຳປູເຈຍ ມີ 1 ໂຄງການ ຄື: ໂຄງການ​ເຂື່ອນ​ໄຟຟ້າ​ດອນ​ສະ​ໂຮງ ຈຳ ນວນ 195 MW ຈະ​ສົ່ງ​ອອກ​ທ້າຍ​ປີ​ນີ້ ໄລຍະ​ຜ່ານ​ມາ​ໄດ້​ສົ່ງ​ຜ່ານ​ລະບົບ​ສາຍ​ສົ່ງ 115 KV 40 MW ແລະ 22 KV 10 MW ພ້ອມ​ດຽວ​ກັນ​ນີ້ ກໍ​ໄດ້​ຈຳໜ່າຍ​ໄຟຟ້າ​ໄປ​ຍັງ​ປະເທດ​ຫວຽດນາມ ປັດຈຸບັນ ມີ 2 ໂຄງການ ຄື: ໂຄງການ​ເຂື່ອນ​ໄຟຟ້າ​ເຊ​ຂະ​ໝານ 1 ແລະ ເຊ​ຂະ​ໝານ 3 ເຊິ່ງ​ໄດ້​ສົ່ງ​ອອກ​ແລ້ວ​ຈຳ ນວນ 572 MW ​ສປປ ລາວ ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ໃນ​ການ​ຮ່ວມ​ມື​ພັດທະນາ​ໄຟຟ້າ​ກັບ ​ສສ ຫວຽດນາມ ຈຳນວນ 5.000 MW.

ຄະນະລັດຖະບານ ກໍາລັງຂຸ້ນຂ້ຽວພິຈາລະນາ ກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ສຳລັບປີ 2019-2025 ຈາກ 2 ຮູບແບບ ທີ່ສະເໜີໂດຍກະຊວງພະລັງງານ ແລະ ບໍ່ແຮ່ ຄື ຮູບແບບເດີມທີ່ມີ 6 ລາຄາ ແລະ ຮູບແບບໃໝ່ທີ່ມີລາຄາດຽວ, ຊຶ່ງຜູ້ແທນ ສ່ວນຫລາຍ ແມ່ນເຫັນດີ ໃນຮູບແບບ ໃໝ່ທີ່ມີລາຄາດຽວ. ການປັບປຸງລາຄາໄຟຟ້າຄືນໃໝ່ນີ້, ແມ່ນເພື່ອຮັບປະກັນໃຫ້ລາຄາໄຟຟ້າສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແທດເໝາະກັບເປົ້າໝາຍການຊົມໃຊ້ ແລະ ປະເພດຜູ້ຊົມໃຊ້, ທັງຮັບປະກັນ ໃຫ້ລາຄາໄຟຟ້າ ມີສະຖຽນລະພາບ ແລະ ບໍ່ມີຜົນກະທົບຕໍ່ການລົງທຶນ ໃນການພັດທະ ນາໄຟຟ້າ. ໃນກອງປະຊຸມ, ບັນດາຜູ້ແທນໄດ້ເຫັນດີ ໃຫ້ກໍານົດເອົາປະເພດລາຄາດຽວ, ຊຶ່ງໃນຮູບແບບນີ້ ແມ່ນຈະມີນະໂຍບາຍພິເສດຕໍ່ຜູ້ທີ່ມີລາຍຮັບຕ່ຳ ຄື ຈະຫລຸດ ລາຄາລົງ 50% ສຳລັບຜູ້ທີ່ຊົມໃຊ້ໄຟຟ້າແຕ່ 0-50 ກິໂລວັດໂມງ (ຕາມການສະເໜີຂອງກະຊວງພະລັງງານ ແລະ ບໍ່ແຮ່), ໃນນັ້ນ ບັນດາຜູ້ແທນໄດ້ສະເໜີ ໃຫ້ຄະນະລັດຖະບານພິຈາລະນາຄືນ ໂດຍໃຫ້ກຳນົດແຕ່ 0-150 ກິໂລວັດໂມງ ເປັນລາຄານະໂຍບາຍ.

ໃນການປັບປຸງໃໝ່ນີ້, ລາຄາໄຟຟ້າສຳລັບປະເພດທີ່ຢູ່ອາໃສແມ່ນ 700 ກີບ/ກິໂລວັດໂມງ ໃນປີ 2019 ແລະ ຈະເພີ່ມຂຶ້ນປີລະ 1% ໄປຈົນຮອດປີ 2025, ສໍາລັບປະເພດກະສິກຳ ແລະ ອຸດສາຫະກຳ (ທັງປູກ, ທັງລ້ຽງ) ທີ່ນຳໃຊ້ໄຟຟ້າແຮງດັນ 0,4 ກິໂລໂວນ ແມ່ນ 526 ກີບ/ກິໂລວັດໂມງ, ສໍາໂຮງງານອຸດສາຫະກຳ ແລະ ໂຮງງານປຸງແຕ່ງກະສິກຳ ທີ່ຕິດພັນກັບການຄ້ຳ ປະກັນສະບຽງອາຫານແມ່ນ 600 ກີບ/ກິໂລວັດໂມງ. ໃນຂະນະດຽວກັນ, ລາຄາສຳລັບທຸລະກິດຂະ ໜາດກາງ ແລະ ຂະໜາດນ້ອຍ ແມ່ນຫລຸດລົງຈາກ 779 ກີບ ເຫລືອ 761 ກີບ/ກິໂລວັດໂມງ. ສຳລັບລາຄາໄຟຟ້າແຮງກາງ 22 ກິໂລໂວນ ແມ່ນຈະຫລຸດລົງ 12-15% ແລະ ລະບົບ 115 ກິໂລໂວນ ແມ່ນຈະຫລຸດລົງ 7-16%, ຊຶ່ງອີງຕາມປະເພດຂອງການຊົມໃຊ້. ສຳລັບໄຟຟ້າທີ່ຂາຍໃຫ້ນິຄົມອຸດສາຫະກຳ, ເມືອງສະມາດຊີຕີ ທີ່ກຳລັງສ້າງຕັ້ງ, ເສັ້ນທາງລົດ ໄຟ ຫລື ໂຄງການອື່ນໆ ທີ່ເປັນອັນພິເສດ ຂອງລັດຖະບານ ຄາລາແມ່ນ 620 ກີບ/ກິໂລວັດໂມງ, ຊຶ່ງລາຄາແຕ່ລະປະເພດແມ່ນຈະເພີ່ມຂຶ້ນປີລະ 1% ຈົນຮອດປີ 2025 ຈຶ່ງຈະມີການຄົ້ນຄວ້າຕື່ມອີກ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.