ປະເທດລາວໄດ້ລົງທຶນ 2 ຕື້ໂດລາໃນການພັດທະນາຕາຂ່າຍໄຟຟ້າ

16:09 | 08/10/2020

ການຮ່ວມທຸລະກິດລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ແລະ  ບໍລິສັດຕາໜ່າງໄຟຟ້າພາກໃຕ້ ຈີນ (CSG) ໄດ້ສ້າງຕັ້ງຂື້ນເພື່ອໃຫ້ການຮ່ວມມືໃນການຜະລິດພະລັງງານໄຟຟ້າຂອງປະເທດລາວ.

ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ ຫວຽດນາມເພີ່ມການນຳເຂົ້າໄຟຟ້າຈາກລາວ
ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ ຕະຫລາດແຮງງານ ຫວຽດນາມ ມີການປ່ຽນແປງຫລາຍຢ່າງ
ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ
ພາບປະກອບ

ການຮ່ວມທຸລະກິດດັ່ງກ່າວໄດ້ເອີ້ນວ່າ EDLT, EDLT ມີແຜນການລົງທຶນປະມານ 2 ຕື້ໂດລາສະຫະລັດ ເຂົ້າໃນການກໍ່ສ້າງລະບົບສາຍສົ່ງໄຟຟ້າແຫ່ງຊາດ ແລະເຊື່ອມຕໍ່ກັບຕາຂ່າຍໄຟຟ້າຂ້າມຊາຍແດນ ລະຫວ່າງ ລາວ ກັບບັນດາປະເທດໃຫ້ຄຽງ ເພື່ອຮັບໃຊ້ການຂາຍແລະຊື້ໄຟຟ້າກັບ ກຳ ປູເຈຍແລະຈີນ. ນອກຈາກນັ້ນ, EDLT ຍັງໄດ້ຕົກລົງທີ່ຈະນຳໃຊ້ພື້ນຖານໂຄງລ່າງສົ່ງໄຟຟ້າ 230kV ຂອງ EDL.

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ຄາດຄະເນ ປີ 2020 ສປປ ລາວ ມີຄວາມຕ້ອງ ການພະລັງງານ ໄຟຟ້າທັງໝົດ 9.401 ລ້ານກິໂລວັດໂມງ, ຮອດປີ 2025 ມີຄວາມຕ້ອງການພະລັງ ງານ ໄຟຟ້າເພີ່ມຂຶ້ນເປັນ 13.621 ລ້ານກິໂລວັດໂມງ, ໂດຍມີອັດຕາການເພີ່ມຂຶ້ນສະເລ່ຍ 7,7% ຕໍ່ປີ. ໃນນັ້ນປີ 2020 ຂະແໜງອຸດສາຫະກໍາ ກວມເອົາອັດຕາສ່ວນຫລາຍກວ່າ 47% ແລະ ຄາດຄະເນໃນປີ 2025 ຂະແໜງອຸດສາຫະກໍາ ຈະກວມເອົາອັດຕາສ່ວນເພີ່ມຂຶ້ນ ເປັນ 52%. ໃນປີ 2020 ຟຟລ ຈະສາມາດສົ່ງອອກ ພະລັງງານໄດ້ທັງໝົດ 3.575 ລ້ານກິໂລວັດໂມງ, ຮອດປີ 2025 ຈະສາມາດສົ່ງອອກໄດ້ 6.017 ລ້ານກິໂລວັດໂມງ ​ແລະ ນັບ​ແຕ່​ປັດຈຸບັນ ຈົນ​ເຖິງ​ປີ 2030 ຈະມີເຂື່ອນໄຟຟ້າທີ່ຈະມອບຄືນ ໃຫ້ລັດຖະບານ​ລາວ ກໍຄື ໂຄງການຜະລິດໄຟຟ້າ ຫ້ວຍເຫາະ ແລະ ເຂື່ອນອື່ນໆອີກ ໃນປີ 2035 ແລະ ປີຕໍ່ໆໄປ ທີ່ອາດຈະເຮັດໃຫ້ລາຄາ ໄຟຟ້າຖືກລົງ.

ຕາມ ທ່ານ ຈັນ​ສະ​ແຫວ​ງ ບຸນ​ຍົງ ຫົວໜ້າ​ກົມ​ນະ​ໂຍບາຍ ​ແລະ ​ແຜນ​ພະລັງງານ ກະຊວງ​ພະລັງ ງານ ​ແລະ ບໍ່​ແຮ່ ແລ້ວ, ມາ​ຮອດ​ປັດຈຸບັນ ສປປ ລາວ ມີ​ແຫ​ລ່ງຜະລິດ​ໄຟຟ້າ​ທັງ​ໝົດ 78 ​ແຫ່ງ, ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 9.972 ​ເມັກ​ກາ​ວັດ, ສາມາດ​ຜະລິດ​ພະລັງງານ ​ໄຟຟ້າ​ໄດ້​ເຖິງ 52.211 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ, ​ໃນ​ນີ້​ມີ​ເຂື່ອນ​ໄຟຟ້າ​ນ້ຳຕົກ 67 ​ແຫ່ງ, ​ໂຮງ​ໄຟຟ້າ​ຖ່ານ​ຖີນ 1 ​ແຫ່ງ, ​ໂຮງ​ໄຟຟ້າ​ຊີວະ​ມວນ 4 ​ແຫ່ງ, ​ໂຮງ​ໄຟຟ້າ​ແສງຕາ​ເວັນ 6 ​ແຫ່ງ.

ການຄິດໄລ່ລາຄາໄຟຟ້າ ແມ່ນອີງໃສ່ສະພາບ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ຕາມສະ ພາບລາຍຮັບຕົວຈິງ ຂອງປະຊາຊົນ ເຮັດໃຫ້ການກໍານົດລາຄາໄຟຟ້າ ມີລັກສະນະເກື້ອກູນ ດ້ວຍເຫດນີ້ ໄຟຟ້າລາວ ຈຳເປັນຕ້ອງແບກຫາບ ພາລະດ້ານຕົ້ນທຶນ ແລະ ຂາດທຶນ, ໂດຍມີໜີ້ສິນແກ່ຍາວ, ແຕ່ເຖິງແນວໃດກໍຕາມ ໄຟຟ້າລາວ ກໍຕ້ອງ​ໄດ້ເຮັດໜ້າທີ່ ການເມືອງທີ່ສຳຄັນ ຄື ສະໜອງໄຟຟ້າໃຫ້ ສັງ ຄົມໄດ້ຊົມໃຊ້ຢ່າ​ງທົ່ວ​ເຖິງ.

ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ 35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ

ຍອດຈຳນວນ ຜູ້ຕິດເຊື້ອພະຍາດ Covid – 19 ໃນປະຈຸບັນ ທີ່ຫວຽດນາມ ແມ່ນ 1098 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1028 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.

ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຂອງປະເທດ ໄຮຕີ ປຶກສາຫາລືເພື່ອຫັນການແກ້ໄຂຢ່າງຮອບດ້ານ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຫວັງວ່າ ບັນດາຝ່າຍກ່ຽວຂ້ອງໃນປະເທດ ໄຮຕີ ຕ້ອງມີຄວາມພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການສ້າງຕັ້ງສະພາຊົ່ວຄາວ; ຕົກລົງເຫັນດີກ່ຽວກັບວິທີການ ແລະ ເວລາທີ່ຈະລົງຄະແນນສຽງ.

ປະເທດລາວໄດ ລ ງທ ນ 2 ຕ ໂດລາໃນການພ ດທະນາຕາຂ າຍໄຟຟ າ ງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ

ຍສໝ - ແຕ່ວັນທີ 6 ຫາ ວັນທີ 8 ຕຸລາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບຄະນະກຳມະການປະຊາຊົນແຂວງດົ່ງນາຍ ຈັດຕັ້ງງານວາງສະແດງແຜນທີ່ ແລະ ສາລະຄະດີ ກ່ຽວກັບ ຮວ່າງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.

vietlao.vietnam.vn

ເຫດການ
302 Found

Found

The document has moved here.